ບົດເພງ ABC ຟັງງ່າຍສະບາຍຫູ ທີ່ມີປະຫວັດມາຕັ້ງແຕ່ປີ 1834


ເພງ ABC ຫຼາຍຄົນກໍຄົງຄຸ້ນຫູບໍ່ຫຼາຍກໍໜ້ອຍ ໂດຍສະເພາະຜູ້ທີ່ສ້າງຄອບຄົວ ຕ່າງກໍເຄີຍໄດ້ຍິນເພງນີ້ຢູ່ປະຈຳ, ບາງຄັ້ງກໍໄດ້ເປີດບົດເພງດັ່ງກ່າວນີ້ໃຫ້ລູກໃຫ້ຫຼານໄດ້ຟັງ ເຊິ່ງກໍເປັນເພງທີ່ຄົນນິຍົມຫຼາຍສົມຄວນ ເນື່ອງຈາກເປັນບົດເພງທີ່ເຂົ້າກັບເດັກນ້ອຍ ແຖມຍັງເປັນເພງທີ່ຖອດຖອນໃຫ້ລູກຫຼານໄດ້ຈື່ຈຳຕົວອັກສອນພາສາອັງກິດງ່າຍອີກພ້ອມ.

ສຳລັບເພງນີ້ແລ້ວ ສັງເກດເບິ່ງວ່າຈະເປັນເພງທີ່ຟັງງ່າຍສະບາຍຫູ ລູກຫຼານຕິດ ແລະ ເຂົ້າໃຈໄວ ສົ່ງຜົນດີແກ່ຄວາມຈຳບໍ່ໜ້ອຍກໍຫຼາຍ. ແຕ່ຖ້າເວົ້າເຖິງເລື່ອງບົດເພງແມ່ນຈະມີຄວາມເປັນມາທີ່ດົນນານພໍສົມຄວນ ຕັ້ງແຕ່ປີ 1834 ກໍວ່າໄດ້. ຄວາມເປັນມາກໍຈະຖືກປັບປ່ຽນໄປຕາມການເວລາ ແລ້ວກໍມີຫຼາຍເວີຊັ່ນຕາມມາ.

ເພງ ABC ແມ່ນຖືກຈົດລິຂະສິດຄັ້ງທຳອິດພາຍໃຕ້ຊື່ The Schoolmaster ເມື່ອປີ 1834 ໂດຍຊາວອາເມຣິກາທີ່ມີຊື່ວ່າ Charles Bradlee ແຕ່ລາວບໍ່ແມ່ນຄົນທີ່ແຕ່ງເພງນີ້ເອງ ແລະ ຖ້າຫາກເວົ້າເຖິງຄວາມເປັນມາແມ່ນຈະດົນນານກວ່າທີ່ຄິດ.

ບາງຄົນກໍຈະຄຸ້ນຫູ ແລະ ອາດຈະມີຄວາມຄິດວ່າທຳນອງຈະຄ້າຍກັບເພງ Twinkle Twinkle Little Star ເຊິ່ງປະພັນໂດຍນັກກະວີຊາວອັງກິດຊື່ວ່າ Jane Taylor ເມື່ອປີ 1806, ລາວກໍໄດ້ບອກວ່າເພງ ABC ແມ່ນໃຊ້ທຳນອງດຽວກັນກັບເພງ Twinkle Twinkle Little Star.

ແຕ່ວ່າ Jane Taylor ບໍ່ໄດ້ເປັນຄົນແຕ່ງທຳນອງສອງເພງນັ້ນ ພຽງແຕ່ນຳເອົາທຳນອງມາໃຊ້ແຕ່ງເປັນເພງ, ສ່ວນທຳນອງກໍຍັງເປັນປິດສະໜາບໍ່ມີໃຜຮູ້ວ່າຄົນໃດແຕ່ງ, ຍັງບໍ່ໝົດພຽງເທົ່ານີ້ ທຳນອງເພງຍັງຖືກຄົ້ນພົບເວີຊັ່ນເກົ່າແກ່ທີ່ສຸດໃນປີ 1761 ໂດຍຄົ້ນພົບພຽງເຈ້ຍຂຽນທຳນອງເພງ ແຕ່ບໍ່ປາກົດເນື້ອຮ້ອງຂອງເພງ ຫຼື ຊື່ຜູ້ປະພັນໃນເຈ້ຍໃບນັ້ນ.

ໃນເລື່ອງຂອງເພງ ABC ນັ້ນ ຈະໄດ້ຮັບຄວາມນິຍົມຕັ້ງແຕ່ປີນັ້ນເປັນຕົ້ນມາ ເພາະໃນອະດີດເດັກນ້ອຍສ່ວນຫຼາຍຈະບໍ່ໄດ້ຮັບການເຂົ້າເຖິງການສຶກສາເທົ່າກັນທຸກຄົນ,ສະແດງວ່າເດັກບາງຄົນອ່ານບໍ່ອອກ ແລະ ຂຽນບໍ່ໄດ້. ສະນັ້ນແລ້ວ ເພງ ABC ຈຶ່ງປຽບເໝືອນບົດຮຽນວິຊາພາສາອັງກິດເບື້ອງຕົ້ນ ທີ່ຊ່ວຍໃຫ້ພວກເຂົາສາມາດຮຽນຮູ້ ແລະ ຈື່ຈຳພະຍັນຊະນະພາສາອັງກິດໄດ້ງ່າຍ. ປັດຈຸບັນກໍຈະມີບົດເພງ ABC ໃນຫຼາຍໆເວີຊັ່ນ ໃຫ້ໄດ້ຕິດຕາມ ແລະ ຮັບຊົມ.

ຂອບໃຈຂໍ້ມູນຈາກ: https://waymagazine.org/abc_song/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/