ຄາດການລາຍລະອຽດສະເປັກ ແລະລາຄາ iPhone 12 ທີ່ຈະເປີດໂຕມື້ອື່ນນີ້


iPhone 12 ເປັນ iPhone ທີ່ຄາດການກັນວ່າຈະເປັນຮຸ່ນຖັດຈາກ iPhone 11, 11 pro ທີ່ຫຼາຍຄົນຄາດວ່າ Apple ຈະເປີດໂຕໃນງານວັນທີ 13 ຕຸລາ 2020 ນີ້ ເຊີງຄາດເດົາກັນວ່າອາດຈະບໍ່ໄດ້ໃສ່ຊື່ iPhone 11s ແຕ່ຈະເປັນຊື່ iPhone 12 ແລະ iPhone 12 pro ທີມຂ່າວ Lao X ເລີຍຂໍຮວບຮວມ ຂ່າວຫລຸດ ຂ່າວລື ແລະການຄາດການຈາກຜູ່ຊ່ຽວຊານໃນວົງການ ວ່າສະເປັກແລະລາຄາຂອງ iPhone ຮຸ່ນໃຫມ່ ຈະເປັນແນວໃດ.

ຄາດການສະເປັກ iPhone 12

ຄາດວ່າຈະອອກມາພ້ອມກັບຮູບລັັກສະສະແບບໃໝ່ ທີ່ຈະກັບມາຕັດຂອບຫຼ່ຽມ (ຄ້າຍຄືກັນກັບ iPhone 5) ແລະ ຍັງຮອງຮັບ 5G , ນອກນັ້ນໃນຮຸ່ນທັອບຈະມີ LiDAR Scanner ທີ່ເປີດໃນ iPad Pro ໄປແລ້ວກ່ອນຫນ້ານີ້

Design
MacOtakara ໄດ້ເຜີຍຂໍ້ມູນ iPhone 12 Series ທັງ 4 ຮຸ່ນອອກມາແລ້ວ ໂດຍ iPhone 12 ໂຕທຳມະດາຈະມີຂະໜາດໃຫ້ເລືອກ 2 ຂະໜາດໄດ້ແກ່ 5.4 ນີ້ວ ແລະ 6.1 ນິ້ວ ສ່ວນ iPhone 12 Pro ນັ້ນຈະມີຂະໜາດໜ້າຈໍໃຫ້ເລືອກ 2 ຂະໜາດຄືກັນໄດ້ແກ່ 6.1 ນິ້ວ ແລະ 6.7 ນິ້ວ iPhone 12 Pro ຮຸ່ນ 6.7 ນິ້ວຈະມີຄວາມໜາຂອງໂຕເຄືອງຢູ່ 7.4 mm ເຊິ່ງມີຂະໜາດບາງກວ່າ iPhone 11 Pro Max ປະມານ 0.7 mm ຫຼື 10%, ອີກໜຶ່ງ  Design ຂອງ iPhone 12 ຄືຈະມີຂອບຄ້າຍໆກັບ iPhone 5 ບໍ່ໄດ້ໂຄງມົນຄື iPhone 11

ກ້ອງ
iPhone 12 ຮຸ່ນ 5.4 ນິ້ວ ແລະ 6.1 ນິ້ວ ນັ້ນຈະມາພ້ອມກັບກ້ອງຫຼັງ 2 ອັນຄືກັນກັບໃນ iPhone 11 ສ່ວນຮຸ່ນ iPhone 12 Pro ອາດຈະມາພ້ອມກັບກ້ອງຫຼັງ 3 ອັນທີ່ຮອງຮັບເຊັນເຊີ Time-of Flight (ToF) ຫຼື ເຊັນເຊີກວດຈັບວັດຖຸໄດ້ແບບ 3 ມິຕິ ເຊິ່ງຫຼ້າສຸດກໍໄປເຫັນ Code ຂອງ iOS 14 ທີ່ເຜີຍໃຫ້ເຫັນວ່າ iPhone 12 Pro ຮຸ່ນໃໝ່ອາດຈະມາພ້ອມກ້ອງແບບ ToF ຄືກັນ ແລະ ປັບປຸງກ້ອງ TrueDepth ຫຼື ລະບົບ Face ID ໃຫ້ດີຂື້ນ

ພາບນີ້ສະແດງໃຫ້ເຫັນວ່າ Apple ຈະປັບປຽນການວາງກ້ອງ ເຫັນໄດ້ຊັດເຈນວ່າກ້ອງຂອງ iPhone 12 ແລະ iPhone 12 Pro Max ມາພ້ອມກັບເລນ Wide, Ultra Wide ແລະ Telephoto ພ້ອມ LiDAR Scanner ທີ່ເຮົາໄດ້ເຫັນກັນໃນ iPad Pro 2020 ແລະ ໄຟແຟລັດທີ່ຍ້າຍໄປໄວ້ທາງກາງ

ໜ້າຈໍ
iPhone 12 Series ນັ້ນຈະມາພ້ອມກັບຫນ້າຈໍ OLED ທຸກຮຸ່ນ ແລະ ມີ Face ID ທຸກຮຸ່ນຄືກັນເພາະຈະເຮັດໃຫ້ໂຕເຄື່ອງນັ້ນບາງກວ່າເກົ່າ

ຊິບ ແລະ ການປະມວນຜົນ
Jason Cross ໄດ້ເຜີຍວ່າ ຊິບ Apple A14 ຂອງ Apple ທີ່ຈະໃສ່ມາໃນ iPhone 12 Series ນັ້ນອາດມີປະສິດຕິພາບແຮງເທົ່າກັບ Macbook Pro 15 ໃນຂະນະດຽວກັນ Timothy Arcuri ແລະ Munjal Shah ນັກວິເຄາະຈາກ USB ໄດ້ອອກມາລາຍງານວ່າໃນປີນີ້ Apple ອາດມີການອັບເກຣດ RAM ໃຫ້ກັບ iPhone 12 Series ສຸງສຸດເຖິງ 6GB ເລີຍ

ສະຫຼຸບການຄາດເດົາຂໍ້ມູນຂອງ RAM ແລະ ກ້ອງຫຼັງຂອງ iPhone 12 ທັງໝົດ 4 ຮຸ່ນທີ່ຈະເປີດໂຕມີດັ່ງນີ້

  • 5.4- inch iPhone ມາພ້ອມກັບກ້ອງຄູ່ ແລະ RAM 4GB
  • 6.1- inch iPhone ມາພ້ອມກັບກ້ອງຄູ່ ແລະ RAM 4GB
  • 6.1- inch iPhone ມາພ້ອມກັບກ້ອງ 3 ອັນຮອງຮັບ 3D Sensing ແລະ RAM 6GB
  • 6.7- inch iPhone ມາພ້ອມກັບກ້ອງ 3 ອັນຮອງຮັບ 3D Sensing ແລະ RAM 6GB

ການຮັບສັນຍານ
iPhone 12 ຈະຮອງຮັບ wifi ຄວາມຖີ່ 60GHz ຕາມມາດຕະຖານ 802.11ay ການເຊືອມຕໍ່ສື່ສານຜ່ານ Wi-Fi ທີ່ເໝາະກັບການສົງຂໍ້ມູນໃນໄລຍະສັ້ນ ຫຼື ພາຍໃນອາຄານທີ່ສາມາດເຮັດຄວາມໄວໄດ້ 20-40 Gbps ເທີງຄວາມຖີ່ຊ່ວງ 60GHz ໂດຍຂໍ້ດີຂອງມັນກໍຄືມີຄ່າ latency ທີ່ຕ່ຳຫຼາຍ ຮອງຮັບເຄືອຂ່າຍ 5G ເທີງຄື້ນ mmWare ເຊິ່ງ Apple ອາດໃຊ້ເສົາສັນຍານ 5G ຂອງໂຕເອງແທນ Qualcomm ໃນ iPhone 12 ເພາະຂະໜາດຂອງເສົາສັນຍານ Qualcomm QT525 ໂດຍແຫລ່ງຂ່າວທີ່ລາຍງານອ້າງວ່າຈະໃຊ້ໃນ iPhone ຮຸ່ນໃໝ່ໄດ້ ໂດຍຄາດການວ່າ Apple ກຳລັງພັດທະນາລະບົບເສົາສັນຍານຂອງໂຕເອງ ເຊິ່ງເໝາະກັບແບບທີ່ iPhone ຕ້ອງການ

ການເຊື່ອມຕໍ່ ຍັງຄົງໃຊ້ພອດ  Lightning ຄືເກົ່າ ແລະ ມີແຜນຈະປຽນໄປໃຊ້ພອດ USB-C ໃນປິ 2021 ທີ່ຈະມາຮອດນີ້ ນັ້ນໝາຍຄວາມວ່າ Apple ອາດຈະແຖມຫູຟັງ EarPods ທີ່ເປັນພອດ USB-C ມາໃນກ່ອງເຊັ່ນກັນ

ລາຄາ
iPhone 12 ນັ້ນອາດຈະມີລາຄາທໍ່ໆ ກັນກັບ iPhone 11, Ming-Chi Kuo ໄດ້ເຜີຍອອກມາວ່າ iPhone 12 ນັ້ນອາດມີລາຄາຕົ້ນທຶນໃນການຜະລິດເພີ່ມຂຶ້ນປະມານ USD30-100 ເພາະ iPhone 12 ນັ້ນທາງ Apple ເອງນັ້ນຈະປຽນໄປໃຊ້ວັດສະດຸໃໝ່ໃນການຜະລິດໂຕເຄື່ອງ ແລະ ກອບຂອງໂຕເຄື່ອງ ແລະ ຍັງເພີ່ມເທັກໂນໂລຢີ 5G ເຂົ້າມາອີກດ້ວຍ ນອກຈາກເລື່ອງຂະໜາດນ້າຈໍ ແລະ ເທັກໂນໂລຢີທີ່ເພີ່ມເຂົ້າມາແລ້ວ ລາຄາເລີ່ມຕົ້ນຂອງ iPhone 12 ຈະມາພ້ອມກັບໜ່ວຍຄວາມຈຳເລີ່ມຕົ້ນ 128 GB ໃນຂະນະທີ່ iPhone 11 ເລີ່ມຕົ້ນພຽງ 64GB ເທົ່ານັ້ນ

  • iPhone 12 128 GB ລາຄາ 649 $
  • iPhone 12 256 GB ລາຄາ 749 $
  • iPhone 12 MAX 128 GB ລາຄາ 749 $
  • iPhone 12 MAX 256 GB ລາຄາ 849 $
  • iPhone 12 Pro 128 GB ລາຄາ 999 $
  • iPhone 12 Pro 256 GB ລາຄາ 1,099 $
  • iPhone 12 Pro 512 GB ລາຄາ 1,299 $
  • iPhone 12 Pro Max 128 GB ລາຄາ 1,099 $
  • iPhone 12 Pro Max 256 GB ລາຄາ 1,199 $
  • iPhone 12 Pro Max 512 GB ລາຄາ 1,399 $

ເປີດໂຕມື້ໃດ
Apple ໄດ້ປ່ອຍພາບມື້ກຳນົດການຈັດງານຫລ້າສຸດ ແມ່ນວັນທີ 13 ຕຸລາ 2020 ເວລາ 10 ໂມງເຊົ້າ (ເວລາທີ່ປະເທດສະຫະລັດອາເມຣິກາ) ເຊິ່ງກົງກັບເວລາ 24:00 ຂອງວັນທີ 14 ຕຸລາ 2020 ຕາມເວລາໃນປະເທດລາວ ເຊິ່ງໃນງານນີ້ຄາດການກັນວ່າ ຈະເປັນງານເປີດໂຕ iPhone ຮຸ່ນໃຫມ່ ໂດຍມີຄອນເຊັບຫລືສະໂລແກນຂອງງານວ່າ Hi, Speed ເຊິ່ງອາດຈະຫມາຍເຖິງຊິບປະມວນຜົນຂອງ iPhone ໃຫມ່ຈະແຮງເຫນືອກວ່າຂູ່ແຂ່ງ ຫລືອາດຈະຫມາຍເຖິງການຮອງຮັບລະບົບ 5G ເຮັດໃຫ້ຄວາມໄວໃນການເຊື່ອມຕໍ່ໄວຂຶ້ນຫລາຍເທົ່າກໍເປັນໄດ້

iPhone ຮຸ່ນໃຫມ່ຈະເປັນແນວໃດ ກົງກັບຂ່າວຫລຸດຂ່າວລືຫລືບໍ່ ຖ້າຕິດຕາມກັນໄດ້ໄວໆນີ້ ໃຜທີ່ສົນໃຈຢາກເບິ່ງຖ່າຍທອດສົດງານເປີດໂຕສາມາດຮັບຊົມໄດ້ຜ່ານ www.apple.com

ແປໂດຍ: kongxay