ຢາກລອງກິນບໍ່! ຊີ້ນສິງທີ່ຜະລິດໃນຫ້ອງແລັບ ກຽມວາງຈຳໜ່າຍແລ້ວໃນອັງກິດເປັນຄັ້ງທຳອິດຂອງໂລກ


ຖ້າເວົ້າເຖິງບັນດາຊີ້ນສັດທີ່ເຮົາກິນໃນແຕ່ລະມື້ ຫຼາຍຄົນໆອາດຈະຄຸ້ນເຄີຍກັບ ຊີ້ນໝູ, ງົວ, ໄກ່ ແລະ ປາ ເປັນຕົ້ນ ແຕ່ວ່າຖ້າເຈົ້າຢາກກິນເຈົ້າແຫ່ງສັດປ່າແບບຖືກກົດໝາຍ ໃນອະນາຄົດອັນໃກ້ນີ້ມັນອາດຈະບໍ່ແມ່ນເລື່ອງທີ່ຫຍຸ້ງຍາກອີກຕໍ່ໄປ ເພາະວ່າ ບໍລິສັດ ສະຕາດອັບເທັກໂນໂລຢີດ້ານອາຫານ ທີ່ມີຊື່ວ່າ Primeval Foods ໄດ້ວາງແຜນກຽມຈໍາໜ່າຍ “ຊີ້ນສິງທີ່ຜະລິດໃນຫ້ອງແລັບ” ເປັນຄັ້ງທຳອິດໃນປະເທດອັງກິດ.

ອະທິບາຍແບບຫຍໍ້ໃຫ້ເຂົ້າໃຈກ່ອນວ່າ ຊີ້ນສັດທີ່ຜະລິດຂຶ້ນໃນຫ້ອງແລັບນັ້ນ ແມ່ນຈະໃຊ້ວິທີການສັງເຄາະເນື້ອເຍື່ອຈາກເຊລສັດສາຍພັນຕ່າງໆ ໃນຫ້ອງທົດລອງ ແລະ ເຮັດໃຫ້ມັນກາຍເປັນຊີ້ນຕ່ອນໃຫຍ່ ເຊິ່ງຈະລົດບັນຫາຈາກການໃຊ້ຊີ້ນສັດແທ້ ແລະ ເພີ່ມທາງເລືອກໃຫ້ກັບຜູ້ບໍລິໂພກ.

Primeval Foods ເຊິ່ງເປັນຜູ້ຜະລິດ ກ່າວວ່າ ບໍລິສັດກຽມຈະສົ່ງຊີ້ນສິງທີ່ຜະລິດໃນຫ້ອງແລັບ (lab-grown meat) ໃຫ້ກັບຮ້ານອາຫານທີ່ໄດ້ຮັບດາວມິຊະລິນບາງແຫ່ງໃນລອນດອນຈັດຈໍາໜ່າຍ ແລະໃນອະນາຄົດກໍມີແຜນຈະຂະຫຍາຍຕະຫຼາດ ວາງຈຳໜ່າຍໃນ Supermarket ແລະ ຮ້ານອາຫານທ້ອງຖິ່ນເພື່ອໃຫ້ຄົນເຂົ້າເຖິງຫຼາຍຂຶ້ນ.

“ຫຼາຍຄົນນັ້ນມັກການຄົ້ນພົບປະສົບການກິນອາຫານແບບໃໝ່ ອາຫານປະເພດໃໝ່ ແຕ່ການກິນຊີ້ນສັດທີ່ເຮົາຄຸ້ນເຄີຍກັນຢູ່ທຸກມື້ນີ້ມີຂໍ້ຈຳກັດໃນການຕອບສະໜອງຄວາມຕ້ອງການນີ້” Yilmaz Bora ຫຸ້ນສ່ວນຜູ້ຈັດການ Ace Venture ຜູ້ຮ່ວມພັັດທະນາໂຄງການຊີ້ນສັດໃນແລັບກ່າວ ພ້ອມເສີມວ່າ “ມັນຕ້ອງໄປໄດ້ໄກກວ່າເມນູຊີ້ນງົວ ໄກ່ ຫຼື ໝູ ແລະ ຍິ່ງກວ່ານັ້ນມັນຕ້ອງບໍ່ທຳລາຍທຳມະຊາດ”.

ນອກຈາກຊີ້ນສິງແລ້ວທາງບໍລິສັດຍັງມີຊີ້ນສັດສັງເຄາະອື່ນໆ ອີກເຊັ່ນ: ຊີ້ນເສື້ອ, ຊີ້ນມ້າລາຍ… ໃຫ້ກັບຄົນທີ່ສົນໃຈໄດ້ຫາຊື້ມາລອງ

ທັງນີ້ Primeval Foods ຫວັງວ່າການເພີ່ມຊີ້ນສັດທີ່ຜະລິດໃນຫ້ອງແລັບເຂົ້າມາໃນອຸດສາຫະກໍາອາຫານຈະຊ່ວຍລົບຜົນກະທົບທາງສິ່ງແວດລ້ອມ ເພາະຈາກຜົນການສຶກສາໃນຢູໂຣບ ພົບວ່າ ຊີ້ນສັດຈາກຫ້ອງແລັບນັ້ນໃຊ້ພະລັງງານໃນການຜະລິດໜ້ອຍກວ່າຊີ້ນສັດປະມານ 7–45%.

ນອກຈາກນີ້ຍັງພົບວ່າການປ່ອຍແກສເຮືອນແກ້ວລົດລົງ 78%-96%, ການໃຊ້ເນື້ອທີ່ດິນລົດລົງ 99% ແລະ ການໃຊ້ນ້ຳລົດລົງ 82-96% ເຊິ່ງສາມາດນຳເອົາຊັບພະຍາກອນທີ່ປະຢັດເຫຼົ່ານີ້ໄປໃຊ້ໃຫ້ເກີດປະໂຫຍດອື່ນຕໍ່ໄດ້ອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/