Dyson Zone ໜ້າກາກຟອກອາກາດຈາກມົນລະພິດ ມາພ້ອມກັບຫູຟັງທີ່ຕັດສຽງລົບກວນໄດ້


ໃນຍຸກປັດຈຸບັນນີ້ ຈາກການຂະຫຍາຍຕົວທາງດ້ານເສດຖະກິດເຮັດໃຫ້ບາງທີ່ພື້ນທີ່ໃນໂລກ ເຊັ່ນ: ຕົວເມືອງໃຫຍ່ ຫຼື ເຂດອຸດສາຫະກຳ ຕ້ອງປະເຊີນກັບມົນລະພິດທາງອາກາດ ເຮັດໃຫ້ຄົນເຮົາຂາດອາກາດທີ່ສະອາດໄປ ແລະ ຍາກຕໍ່ການດຳລົງຊີວິດ ດ້ວຍເຫດນັ້ນບັນດາບໍລິສັດເທັກໂນໂລຢີຈຶ່ງໄດ້ປະດິດສິ່ງຂອງຕ່າງໆ ເພື່ອຮັບມືກັບມົນລະພິດເຫຼົ່ານັ້ນ ເຊິ່ງ Dyzone ແບຣນເທັກໂນໂລຢີຊື່ດັງສັນຊາດອັງກິດກໍໄດ້ຜະລິດ ໜ້າກາກທີ່ຟອກອາກາດສະອາດ ພ້ອມກັບມີຫູຟັງປ້ອງກັນສຽງລົບກວນອີກດ້ວຍ.

Dyson ແບຣນເທັກໂນໂລຢີຊື່ດັງສັນຊາດອັງກິດທີ່ມັກຈະມີສິ່ງຂອງຕ່າງໆ ອອກມາໃຫ້ເຮົາໄດ້ເລືອກຊື້ກັນເລື້ອຍໆ ໄດ້ເປີດຕົວ Dyzon Zone ເຊິ່ງເປັນໜ້າກາກຟອກອາກາດທີ່ມີໂຄງສ້າງເຊື່ອມຕໍ່ກັບຫູຟັງ ແຖມຫູຟັງນີ້ກໍເປັນລະບົບຕັດສຽງລົບກວນ (Noise Canellation) ອີກດ້ວຍ.

ຂໍ້ມູນຈາກ Dyzon ລະບຸວ່າພວກເຂົາໄດ້ໃຊ້ເວລາພັດທະນາສິ່ງນີ້ມາເປັນເວລາເກືອບ 6 ປີຈົນໄດ້ມາເປັນໜ້າກາກຟອກອາກາດທີ່ພາຍໃນຈະມີພັດລົມນ້ອຍໆ ທີ່ດູດອາກາດເຂົ້າມາ ແລະ ມີລະບົບກັ່ນຕອງອາກາດຊ້ອນເຂົ້າໄປ ເພື່ອໃຫ້ຜູ້ໃຊ້ງານໄດ້ຮັບອາກາດທີ່ບໍລິສຸດເຂົ້າໄປຜ່ານດັງແລະປາກ.

ໂດຍໜ້າກາກນີ້ຈະສາມາດກັ່ນຕອງອາກາດໄດ້ຫຼາຍເຖິງລະດັບ 0.1 ໄມຄຣອນ ແລະ ສາມາດຟອກອາກາດໄດ້ຢ່າງມີປະສິດທິພາບເຖິງ 99% ຢ່າງໃດກໍດີໜ້າກາກຕົວນີ້ຍັງບໍ່ໄດ້ຖືກພັດທະນາເພື່ອຮັບຮອງກັບໂລກລະມາດໃນເວລານີ້ ແລະ ອາດຈະບໍ່ສາມາດຊ່ວຍປົກປ້ອງເລື່ອງນີ້ໄດ້ ເນື່ອງຈາກມັນຖືກອອກແບບມາປ້ອງກັນຝຸ່ນມົນລະພິດຫຼາຍກວ່າ.

ຕາມລາຍງານລະບຸວ່າ Dyson Zone ຈະອອກສູ່ຕະຫຼາດໃນໄລຍະປະມານເດືອນກັນຍານີ້ ເຊິ່ງກໍຕ້ອງມາຕິດຕາມກັນວ່າ ມັນຈະມີລາຄາເທົ່າໃດ ແລະ ວາງຂາຍຫຼາຍໜ້ອຍສ່ຳໃດ ໃນຍຸກທີ່ອາກາດສະອາດ ປາສະຈາກມົນລະພິດ ຄືສິ່ງທີ່ສຳຄັນໃນປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/