ປາສະຫຼາມຫຼາຍກວ່າ 5 ແສນໂຕອາດຕ້ອງອຸທິດຊີວິດ ເພື່ອເອົາ ນ້ຳມັນຕັບ ໄປຜະລິດວັກຊີນຕ້ານໂຄວິດ-19


ຫຼັງການດຳລົງຊີວິດຢູ່ກັບໂຣກໂຄວິດ-19 ມາຫຼາຍກວ່າເຄິ່ງປີ ແນວໂນ້ມຜູ້ຕິດເຊື້ອຍັງຄົງຂື້ນໆລົງໆ ແລະ ເລິ່ມມີໂຕເລກຜູ້ປ່ວຍໜ້າໃໝ່ດີດຂື້ນອີກເທື່ອໃນແຖບ ເອີຣົບ ຄວາມຫວັງໃນການເອົາຊະນະໂຣກລະບາດກໍຍັງຄົງຢູ່ທີ່ການຜະລິດວັກຊີນ ແລະ ແນ່ນອນຫ້ອງແລັບທົ່ວໂລກກໍກຳລັງແຂ່ງຂັນກັນເພື່ອຄົ້ນຄວ້າວັກຊີນໃຫ້ສຳເລັດເປັນຄົນທຳອິດ ແຕ່ລະຫວ່າງກາງການແຂ່ງຂັນກຸ່ມອະນຸລັກ Shark Allies ລະບຸວ່າອາດຕ້ອງມີປາສະຫຼາມຫຼາຍກວ່າ 5 ແສນໂຕຕ້ອງຕາຍເພື່ອຈະນຳເອົານ້ຳມັນຕັບຂອງມັນມາເພື່ອຜະລິດວັກຊີນ.

ວັກຊີນໂຄວິດ-19 ໄປກ່ຽວຂ້ອງຫຍັງກັບປາສະຫຼາມ ?

ໃນການຜະລິດວັກຊີນຫຼາຍໂຕຕ້ອງໃຊ້ສານ Squalene ເຊິ່ງໄດ້ຈາກນໍ້າມັນຕັບຂອງປາສະຫຼາມເປັນສ່ວນປະກອບໃນການຜະລິດເພື່ອໃຫ້ໄດ້ປະສິດທິພາບທີ່ດີກວ່າ ແລະ ສາມາດກະຕຸ້ນໃຫ້ຮ່າງກາຍສາມາດສ້າງພູມຕ້ານທານ ແລະ ຈະໃຊ້ປະລິມານວັກຊີນລົດລົງ ນອກຈາກນີ້ Squalene ຍັງຖືກໃຊ້ໃນສິນຄ້າເຄື່ອງສຳອາງ ແລະ ຄຣີມກັນແດດບາງຊະນິດ ແຕ່ການທີ່ຈະໄດ້ສານ Squalene ມາພຽງ 1 ໂຕນນັ້ນຕ້ອງໄດ້ໃຊ້ນໍ້າມັນຕັບຂອງປາສະຫຼາມເຖິງ 3 ພັນໂຕ ແລະ ຂ່າວຮ້າຍສຳຫຼັບປາສະຫຼາມກໍເກິດຂື້ນ ເມື່ອບໍລິສັດ GlaxoSmithKine (GSK) Giant medical supplies ໃຫຍ່ຈາກ ອັງກິດ ເຊິ່ງໃຊ້ Squalene ຜະລິດສານເສີມລິດ ໃນການຜະລິດວັກຊີນໄຂ້ຫວັດໃຫຍ່ ປະກາດວ່າ ຈະຜະລິດສານເສີມລິດດັງກ່າວ 1 ພັນລ້ານໂດສ ເພື່ອຮອງຮັບກນຜະລິດວັກຊີນໂຄວິດ-19 ແລະ ຖ້າຫາກເຮົາຄຳນວນວ່າປະຊາກອນໂລກທຸກຄົນຈະໄດ້ຮັບວັກຊີນຄົນລະ 1 ໂດສ ເທົ່າກັບວ່າຈະມີປາສະຫຼາມຕາຍເກືອບໆ 250,000 ໂຕ ແຕ່ນັກວິໄຈເຊື່ອວ່າການສ້າງພູມຕ້ານທານໂຄວິດ-19 ຈະຕ້ອງໃຊ້ວັກຊີນ 2 ໂດສ ເທົ່າກັບວ່າອາດຈະມີປາສະຫຼາມທີ່ຈະຖືກຂ້າ 5 ແສນໂຕ ເພື່ອໃຫ້ຄົນທົ່ວໂລກໄດ້ຮັບການປ້ອງກັນຈາກໂຣກລະບາດນີ້.

Shark Allies ຍັງມີຄວາມວິຕົກກັງວົນວ່າ ການຂ້າປາສະຫຼາມໃນປະລິມານມະຫາສານແບບນັ້ນຈະເປັນການທຳລາຍລະບົບນິເວດທາງທະເລຢ່າງໜັກຫນ່ວງ ເນື່ອງຈາກປັດຈຸບັນໃນແຕ່ລະປີປາສະຫຼາມກໍຖືກຂ້າເພື່ອນຳໄປຜະລິດວັກຊີນ ຢາ ແລະ ເຄື່ອງສຳອາງຢູ່ແລ້ວ, ໃນ 1 ປີເຮົາຂ້າປາສະຫຼາມເຖິງ 3 ລ້ານໂຕ ຊ້ຳຮ້າຍມາປີນີ້ຍັງຕ້ອງມີຄວາມຕ້ອງການວັກຊີນໂຄວິດ-19 ທີ່ເພິ່ມສູງຂື້ນອາດຄຸກຄາມຈຳນວນປະຊາກອນປາສະຫຼາມຢ່າງຮ້າຍແຮງ.

ທາງກຸ່ມອະນຸລັກຈຶ່ງມີການຮຽກຮ້ອງໃຫ້ອຸດສາຫະກຳຢາຫາທາງເລືອກອື່ນໆ ໃນການຜະລິດສານເສີມລິດ ຈາກ Squalene ທີ່ບໍ່ແມ່ນສັດ ເຊິ່ງປັດຈຸບັນໃນຄວາມຈິງແລ້ວ ຫລາຍໆບໍລິສັດຢາ ເລີ່ມຫັນມາໃຊ້ສານສະກັດຮູບແບບອື່ນທີ່ໄດ້ຜົນເຊັ່ນດຽວກັນ ໂດຍສະເພາະການສັງເຄາະພືດເຊັ່ນ: ອ້ອຍໝັກ. ດັ່ງນັ້ນການອອກມາຮຽກຮ້ອງຂອງກຸ່ມອະນຸລັກໃນຄັ້ງນີ້ ກໍແມ່ນເປັນການດັກໄວ້ກ່ອນທີ່ເຫດການຈະເກີດ ເພື່ອໃຫ້ສັງຄົມໂລກຮູ້ຈັກວ່າ ມີເລື່ອງແບບນີ້ຢູ່ ເຖິງວ່າຈະຫນ້ອຍລົງຫລາຍເມື່ອທຽບກັບໃນອະດີດ ການອອກມາຮຽກຮ້ອງດັກໄວ້ລ່ວງຫນ້າ ກ່ອນຈະມີການຜະລິດ ວັກຊີນໂຄວິດ-19 ກໍເປັນການເຮັດໃຫ້ສັງຄົມໂລກຕື່ນໂຕ ແລະຮຽກຮ້ອງໃຫ້ມີການນຳໃຊ້ສານທີ່ຜະລິດຈາກວິທີການອື່ນທົດແທນ ເຊິ່ງປັດຈຸບັນກໍມີຫລາກຫລາຍທາງເລືອກທີ່ພ້ອມໃຊ້ແລ້ວ.

ທີ່ມາ: https://www.facebook.com/brandthink.me/photos/a.1767934240198787/2856856091306591/?type=3