ທ້ອນເງິນຖ້າເລີຍ ຢືນຢັນມາແທ້! ຜີ VS ຫົງ ທີ່ປະເທດໄທ ລາຄາເລີ່ມຕົ້ນ ປີ້ລະ 5,000ບາດ


ເປັນປາກົດການຄັ້ງໃຫຍ່ ໃນປະຫວັດສາດທະວີບອາຊີ ເມື່ອປະເທດໄທ ກຳລັງຈະຈັດການແຂ່ງຂັນບານເຕະ ເສິກແດງເດືອດ ລະຫວ່າງ Manchester United ພົບກັບ Liverpool Fc. ໂດຍໃສ່ຊື່ການແຂ່ງຂັນນີ້ວ່າ THE MATCH Bangkok Century Cup 2022. ການແຂ່ງຂັນຄັ້ງນີ້ ຈະຖືກຈັດຂຶ້ນໃນ ສະໜາມກິລາແຫ່ງຊາດ ຂອງປະເທດໄທ ໃນວັນທີ 12 ກໍລະກົດນີ້.

ໂດຍການພົບກັນລະຫວ່າງ 2 ທີມນີ້ ຖືວ່າເປັນ ເສິກທີ່ແຟນບານທົ່ວໂລກໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກ 2 ທີມເປັນຄູ່ແຂ່ງກັນໂດຍກົງ ໃນປະເທດອັງກິດ ນອກຈາກຄວາມຂັດແຍ້ງໃນສະໜາມແລ້ວ ເລື່ອງນອກສະໜາມກໍເຊັ່ນກັນ ເພາະວ່າຍັງມີການຂັດແຍ້ງກັນເລື່ອງເສດຖະກິດ ມາຕັ້ງແຕ່ສະໄໝອະດີດແລ້ວ. ຖືໄດ້ວ່າເປັນ 2 ທີມ ທີ່ມີປະຫວັດສາດອັນຍາວນານທັງສອງ ແລະ ມີແຟນບານໜາແໜ້ນໄປທົ່ວໂລກ. ເສິກນີ້ເອີ້ນໄດ້ວ່າ ພົບກັນເທື່ອໃດ ມ່ວນຈົນເກືອບຢຸດຫາຍໃຈເທື່ອນັ້ນ. ຈຶ່ງເປັນໂອກາດດີ ສຳລັບແຟນບານ ໃນອາຊີ ແລະ ປະເທດລາວ ທີ່ຈະມີໂອກາດໄປເບີ່ງນັກເຕະລະດັບໂລກ ແບບຕົວເປັນໆ ດ້ວຍຕາຂອງຕົນເອງຈັກເທື່ອໜຶ່ງໃນຊີວິດ.

ສຳລັບປີ້ເຂົ້າຊົມການແຂ່ງຂັນມີທັງໝົດ 7 ລາຄາ: 5,000 / 7,000 / 12,000 / 15,000 / 20,000 / 22,000 ແລະ 25,000 ບາດ. ສຳລັບຜູ້ທີ່ສົນໃຈສາມາດຊື້ປີ້ໄດ້ທີ່ ໄທ Ticket Major ທຸກສາຂາ ຫຼື ຊ່ອງທາງອອນໄລນ໌ທີ່ https://cutt.ly/VDFiM2R  ເຊິ່ງຈະວາງຂາຍໃຫ້ປະຊາຊົນທົ່ວໄປ ໃນວັນທີ 2 ເມສາ 2022 ເວລາ 10:00 ໂມງ (ຈຳກັດຜູ້ດຽວ ຊື້ບໍ່ເກີນ 4 ປີ້).

ການແຂ່ງຂັນຄັ້ງນີ້ ຖືເປັນໂອກາດດີ ສຳລັບແຟນບານ ໃນອາຊີ ແລະ ປະເທດລາວ ທີ່ບໍ່ມີໂອກາດທີ່ຈະບິນໄປເບີ່ງຄູ່ນີ້ ຮອດປະເທດອັງກິດ ຈະໄດ້ເຫັນນັກເຕະລະດັບໂລກຂວັນໃຈຕົນເອງ ແບບຕົວເປັນໆດ້ວຍຕາຂອງຕົນເອງຈັກເທື່ອໜຶ່ງໃນຊີວິດ.

ຂອບໃຈຂໍ້ມູນຈາກ: https://cutt.ly/LDFogik

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/