Novak Djokovic ເຂົ້າໃກ້ການເປັນນັກເທນນິສຄົນທຳອິດທີ່ຊະນະ 4 ລາຍການໃຫຍ່ພາຍໃນປີດຽວ!


ຜ່ານໄປແລ້ວກັບຮອບຮອງຊະນະເລີດ (Semi-Final) ຂອງການແຂ່ງຂັນເທນນິສ US Open ສຳລັບຄູ່ຂອງ Novak Djokovic ແລະ Alexander Zverev ເພື່ອເຂົ້າຮອບຊິງຊະນະເລີດກັບ Daniil Medvedev.

ໂດຍການແຂ່ງຂັນເທນນິສຊາຍດ່ຽວນັ້ນຜູ້ທີ່ຊະນະຈະຕ້ອງຊະນະ 3 ເຊັດໃນ 5 ເຊັດທີ່ແຂ່ງກັນ. ເຊິ່ງເມື່ອເປີດເກມເຂົ້້າມາ ການພົບກັນຄັ້ງນີ້ບໍ່ແມ່ນຄັ້ງທຳອິດຂອງທັງສອງ, Alexander Zverev ເຄີຍຊະນະ Novak Djokovic ເມື່ອ 6 ອາທິດກ່ອນ ທີ່ Golden Slam ຂອງການແຂ່ງຂັນ Olympics ໃນຮອບຮອງຊະນະເລີດ. Djokovic ກໍຢ້ານວ່າປະຫວັດສາດຈະຊ້ຳຮອຍ ເມື່ອ Alexander Zverev ນຳ Djokovic ໄດ້ 1 ເຊັດດ້ວຍຄະແນນ 4–6. ແຕ່ສຸດທ້າຍ Djokovic ກໍຕີຕື້ນຂຶ້ນມາ ແລະ ຊະນະໄປໄດ້ດ້ວຍຄະແນນ 4-6 6-2 6-4 4-6 6-2 ພ້ອມກັບກຽມເຂົ້າຊິງກັບ Daniil Medvedev.

ຜົນການແຂ່ງຂັນແມ່ນ Djokovic ໄດ້ຊະນະ 27 ເກມຕໍ່ 27 ເກມທີ່ຕົນເອງໄດ້ລົງແຂ່ງໃນລາຍການແຂ່ງຂັນໃຫຍ່ຕ່າງໆ. ຖ້າ Novak Djokovic ຊະນະ Daniil Medvedev ໃນຮອບຊິງຂອງລາຍການ US Open ໄດ້ ກໍຈະເປັນຄົນທຳອິດໃນປະຫວັດສາດທີ່ໄດ້ຊະນະ 4 ລາຍການໃຫຍ່ທີ່ສຸດໃນໂລກພາຍໃນປີດຽວ ຫຼັງຈາກປີ 1969 ຂອງ Rod Laver ທີ່ເປັນເວລາກວ່າເຄິ່ງສະຕະວັດ. ເຊິ່ງ 4 ລາຍການໃຫຍ່ດັ່ງກ່າວມີຄື: Australian Open, French Open, Wimbledon Open, US Open.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/