ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ Covid 19


ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19
ປະຈໍາວັນຈັນ ວັນທີ 12 ຕຸລາ ປີ 2020
ສະບາຍດີ ທ່ານຜູ້ຟັງ ແລະ ຜູ້ຊົມ ທີ່ນັບຖື ແລະ ຮັກແພງ
ຂ້າພະເຈົ້າ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ຂໍລາຍງານ:
I. “ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 11 ຕຸລາ 2020

  1. ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ
    • ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1,216 ຄົນ:
  • ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 430 ຄົນ (ແຮງງານລາວກັບມາແຕ່ໄທ 76 ຄົນ);
  • ຈຸດຜ່ານດ່ານ ລາວ – ຈີນ 31 ຄົນ, ໃນນັ້ນ ແຮງງານລາວ 01 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ;
  • ຈຸດຜ່ານດ່ານ ລາວ – ຫວຽດນາມ 736 ຄົນ ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະ
    ເພາະກິດ ๖(ໃນນັ້ນ ມີນັກສຶກສາ 08 ຄົນ, ແຮງງານຫວຽດນາມ 12 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ);
  • ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 00 ຄົນ;
  • ເດີນທາງຜ່ານດ່ານ ລາວ-ມຽນມ້າ ທັງໝົດ 00 ຄົນ;
    • ເດີນທາງຜ່ານ ສະໜາມບິນສາກົນວັດໄຕ ທັງໝົດ 19 ຄົນ, ໃນນັ້ນມີ ຄົນອົດສະຕາລີ 17 ຄົນ, ນິວຊີແລນ 01 ຄົນ ແລະ ສິງກະໂປ 01 ຄົນ;
  • ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານ
    ທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
    • ໝາຍເຫດ: ຂໍ້ມູນທັງໝົດ ແມ່ນໄດ້ຈາການລາຍງານ ນັບແຕ່ 12:00 ໂມງສວຍ ຂອງວັນທີ 10 ຫາ 12:00 ໂມງສວຍ ຂອງວັນທີ 11 ຕຸລາ 2020.
  1. ການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະ
    ເທດ
    • ປະຈຸບັນ ທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2,920 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
  2. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ
    • ໃນວັນທີ 11 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 156 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 107 ຕົວຢ່າງ, ແຮງງນໄທ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 41 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 02 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 23 ມາກວດຄືນ 01 ຕົວຢ່າງ;
    • ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 11 ຕຸລາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສຳລັບຜູ້ຕິດເຊື້ອນ້ຳເບີ 23 ແມ່ນຍັງກວດພົບເຊື້ອຢູ່;
    • ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ຕຸລາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 58,078 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.
  3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
    ປະຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະ
    ພາບ ແລະ ບໍ່ມີອາການຜິດປົກກະຕິຫຍັງ.
    II. ສະພາບການລະບາດຂອງພະຍາດ COVID-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ:
    • ມາຮອດວັນທີ 12 ຕຸລາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 214 (ປະເທດ/ເຂດ);
  • ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 37,729,729 ຄົນ;
    – ເສຍຊິວິດ 1,081,119 ຄົນ ເຊິ່ງກວມເອົາ 2.86 % ຂອງຜູ້ຕິດເຊື້ອທັງໝົດ;
  • ປີ່ນປົວຫາຍດີ 28,332,354 ຄົນ ເຊິ່ງກວມເອົາ 75 % ຂອງຜູ້ຕິດເຊື້ອທັງໝົດ;
    • ປະເທດທີ່ມີການລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມ
    ຣິກາ ເຊິ່ງມີຜູ້ຕິດເຊື້ອສະສົມ 7,989,778 ຄົນ, ເສຍຊີວິດສະສົມ 219,686 ຄົນ;
    • ຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ COVID-19 ເພິ່ມຂຶ້ນ, ມີຜູ້ຕິດເຊື້ອສະສົມ 7,119,300 ຄົນ ແລະ ຜູ້ຕິດເຊື້ອມື້ດຽວສູງເຖິງ 67,757 ຄົນ;
    • ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 12 ຕຸລາ 2020 ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 779,494 ຄົນ ແລະ ເສຍຊີວິດ 19,092 ຄົນ.

III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ບັນຫາສຳຄັນແມ່ນ ການລາຍງານຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ຍັງມີທ່າອ່ຽງ
ເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ;
• ອິງໃສ່ສະພາບການດັ່ງກ່າວ ເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ສືບຕໍ່ປະຕິບັດການດຳລົງຊີວິດປົກກະ
ຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນ ແມ່ນ:

  • ອອກຈາກບ້ານເມື່ອມີຄວາມຈຳເປັນ;
  • ໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ;
  • ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ;
  • ປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ;
  • ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ;
  • ແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ;
  • ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ;
    • ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການລະບາດບໍ່ໃຫ້ຂະຫຍາຍເປັນ
    ວົງກວ້າງ;
    ບັນດາທ່ານທີ່ນັບຖື ແລະ ຮັກແພງ.
    • ຂ້າພະເຈົ້າຂໍອະນຸຍາດ ລາຍງານກ່ຽວກັບ ສະພາບຂອງພະຍາດໄຂ້ຍຸງລາຍ ຢູ່ໃນປະເທດເຮົາ;
    • ໃນວັນທີ 11 ຕຸລາ 2020 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອທັງໝົດ 11 ກໍລະນີ ແລະ ມີຜູ້ເສຍຊີວິດ 00 ຄົນ;
    • ນັບແຕ່ວັນທີ 01/01/2020-11/10/2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 7,120 ຄົນ (ມີລາຍງານກໍລະນີໃນ 18 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 1,626 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 824 ຄົນ, ບໍ່ແກ້ວ 697 ຄົນ ແລະ ສະຫວັນນະເຂດ 681 ຄົນ). ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 12 ຄົນ (ນະຄອນຫຼວງ 04 ຄົນ, ບໍລິຄຳໄຊ 02 ຄົນ, ຄຳມ່ວນ 02 ຄົນ, ໄຊຍະບູລີ 01 ຄົນ, ຊຽງຂວາງ 01 ຄົນ, ສະຫວັນນະເຂດ 01 ຄົນ ແລະ ຜົ້ງສາລີ 01 ຄົນ);
    • ເພື່ອທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຄື:
  1. ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່;
  2. ປ່ຽນ: ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;
  3. ປ່ອຍ: ປາຫາງນົກຍຸງເພື່ອກິນໜອນນ້ຳ;
  4. ປັບປຸງ: ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ;
  5. ປະຕິບັດ: ໃຫ້ເປັນນິໄສ ປະຈຳທຸກໆອາທິດ;
    • ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວ ຢ່າງທັນການ;
    • ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.
    ການຖະແຫຼງຂ່າວປະຈໍາວັນຈັນ ວັນທີ 12 ຕຸລາ ປີ 2020 ໄດ້ສີ້ນສຸດພຽງເທົ່ານີ້.