Anne Fish ແມ່ຍິງອາຍຸ 58 ປີ ຫັນເຂົ້າສູ່ວົງການ E-sport ຕາມລູກຊາຍ ແລະ ໄດ້ເຊັນສັນຍາກັບສັງກັດໃຫຍ່


ຖືເປັນເລື່ອງທີ່ຮືຮາຕໍ່ວົງການ E-sport ເມື່ອ Anne Fish ຕັດສິນໃຈຫົນຕົນເອງເຂົ້າສູ່ວົງການ E-sport ຕາມລູກຊາຍ.

Anne Fish ເປັນແມ່ຂອງ Benjyfishy ຫຼື David Fish ໜຸ່ມນ້ອຍອາຍຸ 16 ປີ ໂປຣເພເຢີ້ຂອງເກມ Fortnite ທີ່ໄດ້ຂຶ້ນຊື່ວ່າເປັນຜູ້ຫຼິ້ນ 1 ໃນ 10 ຂອງຜູ້ຫຼິ້ນທີ່ດີທີ່ສຸດໃນໂລກ, ສ້າງລາຍໄດ້ຈາກການແຂ່ງຂັນເປັນຈຳນວນຫຼາຍ ຈົນໄດ້ກ້າວເຂົ້າສູ່ການເປັນນັກກິລາ E-sport ລະດັບໂລກ. ໃນຜົນງານຄວາມສຳເລັດຂອງ Benjy ນີ້ກໍມີຜູ້ເປັນແມ່ຢູ່ເບື້ອງຫຼັງ ແລະ ໃຫ້ການສະໜັບສະໜູນລູກຊາຍມາຕະຫຼອດ.

ຕໍ່ມາກໍມີຂ່າວລືອອກມາວ່າ Annie Fish ໄດ້ເຊັນສັນຍາກັບສັງກັດຍັກໃຫຍ່ ເຊິ່ງສັງກັດດັ່ງກ່າວມີຊື່ວ່າ Galaxy Racer ເປັນອົງກອນຈາກສະຫະລັດອາຣັບເອມິເລດ.

Benjy ໄດ້ອອກມາເວົ້າວ່າ ຕົນເອງບໍ່ຢາກເຊື່ອເລີຍວ່າແມ່ຈະເຂົ້າສູ່ວົງການດຽວກັນກັບລາວ. ສ່ວນ Annie ກໍໄດ້ອອກມາເວົ້າວ່າ ລາວພັດທະນາທັກສະການຫຼິ້ນເກມ Fortnite ຂອງຕົນເອງໃຫ້ທຽບເທົ່າກັບ Benjy ແລະ ຢາກລົງແຂ່ງກັບລູກຊາຍຂອງຕົນເອງໄປນຳ.

ໃນການເລີ່ມຕົ້ນຫຼິ້ນເກມ Fortnite ຂອງ Annie ຖືເປັນເລື່ອງທີ່ຍາກ ເພາະນອກຈາກຈະໂຟກັສເລື່ອງການຍິງກໍຍັງຕ້ອງໄດ້ສ້າງກຳແພງ ເພື່ອປ້ອງກັນອາວຸດຕ່າງໆຈາກຜູ້ຫຼິ້ນກົງກັນຂ້າມ ແຕ່ Annie ກໍສາມາດຫຼິ້ນໄດ້ດີ ເພາະມີລູກຊາຍສອນ ແລະ ໃຫ້ຄຳປຶກສາ.

Annie ໄດ້ເປີດຊ່ອງທາງການສະຕີມການຫຼິ້ນຂອງຕົນເອງທາງ Twitch ໂດຍມີຊື່ຊ່ອງວ່າ mamabenjyfishy1 ເພື່ອໃຫ້ແຟນໆໄດ້ຮັບຊົມຜ່ານການຫຼິ້ນຂອງລາວແບບສົດ ແລະ ປັດຈຸບັນມີຍອດຜູ້ຕິດຕາມຢູ່ທີ່ 430,000 ຄົນ.

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/