Ray-Ban Stories ແວ່ນຕາອັດສະລິຍະຈາກ Facebook ທີ່ສາມາດ ຖ່າຍຮູບ-ຟັງເພງ-ຮັບສາຍ ຈົບຄົບໃນບ່ອນດຽວ


Facebook ຈັບມືກັບບໍລິສັດແວ່ນຕາຊື່ດັງລະດັບໂລກຢ່າງ Ray-Ban ເປີດຕົວແວ່ນຕາອັດສະລິຍະທີ່ສາມາດ ຖ່າຍຮູບ-ຟັງເພງ-ຮັບສາຍ ໄປຈົນເຖິງການໂພສລົງໃນ Facebook ໄດ້ ໂດຍໃຫ້ຊື່ວ່າ : “Ray-Band Stories” ມີລາຄາເລີ່ມຕົ້ນຢູ່ທີ່ປະມານ 299 ໂດລາ.

Ray-Ban Stories ເປັນແວ່ນຕາທີ່ຖືກພັດທະນາຂຶ້ນດ້ວຍລະບົບເທັກໂນໂລຢີ Augmented Reality (AR) ທີ່ທາງ Facebook ກຳລັງໃຫ້ຄວາມສົນໃຈ ແລະ ກຳລັງພັດທະນາ, ເຊິ່ງ ມາກ ຊັກເກີເບີກ ຜູ້ກໍ່ຕັ້ງ Facebook ກໍໄດ້ອອກມາກ່າວຜ່ານ Facebook ຂອງຕົນເອງວ່າ ແວ່ນຕາອັດສະລິຍະນີ້ເປັນສ່ວນສຳຄັນຂອງການສ້າງ Platform ຄອມພິວເຕີ້ ໃນອະນາຄົດ.

Ray-Ban Stories ໄດ້ຖືກອອກແບບມາໃຫ້ມີຄວາມເປັນແວ່ນຕາທີ່ນຳແຟຊັ່ນ ແລະ ມີຄວາມທັນສະໄໝ ເຊິ່ງແຕກຕ່າງຈາກ Smart Glasses ຂອງບໍລິສັດອື່ນທີ່ເປີດຕົວກ່ອນໜ້ານີ້ ຢ່າງເຊັ່ນ Google Glass ທີ່ມີລາຄາຂ້ອນຂ້າງແພງ ແລະ ການອອກແບບທີ່ຮູ້ສຶກເຂົ້າເຖິງຍາກເກີນໄປ.

ສະເປັກໂດຍລວມຂອງ Ray-Ban Stories

  • ນ້ຳໜັກ: 5 ກຣາມ.
  • ກ້ອງແບບ Build-in 5 Megapixel 2 ຕົວ.
  • Storage Build-in ທີ່ສາມາດເກັບຮູບໄດ້ຫຼາຍກວ່າ 500 ຮູບ ແລະ ວິດີໂອ 30 ວິນາທີ ໄດ້ 30 ວິດີໂອ.
  • ມີປຸ່ມກົດບັນທຶກຢູ່ທີ່ຂາແວ່ນເພື່ອໃຊ້ບັນທຶກຮູບພາບ ຫຼື ວິດີໂອ ພ້ອມທັງສາມາດໃຊ້ຄຳສັ່ງສຽງເພື່ອເປີດໃຊ້ຟັງຊັນດັ່ງກ່າວໂດຍການບອກວ່າ “Hey! Facebook” ເພື່ອເປັນການເປີດໃຊ້.
  • ມີລຳໂພງ 2 ເບື້ອງທີ່ຕິດຢູ່ທາງໃນຂອງຂາແວ່ນ.

Ray-Ban Stories ໄດ້ເລີ່ມວາງຂາຍແລ້ວຢູ່ໃນຮ້ານຄ້າຂອງ Ray-Ban ແລະ Ray-Ban.com ສະເພາະໃນ ສະຫະລັດອາເມຣິກາ, ອັງກິດ, ອິຕາລີ, ອອສເຕເລຍ, ໄອແລນ ແລະ ແຄນນາດາ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/