ວິລະໄຊ ຜູ້ທີ່ເປັນແບບຢ່າງ ແລະ ແຮງບັນດານໃຈໃຫ້ແກ່ເດັກນ້ອຍ, ໄວໜຸ່ມ ແລະ ຊຸມຊົນ


ວິລະໄຊ ທຳມະວົງ ຫຼື ຕົ້ນ ຜູ້ທີ່ເປັນແບບຢ່າງທີ່ດີໃຫ້ແກ່ ເດັກ ແລະ ໄວໜຸ່ມ ສະເໝີມາ. ຜ່ານມາ ໄດ້ມີຜົນງານທີ່ໂດດເດັ່ນ ໃນການຊ່ວຍພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດໃນການຖ່າຍທອດບົດຮຽນອັນລໍ້າຄ່າສູ່ຊຸມຊົນ ແລະ ບັນດາຄູ່ຮ່ວມງານໃນຫຼາຍຂະແໜງການ. ທຸກວຽກງານແມ່ນໄດ້ເຮັດດ້ວຍຄວາມຮັກທີ່ມີຕໍ່ເພື່ອນມະນຸດດ້ວຍກັນ ໃນການສ້າງສາພັດທະນາເດັກ ແລະ ໄວໜຸ່ມ ໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນງານໃນລະດັບເວທີໂລກມາແລ້ວ ເປັນອີກຄົນໜຶ່ງທີ່ໜ້ານັບຖື ທັງກາຍ, ວາຈາ ແລະ ຈິດໃຈ ພ້ອມກັບຜົນງານທີ່ໜ້າຈົດຈຳ ແລະ ຍັງເປັນແຮງບັນດານໃຈໃຫ້ເດັກນ້ອຍ ແລະ ໄວໜຸ່ມຫຼາຍໆຄົນອີກດ້ວຍ. ຕະຫຼອດໄລຍະທີ່ຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຄວາມເກັ່ງ, ຄວາມອົດທົນພະຍາຍາມ, ສູ້ຊົນກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ ຈົນສາມາດຜ່ານຜ່າມາໄດ້ຈົນຮອດທຸກມື້ນີ້. ທາງທີມງານ LaoX ໄດ້ມີໂອກາດພິເສດໃນການສຳພາດ ເຊິ່ງຈະເປັນແນວໃດນັ້ນ ພວກເຮົາມາອ່ານນຳກັນໄດ້ເລີຍ.

1.ປັດຈຸບັນເຮັດວຽກກ່ຽວກັບຫຍັງ?

ປັດຈຸບັນເຮັດວຽກກັບອົງການຊາຍຟັນ ປະຈຳ ສປປ ລາວ (ChildFund) ເຊິ່ງເປັນອົງການຈັດຕັ້ງສາກົນ ຫຼື INGO ທີ່ເຮັດວຽກກ່ຽວກັບການພັດທະນາເດັກ, ພັດທະນາໄວໜຸ່ມ ແລະ ຊຸມຊົນ ເຊິ່ງໄດ້ເຮັດວຽກຮ່ວມກັບພາກລັດ ໃນຫຼາຍກະຊວງ, ຫຼາຍແຂວງ ແລະ ຫຼາຍຂະແໜງການ, ບັນດາສະມາຄົມ ແລະ ບັນດາຄູ່ຮ່ວມພັດທະນາ. ອົງການຊາຍຟັນ (ChildFund) ຢູ່ ສປປ ລາວ ໄດ້ເລີ່ມສ້າງຕັ້ງຂຶ້ນແຕ່ປີ 2010, ໃນປັດຈຸບັນ ອົງການຊາຍຟັນ ປະຈຳ ສປປ ລາວ ມີ 3 ແຜນງານໃຫຍ່ ຄື: ແຜນງານສາທາລະນະສຸກ; ແຜນງານພັດທະນາການສຶກສາ; ແຜນງານສິດທິເດັກ-ປົກປ້ອງເດັກ ແລະ ພັດທະນາໄວໜຸ່ມ, ນີ້ແມ່ນ 3 ວຽກຫຼັກຂອງອົງການຊາຍຟັນ ລວມທັງການຕອບໂຕ້ໄພພິບັດ ຫຼື ວຽກສຸກເສີນ ຍົກຕົວຢ່າງເຊັ່ນ ການຊ່ວຍເຫຼືອເດັກ, ໄວໜຸ່ມ ແລະ ຊຸມຊົນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນຫຼາຍປີກ່ອນ ພວກເຮົາກໍໄດ້ໄປຊ່ວຍ ເຊິ່ງມີກິດຈະກຳຫຼັກຄື ມຸມທີ່ເປັນມິດສຳລັບເດັກ (Child Friendly Space).

ປັດຈຸບັນ ຕົນເອງໄດ້ເຮັດວຽກໃນ 3 ຕຳແໜ່ງຫຼັກໆຄື:

  1. ເປັນຮັກສາການຫົວໜ້າອົງການຊາຍຟັນ ປະຈຳ ສປປ ລາວ
  2. ເປັນຫົວໜ້າແຜນງານ
  3. ເປັນຫົວໜ້າແຜນງານສິດທິເດັກ-ປົກປ້ອງເດັກ ແລະ ພັດທະນາໄວໜຸ່ມ.

ໂດຍສະເພາະແຜນງານ ສິດທິເດັກ-ປົກປ້ອງເດັກ ແລະ ພັດທະນາໄວໜຸ່ມ ແມ່ນໄດ້ຮ່ວມງານກັບຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ເຊິ່ງໄດ້ຈັດຕັ້ງປະຕິບັດໂຄງການມາເປັນໄລຍະທີສາມແລ້ວ ໃນ 5 ປີ ທີ່ຜ່ານມາ ເຊິ່ງໄດ້ມີກິດຈະກຳຕ່າງໆເຊັ່ນ: ສ້າງຄູ່ມືແຫ່ງຊາດ 5 ສະບັບທີ່ກ່ຽວຂ້ອງກັບ ສິດທິເດັກ, ການປົກປ້ອງເດັກ, ການສົ່ງເສີມການມີສ່ວນຮ່ວມ ສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມ ຢູ່ໃນ ສປປ ລາວ, ຄູ່ມືແຫ່ງຊາດກ່ຽວກັບການພັດທະນາທັກສະຊີວິດ ສຳລັບເດັກ ແລະ ໄວໜຸ່ມ, ຄູ່ມືການກຽມພ້ອມທາງດ້ານອາຊີບໃຫ້ກັບໄວໜຸ່ມ. ການສ້າງຄູຝຶກໄວໜຸ່ມ ໃນການເຮັດກິດຈະກຳເພື່ອນສອນເພື່ອນ ໃນການຝຶກທັກສະຊີວິດ ແລະ ບັນດາບົດຮຽນຕ່າງໆ ໃຫ້ເດັກ ແລະ ໄວໜຸ່ມ ຕັ້ງແຕ່ຢູ່ໃນຂັ້ນໂຮງຮຽນ, ຂັ້ນເມືອງ, ຂັ້ນແຂວງ, ຂັ້ນນະຄອນຫຼວງ ແລະ ກໍມີການຈັດງານເວທີເດັກຕັ້ງແຕ່ຂັ້ນທ້ອງຖິ່ນຈົນຮອດລະດັບຊາດ, ເວທີເດັກລາວ ແມ່ນໄດ້ຈັດໃນລະດັບຊາດເລີ່ມຕັ້ງແຕ່ປີ 2018 ຈົນຮອດປັດຈຸບັນ.

ຫຼັງຈາກນັ້ນ, ພວກເຮົາກໍໄດ້ຮ່ວມກັບລັດຖະບານລາວ ໃນການຄັດເລືອກຕົວແທນເດັກ ໄປຮ່ວມງານເວທີເດັກລະດັບອາຊຽນ-ລະດັບສາກົນ ຕົວຢ່າງ ຢູ່ສະພາສະຫະປະຊາຊາດທີ່ນິວຢອກ, ປະເທດສະຫະລັດ-ອາເມຣິກາ, ເຈນີວາ ປະເທດສະວິດເຊີແລນ ແລະ ວຽກສິດທິເດັກ ປົກປ້ອງເດັກ ແລະ ພັດທະນາໄວໜຸ່ມ ທີ່ໄດ້ຈັດຕັ້ງປະຕິບັດ ຕັ້ງແຕ່ໃນລະດັບໂຮງຮຽນຈົນຮອດລະດັບສາກົນເລີຍ.

2.ເປັນຫຍັງອ້າຍຄືມັກວຽກສາຍນີ້?

ມັກວຽກສາຍນີ້ ຍ້ອນວ່າ ໄດ້ມີໂອກາດໃນການປະກອບສ່ວນໃນການຊ່ວຍເຫຼືອ ແລະ ພັດທະນາຄົນໃນຫຼາຍໆດ້ານ ເຊັ່ນ: ວຽກສາທາລະນະສຸກ ພວກເຮົາເຮັດວຽກກ່ຽວກັບສຸຂະພາບແມ່ ແລະ ເດັກ, ວຽກສົ່ງເສີມສຸຂະອະນາໄມ ແລະ ນ້ຳສະອາດ ເຊິ່ງໄດ້ຮັບທຶນຈາກສະຫະພາບຢູໂຣບ ແລະ ລັດຖະບານຂອງປະເທດອອສເຕຣເລຍ, ວຽກພັດທະນາການສຶກສາ ເຊິ່ງໄດ້ຮັບທຶນຈາກສະຫະພາບຢູໂຣບ, ລັດຖະບານຂອງປະເທດອອສເຕຣເລຍ ແລະ ປະເທດເກົາຫຼີໃຕ້ ເຊິ່ງມີ ວຽກການສຶກສາກ່ອນໄວຮຽນ, ການສຶກສາຊັ້ນປະຖົມ-ມັດທະຍົມ, ມີການສອນເພດສຶກສາ, ສຸຂະພາບຈະເລີນພັນ ແລະ ສິດທິ ເຊິ່ງໄດ້ຝຶກອົບຮົມຄູ ແລະ ອາສາເພື່ອນໄວໜຸ່ມ ເພື່ອຈະໄປສົ່ງຕໍ່ຄວາມຮູ້ກ່ຽວກັບເພດສຶກສາ ໃຫ້ແກ່ນັກຮຽນຊັ້ນປະຖົມ-ມັດທະຍົມ ແລະ ໂຮງຮຽນອະຊີວະສຶກສາ.

ນອກຈາກນີ້ ຍັງມີວຽກສິດທິເດັກ, ປົກປ້ອງເດັກ ແລະ ການສ້າງຄວາມເຂັ້ມແຂງ ແລະ ພາວະການເປັນຜູ້ນຳ ໃຫ້ກັບເດັກ ແລະ ໄວໜຸ່ມ ລວມທັງວຽກສົ່ງເສີມຄວາມເທົ່າທຽມ ແລະ ສິດສະເໝີພາບຍິງ-ຊາຍ ແລະ ຄວາມຫຼາກຫຼາຍທາງເພດ ທີ່ເປັນວຽກງານບູລິມະສິດຫຼັກ ໄດ້ທຸ່ມເທເຮັດວຽກດ້ວຍຄວາມມັກ-ຮັກ ຕະຫຼອດມາເປັນເວລາ 13 ປີເຕັມ ເຊິ່ງເລີ່ມຕັ້ງແຕ່ການເປັນອາສາສະໝັກ ໃນປີ 2009 ແລ້ວກ້າວເຂົ້າມາເປັນພະນັກງານ. ສະຫຼຸບກໍຄື ວຽກທັງໝົດທີ່ເຮັດແມ່ນເພື່ອເດັກ, ໄວໜຸ່ມ ແລະ ເພື່ອຊຸມຊົນ ໂດຍການຮ່ວມມືກັບຫຼາຍພາກສ່ວນຕັ້ງແຕ່ຂັ້ນທ້ອງຖິ່ນ ຈົນເຖິງລະດັບຊາດ, ສະດັບພາກພື້ນ ແລະ ສາກົນ.

3. ຄວາມເປັນມາຂອງການສຶກສາມີຄືແນວໃດ?

ພື້ນຖານຕົນເອງແມ່ນເກີດຢູ່ແຂວງສະຫວັນນະເຂດ ເມືອງໄກສອນພົມວິຫານ ແລະ ມາເຕີບໃຫຍ່ຢູ່ເມືອງອຸທຸມພອນ ຫຼື ເອີ້ນວ່າ ເຊໂນ ຈົນຮຽນຈົບຊັ້ນມັດທະຍົມ, ທຳອິດແມ່ນຕົນເອງຈະໄດ້ຮັບທຶນໄປສຶກສາຕໍ່ຢູ່ທີ່ປະເທດຈີນ ແຕ່ເນື່ອງຈາກມີປັດໄຈພາຍນອກບາງຢ່າງ ຈຶ່ງເຮັດໃຫ້ຕ້ອງໄດ້ສະຫຼະທຶນດັ່ງກ່າວ. ຫຼັງຈາກນັ້ນ, ຈຶ່ງໄດ້ຮຽນ ປະລິນຍາຕີ ຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຢູ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ຍັງໄດ້ປະຕິຍານຕົນວ່າ ຈະເປັນຄົນທີ່ໄດ້ດີໃຫ້ໄດ້ ເຖິງວ່າຈະບໍ່ໄດ້ໄປຮຽນຢູ່ຕ່າງປະເທດກໍຕາມ.

ນອກຈາກສຶກສາຮ່ຳຮຽນແລ້ວ ກໍຍັງໄດ້ເຮັດວຽກເສີມເພື່ອຫາລາຍໄດ້ ເຊິ່ງເລີ່ມຈາກການຂາຍເຄື່ອງ ແລ້ວມີໂອກາດໄດ້ເຫັນອົງການຈັດຕັ້ງສາກົນ (INGO) ເຊິ່ງເຂົາເຈົ້າເປີດຮັບອາສາສະໝັກ ໃນປີ 2009 ເລີຍໄດ້ໄປສະໝັກເປັນອາສາສະໝັກເພື່ອຊ່ວຍເຫຼືອສັງຄົມ ແລະ ຊອກຫາປະສົບການໃນການເຮັດວຽກ, ພໍໄດ້ໄປເຮັດວຽກ ໄດ້ໃກ້ຊິດກັບເດັກຫຼາຍຂຶ້ນ ຈຶ່ງຮູ້ສຶກວ່າ ເຮົາໄດ້ຊ່ວຍສັງຄົມ ຫຼັງຈາກໄດ້ເຂົ້າເປັນອາສາໄລຍະໜຶ່ງ ກໍໄດ້ສະໝັກເປັນພະນັກງານເຕັມເວລາ ຕັ້ງແຕ່ຍັງຮຽນບໍ່ທັນຈົບ. ຕໍ່ມາ ຕົນເອງກໍໄດ້ຮຽນທັງຢູ່ໃນ ມຊ ແລະ ຢູ່ວິທະຍາໄລລາວ-ອາເມຣິກາ ແລະ ຍັງໄດ້ຫາເງິນຮຽນເອງຈົນຈົບການສຶກສາລະດັບປະລິນຍາຕີທັງ 2 ສະຖາບັນ.

ຫຼັງຈາກນັ້ນ ກໍໄດ້ສືບຕໍ່ຮຽນ ປະລິນຍາໂທ ສາຂາພັດທະນາສັງຄົມ ໃນຄະນະວິທະຍາສາດສັງຄົມ ມຊ ຈົນຈົບໃນປີ 2015. ນອກຈາກນັ້ນ ກໍຍັງໄດ້ຮຽນລົງເລິກສະເພາະດ້ານກ່ຽວກັບສິດທິເດັກ ແລະ ການປົກປ້ອງເດັກ ກັບມະຫາວິທະຍາໄລ Harvard, ສັງຄົມສົງເຄາະ ກັບມະຫາວິທະຍາໄລ Michigan, ສຸຂະພາບຈິດ ແລະ ການປ້ອງກັນການຂ້າຕົວຕາຍໃນໄວໜຸ່ມ ແລະ ຜູ້ໃຫຍ່ ເຊິ່ງເປັນສາຂາວິຊາສະເພາະ ທີ່ຮ່ວມມືກັນລະຫວ່າງມະຫາວິທະຍາໄລ ແລະ ໜ່ວຍງານສັງຄົມສົງເຄາະ ຂອງປະເທດອອສເຕຣເລຍ, ນິວຊີແລນ ແລະ ເຢຍລະມັນ. ໃນໄລຍະປີ 2020-2022 ກໍຍັງໄດ້ຖືກຄັດເລືອກ ໃນການເປັນອາສາສະໝັກໄວໜຸ່ມອາຊຽນ ເພື່ອເຮັດໂຄງການພັດທະນາໄວໜຸ່ມຢູ່ປະເທດຟິລິບປິນ ແລະ ກໍຍັງໄດ້ເປັນ Professional Fellows ໃນໂຄງການຜູ້ນຳໄວໜຸ່ມອາຊຽນ ຫຼື Young Southeast Asian Leaders Initiatives (YSEALI) ເຊິ່ງເປັນທຶນຈາກລັດຖະບານສະຫະລັດອາເມຣິກາ.

ຂ້ອຍໄດ້ເລີ່ມຕົ້ນ ການເຮັດວຽກເປັນພະນັກງານເຕັມເວລາ ໃນວຽກພັດທະນາເດັກໂດຍສະເພາະ ແລະ ໄດ້ເປັນຄູຝຶກ. ໃນການເຮັດວຽກກໍໄດ້ມີໂອກາດຮຽນຮູ້, ພັດທະນາ ແລະ ໄດ້ຮັບໜ້າທີ່ໃນຫຼາຍວຽກງານ ຫຼາຍຕຳແໜ່ງ ເຮັດໃຫ້ມີປະສົບການຫຼາກຫຼາຍຂຶ້ນ. ເມື່ອໄດ້ມາເຮັດວຽກສາຍນີ້ແທ້ໆແລ້ວຮູ້ສຶກມັກວຽກນີ້ແຮງ ເຊິ່ງຂ້ອຍໄດ້ເຮັດວຽກປົກປ້ອງເດັກ ແລະ ໄດ້ເຫັນກ່ຽວກັບຫຼາຍບັນຫາຂອງເດັກທີ່ໄດ້ພົບ ບໍ່ວ່າຈະເປັນບັນຫາຄວາມຮຸນແຮງໃນຄອບຄົວ ບັນຫາຄວາມຮຸນແຮງທາງດ້ານຈິດໃຈ, ບາງຄົນຖືກຂົ່ມຂື່ນ, ບາງຄົນເປັນເດັກກຳພ້າກຳພອຍ, ບາງຄົນຖືກຄ້າມະນຸດ, ຍິ່ງຂ້ອຍເຮັດວຽກນີ້ໄປດົນໆ ຍິ່ງເຮັດໃຫ້ຢາກຊ່ວຍເຫຼືອເຂົາເຈົ້າຫຼາຍຂຶ້ນ ເພາະວ່າ ການໄດ້ເຮັດວຽກທີ່ສາມາດຊ່ວຍຄົນອື່ນໄດ້ ເຮັດໃຫ້ຂ້ອຍຮູ້ສຶກວ່າ ຊີວິດມີຄຸນຄ່າຫຼາຍ.

4.ຄິດວ່າວຽກສາຍນີ້ສ້າງຜົນປະໂຫຍດຫຍັງໃຫ້ແກ່ສັງຄົມ?

ວຽກສາຍນີ້ ສ້າງປະໂຫຍດໃຫ້ແກ່ສັງຄົມຫຼາຍ ແລະ ເຮົາສາມາດໄດ້ທຶນຮອນໃນການຊ່ວຍເຫຼືອ ເຊິ່ງພວກເຮົາແມ່ນອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ພວກເຮົາເຮັດເພື່ອບໍ່ໄດ້ເອົາກຳໄລຄືກັບທຸລະກິດ ແຕ່ກຳໄລຂອງພວກເຮົາແມ່ນເຮົາເອົາມາພັດທະນາ-ສ້າງສາປະເທດຊາດ, ທຸກວຽກງານທີ່ອົງການຊາຍຟັນ (ChildFund) ໄດ້ເຮັດ ຫຼື ອົງກອນສາກົນ ຫຼື ບັນດາສະມາຄົມອື່ນໆເຮັດ ແມ່ນເຮັດເພື່ອຕອບສະໜອງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ, ໃນການພັດທະນາຊັບພະຍາກອນມະນຸດ ພັດທະນາເລື່ອງສຸຂະພາບຂອງແມ່ຍິງ ແລະ ເດັກ, ພັດທະນາເລື່ອງການສຶກສາຂອງເດັກ-ໄວໜຸ່ມ ທຸກສິ່ງທີ່ອົງການຊາຍຟັນເຮັດ ລ້ວນແລ້ວແຕ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ທັງໝົດ.

ອົງການຊາຍຟັນ ອອສເຕຣເລຍ ແລະ ອົງການຊາຍຟັນລາວ ພວກເຮົາມີໜ່ວຍງານໜຶ່ງເອີ້ນວ່າ ການສ້າງທັກສະທາງດ້ານຈິດຕະ-ສັງຄົມ (Social and Emotional Learning) ໃຫ້ກັບເດັກ-ໄວໜຸ່ມ ແລະ ຜູ້ໃຫຍ່ ເຊິ່ງຫົວຂໍ້ດັ່ງກ່າວເປັນສິ່ງທີ່ຕ້ອງການຫຼາຍໃນໂລກປັດຈຸບັນ ໂດຍສະເພາະໃນຍຸກໂຄວິດ ເຊິ່ງດຽວນີ້ບໍ່ມີພຽງແຕ່ເດັກເທົ່ານັ້ນທີ່ຖືກຄວາມຮຸນແຮງທາງດ້ານຈິດໃຈ ຫຼື ມີບັນຫາກ່ຽວກັບສຸຂະພາບຈິດ.

ພວກເຮົາຈະສືບຕໍ່ພັດທະນາເດັກ ແລະ ໄວໜຸ່ມ ໃຫ້ມີທັກສະຊີວິດທີ່ເຂັ້ມແຂງ ແລະ ສາມາດຂ້າມຜ່ານບັນຫາຕ່າງໆໄດ້, ບໍ່ໃຫ້ໃຜມາເອົາປຽບໄດ້, ເວລາມີຂ່າວດີໆມີສິ່ງດີໆເກີດຂຶ້ນໃນຊີວິດກໍ່ບໍ່ໃຫ້ຫຼົງຕົນເອງຈົນເກີນໄປ ເວລາທີ່ພົບພໍ້ກັບບັນຫາຕ່າງໆໃນຊີວິດ ທັກສະເຫຼົ່ານີ້ກໍອາດຈະຊ່ວຍໃຫ້ເຂົາເຈົ້າສາມາດໃຊ້ຊີວິດທີ່ມີຄວາມເຂັ້ມແຂງ ມີຈິດໃຈທີ່ສູ້ກັບອຸປະສັກຕ່າງໆໄດ້. ບັນດາຄູ່ມືລະດັບຊາດ ແລະ ກິດຈະກຳຕ່າງໆ ທີ່ພວກເຮົາເຮັດ ແມ່ນເພື່ອຈຸດປະສົງໃນການພັດທະນາແບບຍືນຍົງ ແລະ ຢາກເຮັດໃຫ້ເດັກ ແລະ ໄວໜຸ່ມລາວ ສາມາດເວົ້າໄດ້ວ່າ “ຂ້ອຍໄດ້ຮັບການປົກປ້ອງ ຂ້ອຍໄດ້ຮັບການສຶກສາ ຂ້ອຍມີສ່ວນຮ່ວມ ຂ້ອຍມີອະນາຄົດທີ່ສົດໃສ”.

ຫວັງວ່າ ການແບ່ງປັນປະສົບການຊີວິດຂອງຂ້າພະເຈົ້າໃນຄັ້ງນີ້ ຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ຕໍ່ຜູ້ອ່ານທຸກໆທ່ານ.

ດ້ວຍຄວາມຮັກແພງ
ວິລະໄຊ ທຳມະວົງ (ຕົ້ນ)

ຂອບໃຈບົດສຳພາດໂດຍ: ວິລະໄຊ ທຳມະວົງ

ສາມາດຮັບຊົມຜົນງານໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/