ເຈບ ເບໂຊສ ຂາຍຫຸ້ນ Amazon ອີກ 3,000 ລ້ານໂດລາ ເພື່ອລົງທຶນໃນບໍລິສັດອະວະກາດ.


ເຈບ ເບໂຊສ ຜູ່ກໍ່ຕັ້ງບໍລິສັດອີຄອມເມີດ Amazon ແລະ ມະຫາເສດຖີອັນດັບ 1 ຂອງໂລກ ໄດ້ຍື່ນເອກະສານຕໍ່ຫ້ອງການຄະນະກຳມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບອາເມຣິກາ ວ່າໃນອາທິດທີ່ຜ່ານມາ ລາວໄດ້ຂາຍຫຸ້ນໃນບໍລິສັດ Amazon ໄປແລ້ວກວ່າ 3,000 ລ້ານໂດລາ.

ເຊິ່ງກ່ອນໜ້ານີ້ ເຈບ ກໍໄດ້ດຳເນີນການຂາຍຫຸ້ນຂອງ Amazon ເປັນໄລຍະໆຄື: ເດືອນກຸມພາ 2020 ຂາຍຫຸ້ນໄປ 4,100 ລ້ານໂດລາ, ເດືອນສິງຫາ 2020 ຂາຍຫຸ້ນໄປ 3,100 ລ້ານໂດລາ, ດັ່ງນັ້ນ ພາຍໃນປີ 2020 ລາວໄດ້ຂາຍຫຸ້ນຂອງ Amazon ໄປແລ້ວທັງໝົດ 10,200 ລ້ານໂດລາ. ໃນຂະນະທີ່ປີ 2019 ລາວໄດ້ຂາຍຫຸ້ນ Amazon ໄປ 2,800 ລ້ານໂດລາ.

ສ່ວນເຫດຜົນທີ່ລາວຂາຍຫຸ້ນໃນບໍລິສັດຂອງຕົນເອງ ເຊິ່ງກໍ່ຕັ້ງມາກັບມື ກໍເພື່ອເອົາເງິນມາລົງທຶນເພີ່ມໃນບໍລິສັດ Blue Origin ບໍລິສັດດ້ານການພັດທະນາຈະຫຼວດ ແລະ ໃຫ້ບໍລິການຂົນສົ່ງອະວະກາດ ທີ່ລາວກໍ່ຕັ້ງຂຶ້ນເມື່ອປີ 2000.

Blue Origin ມີເປົ້າໝາຍຫຼັກແມ່ນ ການສ້າງຖິ່ນຖານດວງຈັນ ແລະ ສ້າງສະຖານີອະວະກາດ ທີ່ເປັນອານານິຄົມໂຄຈອນອ້ອມໂລກ.

ກ່ອນໜ້ານີ້ ເຈບ ເຄີຍໃຫ້ສຳພາດວ່າ ລາວຈະຂາຍຫຸ້ນໃນບໍລິສັດ Amazon ປີລະ 1,000 ລ້ານໂດລາ ເພື່ອນຳໄປລົງທຶນໃນບໍລິສັດ Blue Origin. ເຊິ່ງການເລັ່ງຂາຍຫຸ້ນບໍລິສັດ Amazon ຂອງເຈບ ທີ່ມີມູນຄ່າຫຼາຍກວ່າປີກ່ອນໆ ສະທ້ອນໃຫ້ເຫັນວ່າລາວກຳລັງເຫັນໂອກາດແລະ ໃຫ້ຄວາມສຳຄັນກັບທຸລະກິດອະວາກາດຫຼາຍຂຶ້ນເລື້ອຍໆ.

ນອກຈາກນີ້ ລາຄາຫຸ້ນຂອງ Amazon ທີ່ປັບໂຕຂຶ້ນຢ່າງຕໍ່ເນື່ອງເຖິງ 71% ຕັ້ງແຕ່ຕົ້ນປີ ກໍອາດຈະເປັນອີກເຫດຜົນໜຶ່ງທີ່ລາວເລືອກຂາຍຫຸ້ນອອກມາບາງສ່ວນ ເພື່ອເຮັດກຳໄລ ແລະ ເກັບເງິນສົດໄວ້.

ຢ່າງໃດກໍຕາມ ເຖິງຈະຂາຍຫຸ້ນໄປແລ້ວບາງສ່ວນ ແຕ່ປັດຈຸບັນ ເຈບ ຍັງຄົງຖືຫຸ້ນໃນບໍລິສັດ Amazon ຫຼາຍກວ່າ 53 ລ້ານຫຸ້ນ ຄິດເປັນມູນຄ່າປະມານ 170,000 ລ້ານໂດລາ.

ນອກຈາກນີ້ ໃນເດືອນກຸມພາທີ່ຜ່ານມາ ເຈບ ຍັງໄດ້ຈັດຕັ້ງກອງທຶນໂລກ (Earth Fund) ທີ່ມີເປົ້າໝາຍເພື່ອຕໍ່ສູ້ກັບການປ່ຽນແປງຂອງສະພາບພູມອາກາດ ເຊິ່ງຈະມອບທຶນໃຫ້ກັບນັກວິທະຍາສາດ, ນັກເຄື່ອນໄຫວດ້ານສິ່ງແວດລ້ອມ  ແລະ ອົງກອນອື່ນໆ,  ໂດຍຈະບໍລິຈາກເງິນເຂົ້າກອງທຶນນີ້ເປັນຈຳນວນ 10,000 ລ້ານໂດລາ.

ເຈບ ຍັງປະກາດລາຍຊື່ຄົນ ຫຼື ອົງກອນ ທີ່ຈະໄດ້ຮັບເງິນບໍລິຈາກຢ່າງເປັນທາງການ ແຕ່ຄາດວ່າ ລາວອາດຈະມອບເງິນປະມານ 1100 ລ້ານໂດລາ ໃຫ້ກັບ The Nature Conservancy, The Environmental Defense Fund ແລະ The Nature Resources Defense Concil and the World Wildlife Fund.

ທີ່ມາ: https://www.facebook.com/MarketThinkTH/posts/3401925073233193