ໂຣກມັກລັກເຄື່ອງມີແທ້!!


ໂຣກມັກລັກເຄື່ອງ ຫຼື ເຄລັບໂຕເມເນຍ (Kleptomania) ເປັນຄວາມຜິດປົກກະຕິໃນການຄວບຄຸມຕົນເອງທີ່ຜູ້ປ່ວຍຈະມັກລັກເຄື່ອງ ພຶດຕິກຳດັ່ງກ່າວຈະເກີດຈາກການການຄວບຄຸມທາງຈິດຕະວິທະຍາ ບໍ່ແມ່ນຍ້ອນຕ້ອງການສິ່ງທີ່ລັກເພື່ອເສີມໃນສິ່ງທີ່ຕົນເອງບໍ່ມີ.

ຜູ້ປ່ວຍຈະລົ້ມເຫຼວໃນການຫ້າມຕົນເອງບໍ່ໃຫ້ລັກເຄື່ອງ. ສ່ວນໃຫຍ່ແລ້ວເຂົາຈະລັກສິ່ງຂອງທີ່ພວກເຂົາບໍ່ຕ້ອງການ. ສິ່ງຂອງທີ່ຖືກລັກໄປກໍເປັນສິ່ງຂອງທີ່ບໍ່ໄດ້ແພງ ແລະ ຜູ້ລັກກໍຍັງສາມາດຊື້ເອງໄດ້ຖ້າພວກເຂົາຕັດສິນໃຈຈະຊື້. ເຊິ່ງມັນຕ່າງຈາກການລັກເຄື່ອງທີ່ເປັນອາຊະຍາກຳ, ສິ່ງຂອງທີ່ຖືກລັກຈະເປັນສິ່ງທີ່ຕ້ອງການ, ມີຄ່າ ແລະ ແພງ.

ພວກເຂົາຈະມີຄວາມຕ້ອງການຢາກລັກເຄື່ອງຢ່າງຮຸນແຮງ ມາພ້ອມກັບຄວາມກົດດັນ ແລະ ຄວາມຕື່ນເຕັ້ນ ສົ່ງຜົນໃຫ້ການລັກເຄື່ອງເປັນສິ່ງທີ່ທັງໜ້າພໍໃຈ ແລະ ຜ່ອນຄາຍຂະນະທີ່ລັກເຄື່ອງ. ຫຼາຍໆຄົນທີ່ເປັນໂຣກມັກລັກເຄື່ອງກໍຮູ້ສຶກຜິດພາຍຫຼັງທີ່ລັກໄປແລ້ວ ແຕ່ສຸດທ້າຍກໍບໍ່ສາມາດຫ້າມຕົນເອງໄດ້.

ການລັກເຄື່ອງຂອງຜູ້ທີ່ເປັນໂຣກມັກລັກເຄື່ອງຈະບໍ່ມີແຜນການ ແລະ ຈະມັກປະຕິບັດຄົນດຽວ ໃນຂະນະທີ່ໂຈນຈະຕ້ອງມີແຜນການໄວ້ລ່ວງພ້ອມທັງມີຜູ້ກ່ຽວຂ້ອງນຳ. ແຕ່ເມື່ອລັກເຄື່ອງແລ້ວ, ຜູ້ປ່ວຍໂຣກນີ້ເກືອບຈະບໍ່ໃຊ້ສິ່ງທີ່ລັກເລີຍ. ພວກເຂົາອາດຈະຖິ້ມມັນ ຫຼື ເອົາໃຫ້ຄອບຄົວໝູ່ເພື່ອນ.

ສາເຫດຂອງໂຣກເຄລັບໂຕເມເນຍຍັງບໍ່ສາມາດລະບຸໄດ້ຊັດເຈນ. ມີຜູ້ຊ່ຽວຊາຍຫຼາຍຄົນໄດ້ສະເໜີຫຼາຍທິດສະດີເຖິງສາເຫດແທ້ຂອງໂຣກນີ້. ແຕ່ກໍຍັງຕ້ອງມີການສຶກສາໃຫ້ເລິກເຂົ້າໄປຕື່ມເພື່ອເຂົ້າໃຈໃນສາເຫດທີ່ເປັນໄປໄດ້ຕ່າງໆ ແລະ ອາດກ່ຽວຂ້ອງກັບສາມປັດໄຈຫຼັກເຊັ່ນ:

  • ບັນຫາກ່ຽບກັບສານເຄມີທີ່ສົ່ງຜ່ານລະບົບປະສາດໃນສະໝອງເຊໂຣໂທນິນ (Serotonin) ເຊໂຣໂທນິນຊ່ວຍຈັດການອາລົມ ແລະ ຄວາມຮູ້ສຶກ. ການທີ່ມີເຊໂຣໂທນິນຕ່ຳກໍເປັນເລື່ອງປົກກະຕິທີ່ຈະສົ່ງຜົນໃຫ້ຄົນມີພຶດຕິກຳທີ່ບໍ່ສາມາດຄວບຄຸມໄດ້.
  • ໂຣກເສບຕິດພຶດຕິກຳ ການລັກເຄື່ອງອາດຈະປ່ອຍສານໂດປາມີນ (Dopamine) ທີ່ເປັນສານເຄມີໃນສະໝອງໄປກະຕຸ້ນໃຫ້ຄົນຮູ້ສຶກມີຄວາມພໍໃຈ ເອີ້ນວ່າລະບົບໃຫ້ຮາງວັນ, ແລະ ຄົນຈະຕ້ອງການມັນເພີ່ມຂຶ້ນອີກເລື້ອຍໆ.
  • ລະບົບໂອປິອອຍໃນສະໝອງ (The brain’s opioid system) ເມື່ອມີສານໂອປີອອຍທີ່ບໍ່ສົມດຸນກໍຈະເຮັດໃຫ້ຍາກທີ່ຈະປະຕິເສດຄວາມຕ້ອງການ.

ໂຣກມັກລັກເຄື່ອງຖືກຈັດວ່າເປັນໂຣກທີ່ພົບໄດ້ໜ້ອຍ. ຢ່າງໃດກໍຕາມ ອາດເປັນຍ້ອນຜູ້ທີ່ເປັນໂຣກນີ້ບໍ່ເລືອກເຂົ້າຮັບການຮັກສາ, ຫຼື ພວກເຂົາອາດຈະຖືກຈັບເຂົ້າຄຸກຫຼັງຈາກການລັກເຄື່ອງຊ້ຳໆ. ອາການຈະເລີ່ມຕັ້ງແຕ່ຕອນເປັນໄວໜຸ່ມ ແຕ່ກໍສາມາດເກີດໃນໄວຜູ້ໃຫຍ່ ຫຼື ພາຍຫຼັງໄດ້ເຊັ່ນກັນ. ສອງໃນສາມຂອງຜູ້ເປັນໂຣກມັກລັກເຄື່ອງແມ່ນຜູ້ຍິງ.

ໂຣກເຄລັບໂຕເມເນຍນີ້ອາດມີຄວາມສ່ຽງເຊັ່ນ:

  • ການສົ່ງຕໍ່ໂຣກດັ່ງກ່າວໃຫ້ຄອບຄົວ, ຖ້າຄົນໃນຄອບຄົວມີປະຫວັດການເສບຕິດມາກ່ອນກໍອາດສ່ຽງຕໍ່ການເປັນໂຣກມັກລັກສິ່ງຂອງນຳ.
  • ການມີໂຣກອື່ນແຊກຊ້ອນເຂົ້າມາ ຄົນທີ່ເປັນໂຣກມັກລັກເຄື່ອງມັກຈະມີໂຣກທາງຈິດທີ່ແຊກເຂົ້າມາເຊັ່ນ: ໂຣກໄບໂພລາ, ໂຣກວິຕົກກັງວົນ, ພຶດຕິກຳການກິນ, ການໃຊ້ສານເສບຕິດ ຫຼື ຄວາມຜິດປົກກະຕິທາງບຸກຄະລິກ.

ຫຼາຍຄົນທີ່ເປັນໂຣກມັກລັກເຄື່ອງຈະບໍ່ກ້າອອກມາແບ່ງປັນບັນຫາກັບຈິດຕະແພດເພາະຄວາມອັບອາຍ ແລະ ເຖິງແມ່ນວ່າມັນຈະບໍ່ມີວິທີການຮັກສາໂຣກນີ້ ແຕ່ການໄດ້ຮັບການບຳບັດ ຫຼື ການໄດ້ເວົ້າລະບາຍໃນການບຳບັດກໍຈະຊ່ວຍກຳຈັດວົງຈອນຂອງການລັກເຄື່ອງໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/