ແມ່ຍິງໃນອັບການິສຖານອອກມາປະທ້ວງ ເພື່ອຕໍ່ຕ້ານລັດຖະບານຊົ່ວຄາວຂອງຕາລີບັນທີ່ມີແຕ່ຜູ້ຊາຍເທົ່ານັ້ນເປັນສະມາຊິກ


ກຸ່ມແມ່ຍິງອອກມາປະທ້ວງທີ່ເມືອງຄາບູນ ແລະ ແຂວງ Badakhshan ພາກເໜືອທາງຕາເວັນອອກຂອງປະເທດອັບການິສຖານ ເພື່ອຕໍ່ຕ້ານຊຸດລັດຖະບານຊົ່ວຄາວຂອງຕາລີບັນທີ່ມີແຕ່ຜູ້ຊາຍເທົ່ານັ້ນເປັນສະມາຊິກ

“ພວກເຮົາຕັດສິນໃຈລຸກຂຶ້ນມາປະທ້ວງເພື່ອຮຽກຮ້ອງເອົາສິດທິຂັ້ນພື້ນຖານຂອງພວກເຮົາເຊັ່ນ: ສິດທິເພື່ອໄດ້ຮັບການສຶກສາ, ໄດ້ເຮັດວຽກ ແລະ ມີບົດບາດໃນໜ້າທີ່ທາງການເມືອງ. ພວກເຮົາຢາກໃຫ້ຕາລີບັນຮູ້ວ່າພວກເຂົາບໍ່ສາມາດກຳຈັດພວກເຮົາອອກຈາກສັງຄົມໄດ້” ໜຶ່ງໃນຜູ້ປະທ້ວງໄດ້ໃຫ້ປະກາດອອກມາຫຼັງຈາກທີ່ພວກເຂົາໄດ້ຍຶດຖະໜົນທີ່ເມືອງຄາບູນເພື່ອປະທ້ວງຫຼັງຈາກໄດ້ຮັບຮູ້ການຖະແຫຼງການລາຍຊື່ລັດຖະບານຊົ່ວຄາວກຸ່ມໃໝ່ຂອງຕາລີບັນ.

ທາງກຸ່ມຕາລີບັນບໍ່ໄດ້ຕອບໂຕ້ຕໍ່ຂໍ້ກ່າວຫາດັ່ງກ່າວ ແຕ່ໄດ້ເຕືອນວ່າການຕັ້ງການປະທ້ວງນັ້ນຜິດກົດໝາຍ ແລະ ຜູ້ປະທ້ວງຈະຕ້ອງໄດ້ຮັບອະນຸຍາດເພື່ອຮວມຕົວ ພ້ອມທັງພວກເຂົາບໍ່ຄວນໃຊ້ຄຳເວົ້າທີ່ຫຍາບຄາຍ.

ຂະບວນການປະທ້ວງຕໍ່ຕ້ານຕາລີບັນແມ່ເລີ່ມໃນວັນທີ 2 ກັນຍາ ທີ່ເມືອງ Herat ແລະ ລາມໄປຮອດເມືອງຄາບູນ ໃນວັນທີ 4 ກັນຍາ. ມີແມ່ຍິງປະມານ 100 ຄົນໄດ້ມາຮວມຕົວກັນທີ່ທຳນຽບປະທານາທິບໍດີ ໂດຍການຍົກປ້າຍ ແລະ ຮ້ອງປະທ້ວງຕາມຄຳຂວັນເພື່ອຄວາມເທົ່າທຽມໃນສັງຄົມ.

ແຕ່ກອງກຳລັງຂອງຕາລີບັນໄດ້ເຂົ້າມາສະຫຼາຍການຊຸມນຸມ ຍຸຕິການປະທ້ວງພ້ອມທັງທຸບຕີ, ທຳຮ້າຍຮ່າງກາຍແມ່ຍິງທີ່ເຂົ້າຮ່ວມຢ່າງໜ້ອຍ 10 ຄົນ. ໃນວັນອັງຄານທີ່ຜ່ານມາມີ 3 ຄົນຖືກຂ້າລະຫວ່າງປະທ້ວງທີ່ທາງຕາເວັນຕົກຂອງເມືອງ Herat.

ໃນວັນອັງຄານທີ່ຜ່ານມາກຸ່ມຕາລີບັນໄດ້ຖະແຫຼງລາຍຊື່ລັດຖະບານຊົ່ວຄາວໃໝ່ນຳໂດຍ Mullah Mohammad Hassan Akhund ເຊິ່ງເຄີຍໄດ້ຮັບຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ໃນໄລຍະທີ່ຕາລີບັນເຄີຍໄດ້ປົກຄອງປະເທດເມື່ອປີ 1996 – 2001, ປັດຈຸບັນກຳລັງລໍຖ້າການອະນຸມັດຈາກສະຫະປະຊາຊາດສຳລັບຕຳແໜ່ງໃນລັດຖະບານ.

ແລະ ອີກໜຶ່ງລັດຖະມົນຕີ Sirajuddin Haqqani ຜູ້ນຳຂອງເຄືອຂ່າຍ Haggani ທີ່ເປັນອົງການຜູ້ກໍ່ການຮ້າຍຕ່າງປະເທດ Foreign Terrorist Organisation (FTO) ແລະມີຄວາມສຳພັນໃກ້ຊິດກັບ al-Qaeda.

ອົງກອນ FBI ກ່າວວ່າ Haqqani ເປັນຜູ້ຢູ່ເບື້ອງຫຼັງການບຸກໂຈມຕີຂອງສົງຄາມ 20 ກວ່າປີກັບສະຫະລັດອາເມຣິກາລວມໄປເຖິງການລະເບີດລົດບັນທຸກໃນຄາບູນປີ 2017 ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 150 ຄົນ. Sirajuddin ຖືກໝາຍຕົວຈາກ FBI ຕັ້ງແຕ່ປີ 2008 ຈາກການບຸກໂຈມຕີໂຮງແຮມແລະຂ້າຄົນອາເມຣິກາ.

ກຸ່ມຕາລີບັນຈະຕ້ອງໄດ້ປະຕິບັດຕາມກົດໝາຍສິດທິມະນຸດເທົ່າທຽມລະຫວ່າງປະເທດໂດຍການໃຫ້ສິດທິແກ່ປະຊາຊົນທຸກຄົນໄດ້ປະທ້ວງຢ່າງສັນຕິ ແລະ ຈະຕ້ອງໃຫ້ອິດສະຫຼະພາບປະຊາຊົນທີ່ຈະສະແດງອອກ.

ແຕ່ຈາກເຫດການສະຫຼາຍປະຊາຊົນຂອງຕາລີບັນ ທາງສະຫະພາບຢູໂຣບໄດ້ບອກວ່າກຸ່ມອິດສະລາມດັ່ງກ່າວໄດ້ຜິດຂໍ້ສັນຍານຳກັນ. ສ່ວນທາງສະຫະລັດອາເມຣິກາກໍສະແດງຄວາມກັງວົນຕໍ່ກຸ່ມລັດຖະບານຊົ່ວຄາວວ່າມີບາງຄົນໄດ້ມີສ່ວນກ່ຽວຂ້ອງຕໍ່ການໂຈມຕີກອງກຳລັງຂອງສະຫະລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/