ປະເທດຄອສຕາຣິກາຈະແບນການຂຸດພະລັງງານເຊື້ອໄຟ ແລະ ຫັນປ່ຽນມາເປັນປະເທດທີ່ໃຊ້ໄຟຟ້າຈາກພະລັງງານໝຸນວຽນ 99%


ປະເທດຄອສຕາຣິກາ ປະເທດນ້ອຍໆທີ່ມີປະຊາກອນພຽງ 5 ລ້ານຄົນ ຕັ້ງຢູ່ໃນອາເມຣິກາກາງ ເປັນປະເທດທີ່ສະຫງົບ, ມີຄວາມສະຖຽນລະພາບທາງດ້ານການເມືອງ ແລະ ມີທຳມະຊາດທີ່ອຸດົມສົມບູນ ເນັ້ນໄປທາງການທ່ອງທ່ຽວແບບອະນຸລັກສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ເຊິ່ງຫຼ້າສຸດໄດ້ເອົາໃຈໃສ່ບັນຫາສິ່ງແວດລ້ອມ ຕັ້ງເປົ້າໝາຍລົດຄາບອນໃຫ້ເປັນ 0 ແລະ ຫັນມາໃຊ້ພະລັງງານໝຸນວຽນໃຫ້ໄດ້ 99% ດ້ວຍການແບນການຂຸດຄົ້ນພະລັງງານເຊື້ອໄຟຈາກຟອສຊິລແບບຖາວອນ.

ປັດຈຸບັນນີ້ ປະເທດຄອສຕາລິກາໄດ້ໃຊ້ໄຟຟ້າຈາກພະລັງງານໝຸນວຽນໄປແລ້ວເຖິງ 99% ສ່ວນໃຫຍ່ຈະໄດ້ຈາກພະລັງງານນ້ຳ, ລົມ, ພະລັງງານຄວາມຮ້ອນຈາກພູໄຟ ແລະ ພະລັງງານແສງຕາເວັນ.

ຄອສຕາລິກາ ມີພື້ນທີ່ປ່າຫຼາຍເຖິງ 55% ຂອງປະເທດ, ໃນນັ້ນ ມີພື້ນທີ່ທີ່ໄດ້ຮັບການອະນຸລັກ ແລະ ຄຸ້ມຄອງແລ້ວເຖິງ 25%.

ໃນໄລຍະທີ່ຜ່ານມາ ພາຍໃຕ້ການນຳພາຂອງ Carlos Alvarado ປະທານາທິບໍດີແຫ່ງຄອສຕາຣິກາ ຜູ້ທີ່ຊຸກດັນເສດຖະກິດປາສະຈາກຄາບອນ ໄດ້ມີນະໂຍບາຍ, ແຜນການ ແລະ ເປົ້າໝາຍດ້ານສິ່ງແວດລ້ອມອອກມາຢ່າງຫຼວງຫຼາຍ ເຊັ່ນ: ເປົ້າໝາຍເປັນກາງທາງດ້ານຄາບອນ ໃນປີ 2050,​ ການສະໜັບສະໜູນໃຫ້ໃຊ້ລົດໄຟຟ້າ ແລະ ເປົ້າໝາຍການແບນພລາສຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມ ແລະອື່ນໆອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/