ໂຮງງານໄຟຟ້າຈາກຂີ້ເຫຍື້ອລ້ຳສະໄໝ ກາຍເປັນພື້ນທີ່ສາທາລະນະ ແລະຫຼິ້ນກິລາທີ່ເປັນພື້ນທີ່ສີຂຽວ ໃນປະເທດເດັນມາກ.



CopenHill ເປັນໂຮງງານໄຟຟ້າທີ່ປ່ຽນຂີ້ເຫຍື້ອຈາກໃນເມືອງ ມາເປັນຄວາມຮ້ອນ ແລະ ພະລັງງານ, ແຕ່ເໜືອກວ່ານັ້ນແມ່ນມັນຍັງເປັນພື້ນທີ່ສາທາລະນະເປີດໃຫ້ທຸກຄົນສາມາດເຂົ້າມາໃຊ້ສອຍໄດ້ ສະແດງໃຫ້ເຫັນວ່າ ໂຮງງານນີ້ບໍ່ໄດ້ປ່ອຍມົນລະພິດອອກມາ ມີພຽງແຕ່ໄອນ້ຳເທົ່ານັ້ນທີ່ອອກມາຈາກທໍ່ຄວັນ.

ໂຮງງານ CopenHill ທີ່ຕັ້ງຢູ່ປະະເທດເດັນມາກ ເປັນຜົນງານການອອກແບບໂດຍ Bjarke ingels group ໂດຍນອກຈາກມັນຈະເຮັດໜ້າທີ່ເປັນໂຮງໄຟຟ້າແລ້ວ ຍັງມີພື້ນທີ່ຫຼິ້ນກິລາຕ່າງໆ ແລະ ຍ່າງຫຼິ້ນຕາມອັດທະຍາໄສໄດ້ ແຖມມັນຍັງເປັນບ່ອນປີນໜ້າຜາຈຳລອງທີ່ສູງທີ່ສຸດໃນໂລກອີກດ້ວຍ.

ສຳຫຼັບນັກກິດຈະກຳກາງແຈ້ງ ຖ້າມາບ່ອນນີ້ຈະມີທັງ Wake Board, Go Kart, ສະກີ ແລະ ປີນໜ້າຜາອີກດ້ວຍ. ສຳລັບສາຍຊິວ ທີ່ມັກຍ່າງຫຼິ້ນກິນລົມຊົມວິວ ທີ່ນີ້ກໍຍັງເປັນສະຖານທີ່ຮາບພຽບທີ່ສູງທີ່ສຸດໃນເມືອງ ແລະ ມີເສັ້ນທາງທີ່ມີຕົ້ນໄມ້ຈຳນວນຫຼາຍ.

ສະຖານທີ່ແຫ່ງນີ້ ນອກຈາກເປັນພື້ນທີ່ທີ່ມີປະໂຫຍດຢ່າງຫຼວງຫຼາຍແລ້ວ ມັນຍັງຊ່ວຍດູດຊຶມຄວາມຮ້ອນ, ຊ່ວຍລົດຝຸ່ນລະອອງ ແລະ ຊ່ວຍລົດການໄຫຼຂອງແຮງນ້ຳອີກດ້ວຍ.

ໃນດ້ານຂອງການຜະລິດພະລັງງານຈາກຂີ້ເຫຍື້ອໂຮງງານໄຟຟ້າແຫ່ງນີ້ ໃນແຕ່ລະມື້ພວກເຂົາຈະຮັບຂີ້ເຫຍື້ອປະມານ 250-350 ລົດບັນທຸກ, ເຊິ່ງຂີ້ເຫຍື້ອເຫຼົ່ານີ້ຈະຖືກນຳມາຮວມກັນໃນຂຸມ ເພື່ອລໍຖ້ານຳເຂົ້າເຕົາເຜົາ ເຊິ່ງໃນຂະບວນການເຜົານີ້ຈະໄດ້ເປັນພະລັງງານຄວາມຮ້ອນທີ່ເຮັດໃຫ້ນ້ຳເດືອດ ແລະ ໄອນ້ຳທີ່ໄດ້ຈາກນ້ຳເຫຼົ່ານັ້ນ ກໍຈະໄປເຮັດໃຫ້ກັງຫັນນ້ຳເຮັດວຽກ.

ໃນຂະບວນການຜະລິດພະລັງງານເຫຼົ່ານີ້ ແນ່ນອນວ່າ ຈະຕ້ອງເກີດສານພິດ ແຕ່ໂຮງງານແຫ່ງນີ້ມີລະບົບພາຍໃນທີ່ບໍ່ປ່ອຍສານພິດອອກສູ່ສິ່ງແວດລ້ອມພາຍນອກເລີຍ.

ທີ່ມາ: https://www.facebook.com/environman.th/posts/3166178603510565