ປະເທດທຳອິດໃນອາຊີຕາເວັນອອກສຽງໃຕ້! Starlink ກຽມໃຫ້ບໍລິການອິນເຕີເນັດດາວທຽມ ໃນຟິລິບປິນ


Starlink ແມ່ນບໍລິການອິນເຕີເນັດດາວທຽມຄວາມໄວສູງ ທີ່ເປັນໜຶ່ງໃນໂຄງການທີ່ພັດທະນາໂດຍ SpaceX ນຳໂດຍມະຫາເສດຖີ Elon Musk. ຈຸດປະສົງຂອງໂຄງການນີ້ ແມ່ນຢາກເຮັດໃຫ້ຄົນທົ່ວໂລກເຂົ້າເຖິງອິນເຕີເນັດໄດ້ໃນເວລາດຽວກັນ ໂດຍ​ບໍ່​ມີ​ການ​ຈໍາ​ກັດ​ໃດໆ​.

ໃນວັນທີ 31 ມີນາ 2022 ມີລາຍງານອອກມາວ່າ ຟິລິບປິນກຽມຕົວທີ່ຈະຈັບມືກັບໂຄງການ Starlink ຂອງ SpaceX ເຊິ່ງຈະໃຫ້ບໍລິການອິນເຕີເນັດດາວທຽມຄວາມໄວສູງ ເປັນປະເທດທຳອິດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ອີງຕາມຖະແຫຼງການຂອງ ທ່ານ Roman M.Lopez  ເລຂາທິການ ການຄ້າ ແລະ ອຸດສາຫະກຳ ກ່າວວ່າ: ໂຄງການນີ້ ​ຢູ່ໃນຂັ້ນຕອນການ​ດຳ​ເນີນງານ​ຢູ່ ແລະ ​ຄາດ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ຈະ​​ສຳ​ເລັດ​ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ Rodrigo Duterte ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ນີ້.

ການເຈລະຈາກ່ຽວກັບການສ້າງຕັ້ງໂຄງການ SpaceX ໃນປະເທດຄັ້ງນີ້ ໄດ້ເລີ່ມຕົ້ນຂຶ້ນໃນເດືອນພະຈິກ ຂອງປີ 2021 ທີ່ຜ່ານມາ. ທ່ານ Lopez ກ່າວວ່າການລົງນາມໃນຮ່າງກົດໝາຍວ່າດ້ວຍການບໍລິການສາທາລະນະສະບັບປັບປຸງເມື່ອບໍ່ດົນມານີ້ ທີ່ອະນຸຍາດໃຫ້ຄົນຕ່າງປະເທດສາມາດເປັນເຈົ້າຂອງບໍລິການສາທາລະນະໃນປະເທດໄດ້ເຖິງ 100%, ເຊິ່ງນີ້ແມ່ນເປັນປັດໄຈສຳຄັນໃນການຕັດສິນໃຈລົງທຶນ.

ໂດຍໂຄງການຂອງ SpaceX ຄັ້ງນີ້ແມ່ນຈະໃຫ້ບໍລິການອິນເຕີເນັດ ໃນຟິລິບປິນໂດຍນຳໃຊ້ Low Earth Orbit (LEO) ຫຼື ດາວທຽມວົງໂຄຈອນຕໍ່າ. ໂດຍໃນວົງໂຄຈອນດັ່ງກ່າວ ປະກອບມີ ດາວທຽມທີ່ໂຄຈອນຢູ່ຫຼາຍກວ່າ 1,600 ດວງ ໃນກາງປີ 2021 ແລະ ໃນອະນາຄົດກໍຈະມີອີກຫຼາຍພັນດວງ ເຊິ່ງສື່ສານກັບເຄື່ອງຮັບສັນຍານຈາກພາກພື້ນດິນທີ່ກຳນົດໄວ້.

ການເປີດຕົວ Starlink ຂອງ SpaceX ໃນປະເທດຄັ້ງນີ້ຈະຊ່ວຍໃຫ້ຄວາມໄວ Broadband ໄວຫຼາຍຂຶ້ນ, ມີການເຊື່ອມຕໍ່ທີ່ດີຂຶ້ນ, ຄວາມສາມາດສໍາລັບການບໍລິການໂທລະຄົມຈະມີຫຼາຍຂຶ້ນ ພ້ອມກັບລາຄາທີ່ເໝາະສົມ ແລະ ບໍ່ແພງໃຫ້ກັບຜູ້ບໍລິໂພກ. “ລະບົບ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ຊ່ວຍເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດຂອງ Broadband ​ທີ່​ມີ​ຢູ່​ແລ້ວ. ສິ່ງນີ້​ຈະ​ເພີ່ມ​ຄວາມ​ສາມາດ​ໃຫ້​ແກ່​ວິສາຫະກິດຂະໜາດ​ນ້ອຍ ​ແລະ​ ຂະໜາດ​ກາງ (MSMEs) ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮຽນ​ຮູ້​ທາງ​ອິນ​ເຕີ​ເນັດ, E-commerce ​ແລະ Fintech.”

ປັດຈຸບັນ, SpaceX ກຳລັງສ້າງຕັ້ງໜ່ວຍງານທ້ອງຖິ່ນຂອງຟິລິບປິນ ເຊິ່ງຈະເປັນບໍລິສັດຍ່ອຍທີ່ເປັນເຈົ້າຂອງທັງໝົດ ຕັ້ງເປົ້າວ່າຈະໃຊ້ Gate way 3 ແຫ່ງໃນໄລຍະຕົ້ນຂອງການເປີດຕົວ. ຟິ​ລິບ​ປິນ​ຈະ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ນຳ​ໃຊ້​ເທັກ​ໂນ​ໂລ​ຢີ​ດັ່ງ​ກ່າວ​ເພື່ອ​ນຳ​ເອົາ​ການ​ເຊື່ອມ​ຕໍ່​ອິນເຕີເນັດ​ດາວ​ທຽມ​ຄວາມ​ໄວ​ສູງ​ມາ​ໃຫ້​ລູກ​ຄ້າ. ໂດຍສະເພາະໃນເຂດທີ່ການເຊື່ອມຕໍ່ມີຄວາມຫຍຸ້ງຍາກ ຫຼື ເປັນໄປບໍ່ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/