ສະຫະລັດອາເມຣິກາປະກາດເລີ່ມໃຊ້ພາສປອດ ທີ່ສາມາດລະບຸເພດ X ເພື່ອຄວາມຫຼາກຫຼາຍທາງເພດ ເລີ່ມຕົ້ນ 11 ເມສານີ້


ເມື່ອທ້າຍປີ 2021 ທີ່ຜ່ານມາ ສະຫະລັດອາເມຣິກາໄດ້ອອກພາສປອດເຫຼັ້ມທຳອິດ ທີ່ອະນຸຍາດໃຫ້ພົນລະເມືອງສາມາດບຸເພດຂອງຕົນເອງວ່າເປັນເພດ X  ເພື່ອເປັນການຊຸກຍູ້ຄວາມຫຼາກຫຼາຍທາງເພດພາຍໃນສັງຄົມ (ສາມາດອ່ານເພີ່ມຕື່ມໄດ້ທີ່: https://cutt.ly/iDGhHHk)

ຫຼ້າສຸດໃນວັນທີ 31 ມີນາ 2022 ລາຍງານຕາມແຈ້ງການຂອງເວັບໄຊທາງການສະຫະລັດອາເມຣິກາ ລະບຸວ່າພົນລະເມືອງສະຫະລັດອາເມຣິກາຈະເລີ່ມໃຊ້ໜັງຖືເດີນທາງ (ພາສປອດ) ແບບໃໝ່ທີ່ສາມາດລະບຸເພດ X ໃນວັນທີ 11 ເມສາ 2022.

ໂດຍຈຸດປະສົງຂອງການອອກພາສປອດແບບໃໝ່ນີ້ກໍເພື່ອໃຫ້ຊາວອາເມຣິກາມີທາງເລືອກໃນການເຮັດເຄື່ອງໝາຍ ‘X’ ເປັນການລະບຸເພດ ນອກເໜືອຈາກເພດຊາຍຫຼືເພດຍິງ ແລະ ເພື່ອໃຫ້ການເດີນທາງຂອງປະຊາຊົນທຸກເພດເປັນໄປຢ່າງສະຫວັດດີພາບ.

ທັງນີ້ ກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາ ກໍໄດ້ເວົ້າເຖິງເລື່ອງນີ້ ເມື່ອເດືອນມິຖຸນາ ປີ 2021 ວ່າປະຊາຊົນສາມາດເລືອກເພດ ‘M’ ຫຼື ‘F’ ໄດ້ໂດຍບໍ່ຕ້ອງສະແດງໃບຮັບຮອງແພດຄືທີ່ຜ່ານມາ.

ທາງດ້ານ ທ່ານ ແອນໂທນີ ບລິງເຄນ (Antony Blinken) ລັດຖະມົນຕີການຕ່າງປະເທດຂອງອາເມຣິກາກ່າວວ່າ “ ການປ່ຽນແປງຄັ້ງນີ້ ເປັນກ້າວສຳຄັນທີ່ຊ່ວຍໃຫ້ລັດ ສາມາດໃຫ້ບໍລິການພົນລະເມືອງສະຫະລັດອາເມຣິກາທຸກຄົນໄດ້ດີຂຶ້ນ ໂດຍບໍ່ຕ້ອງຄຳນຶງເຖິງເພດສະພາບ”.

ການສະເໜີໃຫ້ປະຊາຊົນເລືອກໃສ່ເຄື່ອງໝາຍ ‘X’ ໃນໜັງສືເດີນທາງບໍ່ພຽງແຕ່ເພື່ອເພດທີ 3 ເທົ່ານັນ ແຕ່ມັນຍັງລວມໄປເຖິງບຸກຄົນໄຮ້ເພດ ຫຼື ບໍ່ຕ້ອງການລະບຸເພດ.

ນອກຈາກນີ້ ເຮົາຍັງໄດ້ມີການປຶກສາຫາລືກັບປະເທດອື່ນໆ ຢ່າງຕໍ່ເນື່ອງ ກ່ຽວກັບການຍອມຮັບໜັງສືເດີນທາງທີ່ບຸເພດເປັນຕົວ ‘X’.

ໂດຍອາເມຣິກາ ເປັນອີກໜຶ່ງປະເທດທີ່ອະນຸຍາດໃຫ້ລະບຸເພດທີ່ກວ້າງຂຶ້ນໄດ້ ຈາກເມື່ອກ່ອນທີ່ມີພຽງແຕ່ເພດຊາຍແລະເພດຍິງ ເຊິ່ງກ່ອນໜ້ານີ້ຫຼາຍປະເທດກໍເລີ່ມອະນຸຍາດໃຫ້ລະບຸເພດ X ໃນພາສປອດໄດ້ແລ້ວ ແຕ່ອາດຈະມີເງື່ອນໄຂທີ່ແຕກຕ່າງກັນ ເຊັ່ນ: ແຄນນາດາ, ອອສເຕຣເລຍ, ນິວຊີແລນ, ເຢຍລະມັນ, ອິນເດຍ ແລະ ເນປານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/