ມະເລັງປາກມົດລູກ 10 ອາການທີ່ເປັນສັນຍານເຕືອນໄພ..


ໃນຄວາມເປັນຈິງໂຣກໄພອັນຕະລາຍຮ້າຍແຮງຂອງຜູ້ຍິງໂດຍສະເພາະກໍມີບໍ່ຫຼາຍໂຣກປານໃດດອກ ແຕ່ໜື່ງໃນນັ້ນກໍຄື ມະເຮັງປາກມົດລູກ ທີ່ຫຼາຍໆຄົນເຄີຍສົງໄສວ່າຕົນເອງກຳລັງສ່ຽງ ຫຼື ກຳລັງຈະເປັນມະເຮັງປາກມົດລູກຢູ່ ຫຼື ບໍ່? ເວລາທີ່ເຈັບທ້ອງປະຈຳເດືອນໜັກໆຖືວ່າເປັນສັນຍານເຕືອນໄພໂຣກນີ້ ຫຼືບໍ່? ພວກເຮົາໄດ້ຫາຄຳຕອບມາໃຫ້ເປັນທີ່ຮຽບຮ້ອຍດັ່ງລຸ່ມນີ້ເລີຍເຈົ້າ..

ອາການມະເຮັງປາກມົດລູກມີຄື.

  1. ມີເລືອດໄຫຼອອກຊ່ອງຄອດແບບບໍ່ຮູ້ສາເຫດເຊັ່ນ: ຂະນະ ຫຼື ພາຍຫຼັງມີເພດສຳພັນ ແລະ ຫຼັງກວດພາຍໃນ.
  2. ຍັງຄົງມີເລືອດອອກຈາກຊ່ອງຄອດ ຫຼັງໝົດປະຈຳເດືອນແລ້ວ ຫຼື ປະຈຳເດືອນມາເລັກໆນ້ອຍໆຜິດປົກກະຕິ
  3. ມີຕົກຂາວແບບເຫັນໄດ້ຊັດເຈນ ແລະ ອາດມີເລືອດປົນອອກມາ
  4. ມີອາການເຈັບໃນຂະນະມີເພດສຳພັນ
  5. ມີສານຄັດຫຼັງອອກມາຈາກຊ່ອງຄອດຫຼາຍຜິດປົກກະຕິ ຫຼື ອາດປົນເລືອດ
  6. ປັດສະວະຫຼາຍເກີນໄປ ຫຼື ອາດປວດບວມ, ປັດສະວະບໍ່ອອກ
  7. ອ່ອນເພຍ ບໍ່ມີເຫື່ອແຮງ
  8. ເບື່ອອາຫານ, ຊຸດໂຊມ ນ້ຳໜັກລົງແບບບໍ່ຮູ້ສາເຫດ
  9. ເຈັບທ້ອງນ້ອຍ
  10. ຫາກອາການຮຸນແຮງຂຶ້ນອາດຈະມີອາການອື່ນຮ່ວມດ້ວຍເຊັ່ນ: ຂາບວມ, ປວດຫຼັງ ຫຼື ປັດສະວະມີເລືອດປົນ ເປັນຕົ້ນ.

ຈະເຫັນວ່າອາການທີ່ເຫັນໄດ້ຊັດເຈນຄືມີເລືອດອອກຈາກຊ່ອງຄອດໃນຂະນະ ຫຼື ຫຼັງມີເພດສຳພັນ ລວມໄປເຖິງອາການຕົກຂາວທີ່ອາດມີເລືອດປົນ ຫາກພົບອາການດັ່ງກ່າວບວກກັບອາການໃນຂໍ້ອື່ນໆ ຄວນພົບທ່ານໝໍໂດຍດ່ວນ ແຕ່ເຖິງມະເຮັງປາກມົດລູກຈະອັນຕະລາຍຮ້າຍແຮງແຕ່ວ່າມັນກໍຍັງມີວິທີປ້ອງກັນ ເຊິ່ງຈະກ່າວເຖິງໃນຂໍ້ຕໍ່ໆໄປ.

ມະເຮັງປາກມົດລູກພົບໄດ້ໃນຜູ້ປ່ວຍແບບໃດ ?

ຈາກຂໍ້ມູນໜື່ງທີ່ມີຄວາມໜ້າສົນໃຈ ໂດຍເປັນຂໍ້ມູນທີ່ມາຈາກການສຳຫລວດສະຖິຕິທົ່ວໂລກພົບວ່າ ມະເລັງປາກມົດລູກນັ້ນ ເປັນໂຣກອັນດັບທີ 2 ທີ່ຈະພົບໄດ້ໃນເພດຍິງຮອງລົງມາຈາກ ມະເຮັງເຕົ້ານົມ  ເຊິ່ງຂໍ້ມູນນີ້ລວມເຖິງໃນປະເທດເຮົາອີກດ້ວຍ. ມະເຮັງປາກມົດລູກຍັງເປັນໂຣກທີ່ມັກເກິດຂື້ນໃນໄວຜູ້ໃຫຍ່ທີ່ມີຊ່ວງອາຍຸຕັ້ງແຕ່ 30-70 ປີ ແຕ່ຈະພົບຫຼາຍໃນຊ່ວງອາຍຸ 45-55 ປີ ແຕ່ບໍ່ຄ່ອຍກວດພົບໃນຜູ້ຍິງທີ່ມີອາຍຸຕໍ່າກວ່າ 30 ປີ ລົງມາ ແລະ ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 70 ປີຂື້ນໄປ.

ຜູ້ຍິງຄວນເລີ່ມກວດຫາມະເຮັງປາກມົດລູກເມື່ອໃດ ?

ໃນການເລີ່ມກວດມະເຮັງປາກມົດລູກນັ້ນ ຜູ້ຍິງທີ່ມີເພດສຳພັນທຸກຊ່ວງອາຍຸຄວນຈະເດິນທາງໄປກວດຄັດກອງມະເຮັງປາກມົດລູກຢູ່ສະເໝີ ຫຼື ທີ່ເອີ້ນກັນວ່າ ການກວດ Smear ຢ່າງນ້ອຍປີລະ 1 ເທື່ອ ສ່ວນຜູ້ຍິງທີ່ບໍ່ເຄີຍມີເພດສຳພັນຄວນເລິ່ມກວດເມື່ອມີອາຍຸປະມານ 21-25 ປີຂື້ນໄປ ເຊິ່ງຫາກພົບຄວາມຜິດປົກກະຕິ ທ່ານໝໍກໍອາດກວດສ່ວນອື່ນໆ ເພິ່ມຕື່ມເຊັ່ນ: ການກວດ Smear ຊ້ຳ ຫຼື ນັດກວດ Smear ຫຼາຍຂື້ນ ຫຼື ພິຈາລະນາຕັດກ້ອນເນື້ອປາກມົດລູກເພື່ອນຳໄປກວດທາງພະຍາດວິທະຍາ ທັ້ງນີ້ກໍຂື້ນຢູ່ກັບປັດໄຈສ່ຽງຂອງຜູ້ປ່ວຍ ລວມເຖິງດຸນພິນິດຂອງທ່ານໝໍເປັນສິ່ງສຳຄັນ.

ໄລຍະຂອງການເກິດມະເລັງປາກມົດລູກ

ໄລຍະເລີ່ມຕົ້ນ ຫຼື ໄລຍະທີ 0

ເປັນໄລຍະເລີ່ມທຳອິດກ່ອນທີ່ຈະກາຍເປັນມະເຮັງ ເປັນໄລຍະທີ່ເຊວຂອງປາກມົດລູກເລີ່ມມີການປ່ຽນແປງແຕ່ກໍສາມາດກວດພົບໄດ້ຈາກກວດ Smear ເຊິ່ງຫາກເປັນການກວດຮ່າງກາຍທຳມະດາກໍບໍ່ອາດພົບຄວາມຜິດປົກກະຕິໄດ້.

ໄລຍະທີ 1

ເປັນໄລຍະທີ່ເຊວມະເຮັງເລີ່ມກໍ່ຕົວຂຶ້ນສະເພາະທີ່ບໍລິເວນປາກມົດລູກເທົ່ານັ້ນ

ໄລຍະທີ 2

ເປັນໄລຍະທີ່ມະເຮັງຈະແຜ່ລາມອອກຈາກບໍລິເວນປາກມົດລູກໄປຍັງບໍລິເວນຊ່ອງຄອດສ່ວນເທິງ ຫຼື ທີ່ບໍລິເວນອຸ້ງເຊິງການ ແຕ່ຍັງບໍ່ລຸກລາມໄປຈົນເຖິງບໍລິເວນຜິວດ້ານໃນອຸ້ງເຊິງການ

ໄລຍະທີ 3

ເປັນໄລຍະທີ່ມະເຮັງປາກມົດລູກລາມໄປຈົນເຖິງຜິວດ້ານໃນອຸ້ງເຊິງການ ຫຼື ກ້ອນມະເຮັງນັ້ນອາດມີການກົດທັບບໍລິເວນທໍ່ຫມາກໄຂ່ຫລັງເຮັດໃຫ້ການເຮັດວຽກຂອງຫມາກໄຂ່ຫລັງເສື່ອມລົງຈົນດ້ານນັ້ນໆ ບໍ່ເຮັດວຽກ ຫຼື ອາດເກິດຂື້ນໄດ້ກັບຫມາກໄຂ່ຫລັງທັ້ງ 2 ຂ້າງ.

ໄລຍະທີ 4

ເປົນໄລຍະທີ່ມະເຮັງປາກມົດລູກຈະລາມເຂົ້າໄປສູ່ອະໄວຍະວະຂ້າງຄຽງໄດ້ແກ່ ກະເພາະປັດຊະວະ, ລຳໄສ້ໃຫຍ່ ແລະ ທະວານໜັກ ຫຼື ເຊວມະເຮັງນັ້ນອາດແຜ່ໄປຍັງອະໄວຍະວະອື່ນໆໄດ້ເຊັ່ນ: ກະດູກ, ປອດ, ສະໝອງ ແລະ ຕ່ອມນ້ຳເຫຼືອງ.

ມະເຮັງປາກມົດລູກມີອາການແບບໃດ ?

ໃນຊ່ວງໄລຍະກ່ອນທີ່ຈະເລິ່ມປ່ວຍເປັນມະເຮັງປາກມົດລູກ ຫຼື ໃນໄລຍະເລີ່ມທຳອິດນັ້ນ ຜູ້ປ່ວຍອາດບໍ່ມີອາການທີ່ສະແດງໃຫ້ເຫັນແບບຊັດເຈນໄດ້ເລີຍ ແຕ່ສາມາດຮູ້ໄດ້ຈາກການກວດຄັດກອງມະເຮັງປາກມົດລູກໂດຍເມື່ອເລິ່ມເປັນຫຼາຍຈະມີອາການທີ່ພົບຫຼາຍໄດ້ແກ່: ການມີເລືອດອອກຜິດປົກກະຕິຈາກຊ່ອງຄອດ ເຊິ່ງອາດຈະເປັນເລືອດທີ່ອອກເລັກໆນ້ອຍໆໃນຊ່ວງລະຫວ່າງຮອບເດືອນ, ມີປະຈຳເດືອນທີ່ດົນຜິດປົກກະຕິ, ມີເລືອດອອກຈາກຊ່ອງຄອດຊ່ວງຫຼັງພົ້ນໄວໝົດປະຈຳເດືອນຖາວອນໄປແລ້ວ ຫຼື ອາດມີເລືອດອອກເວລາທີ່ມີເພດສຳພັນຈາກປົກກກະຕິທີ່ບໍ່ເຄີຍມີ ລວມເຖິງໃນຜູ້ປ່ວຍລາງຄົນອາດມີອາການຕົກຂາວຫຼາຍຜິດປົກຕິ ມີກິ່ນເໝັນ ແລະ ມີເລືອດອອກມາອີກດ້ວຍ ລວມໄປເຖິງໃນຜູ້ປ່ວຍບາງຄົນອາດມີອາການເຈັບຂະນະທີ່ມີເພດສຳພັນ.

ຫາກວ່າມະເຮັງໄດ້ລຸກລາມໄປຫຼາຍຂື້ນ ຫຼື ລຸກລາມໄປຍັງອະໄວຍະວະອື່ນໆ ໃນບໍລິເວນໃກ້ຄຽງກໍອາດເຮັດໃຫ້ມີອາການປວດຫຼັງ ຫຼື ປວດກົ້ນກົບ ຫຼື ປວດຫຼັງລ່ວງລົງໄປຂາ ເຊິ່ງຫາກອາການທີ່ເປັນໄປກົດທັບເສັ້ນປະສາດກໍອາດເຮັດໃຫ້ປັດສະວະເປັນເລືອດ ຫຼື ຖ່າຍເປັນເລືອດ ແລະ ຫາກວ່າເກິດການລຸກລາມເຂົ້າໄປຍັງກະເພາະປັດສະວະ ຫຼື ລຳໄສ້ໃຫຍ່ ກໍອາດເຮັດໃຫ້ຂາບວມ ໂດຍຫາກເກິດການລຸກລາມໄປກົດທັບທໍ່ນ້ຳເຫຼືອງໃນອຸ້ງເຊິງການ ຫຼື ເຮັດໃຫ້ທໍ່ນ້ຳເຫຼືອງເຫຼົ່ານັ້ນອັດຕັນກໍຈະເຮັດໃຫ້ມີການປັດສະວະຜິດປົກກະຕິ ຫຼື ມີອາການຫມາກໄຂ່ຫລັງຫລົ້ມເຫລວກະທັນຫັນໄດ້.

ການກວດຄັດກອງມະເຮັງປາກມົດລູກ

  1. ການກວດ Smear :

ໃນວິທີນີ້ທ່ານໝໍຈະໃຊ້ໄມ້ພາຍເກັບເນື້ອເຍື່ອທີ່ບ່ອນບໍລິເວນປາກມົດລູກ ຈາກນັັ້ນກໍຈະສົ່ງໄປກວດໃນຫ້ອງປະຕິບັດການ ເຊິິ່ງເປັນວິທີທີ່ຕ້ອງໃຊ້ເວລາດົນພໍສົມຄວນທີ່ຈະຮູ້ຜົນວ່າເປັນມະເຮັງປາກມົດລູກ ຫຼືບໍ່

  • Tin PrEP :

ວິທີທີ່ພັດທະນາມາຈາກການກວດແບບສະເມຍ ໂດຍມີຄວາມແນ່ນອນ ແລະ ປະສິດຕິພາບທີ່ເພິ່ມຫຼາຍຂື້ນທ່ານໝໍຈະເຮັດການເກັບເຊວທີ່ບໍລິເວນປາກມົດລູກດ້ວຍອຸປະກອນສະເພາະ ຈາກນັ້ນກໍຈະນຳເຊວທີ່ໄດ້ເກັບລົງໃນຕຸກນ້ຳ ແລ້ວຈື່ງນຳສົ່ງໄປກວດຍັງຫ້ອງປະຕິບັດການຕໍ່ໄປ.

  • ການກວດແບບເຈາະເລິກເຖິງລະດັບ DNA :

ວິທີນີ້ຈະເປັນການກວດດ້ວຍການທົດສອບ Thin Prep Plus Cervista HPV DNA ເຊິ່ງການກວດຫາມະເຮັງປາກມົດລູກແລ້ວກໍຈະມີການກວດແບບເຈາະເລິກຂື້ນໄປວ່າມີການຕິດເຊື້ອ HPV16 ແລະ 18 ຫຼືບໍ່ ໂດຍການກວດດ້ວຍວິທີນີ້ຈະຊ່ວຍບອກຄວາມສ່ຽງຂອງການເກິດມີໂຣກແອບແຝງໄດ້.

ສຳຫຼັບການກວດຄັດກອງມະເຮັງປາກມົດລູກຊ່ວງການກວດທີ່ດີທີ່ສຸດນັ້ນຄື ເອົາທີ່ຢູ່ບ່ອນກາງໂດຍ 1 ເດືອນຈະແບ່ງອອກເປັນ 3 ຊ່ວງ ຊ່ວງລະ 10 ມື້ ໂດຍເປັນມື້ທຳອິດທີ່ມີປະຈຳເດືອນໃຫ້ນັບເປັນມື້ທີ 1 ແລະ ນັບຕໍ່ໄປວັນທີ 11 ຫຼັງຈາກທີ່ມີປະຈຳເດືອນມື້ທໍາອິດໄປຈົນເຖິງວັນທີ 20 ເຊິ່ງຄ່າບ່ຽງເບນນັ້ນຈະມີນ້ອຍກວ່າ ນັບວ່າເປັນຊ່ວງເວລາທີ່ເໝາະສົມໃນການກວດຄັດກອງຫຼາຍທີ່ສຸດ.

ເມື່ອພົບວ່າ ເປັນມະເຮັງປາກມົດລູກ ຕ້ອງເຮັດແນວໃດ ?

ເມື່ອມະເຮັງປາກມົດລູກທີ່ຫາກໍເກິດຂື້ນໃນໄລຍະທຳອິດ ການຜ່າຕັດນັບວ່າເປັນວິທີທີ່ໃຫ້ຜົນດີຫຼາຍທີ່ສຸດແຕ່ຫາກປ່ອຍໄວ້ຈົນເກິດການແຜ່ລາມແລ້ວ ທ່ານໝໍຈະແນະນຳໃຫ້ໃຊ້ຣັງສີເພື່ອສ່ອງແສງຮ່ວມກັບການໃສ່ແຮ່ ຫຼື ປະສົມປະສານກັບການຜ່າຕັດດ້ວຍຣັງສີ ແລະ ໃຫ້ຢາເຄມີບຳບັດ ໂດຍຕ້ອງໃຫ້ທ່ານໝໍ ແລະ ບຸກຄະລາກອນທາງການແພດທີ່ຊ່ຽວຊານເທົ່ານັ້ນເປັນຜູ້ລົງມື

ແມ່ນຫຍັງ ? ຄືຄວາມສ່ຽງຂອງມະເຮັງປາກມົດລູກ

ເມື່ອຜູ້ປ່ວຍກວດພົບແລ້ວວ່າມີຄວາມສ່ຽງທີ່ຈະເປັນມະເຮັງປາກມົດລູກຂັ້ນທຳອິດກໍຈະຕ້ອງທຳໃຈຍອມຮັບ ແລະ ເຂັ້ມແຂງເພື່ອໃຫ້ການຮັກສາເປັນໄປຕາມຂັ້ນຕອນ ແລະ ມີໂອກາດທີ່ດີຂື້ນບໍ່ເຊັ່ນນັ້ນຫາກເຮົາມີພາວະຄຽດ ຄິດຫຼາຍ ຫຼື ມີປັດໄຈອື່ນໆເຂົ້າມາກະທົບກັບສິ່ງທີ່ເປັນຢູ່ກໍອາດເຮັດໃຫ້ມະເຮັງແຜ່ກະຈາຍໄປທົ່ວຮ່າງກາຍໄດ້ຫຼາຍກວ່າເກົ່າ ແລ້ວປັດໄຈໃດທີ່ເຂົ້າມາເຮັດໃຫ້ມີຄວາມສ່ຽງທີ່ໂຣກພັດທະນາສູງຂື້ນ.

  • ເລິ່ມມີເພດສຳພັນເປັນເທື່ອທຳອິດໃນໄວໜຸ່ມສາວ
  • ມີຄູ່ນອນຫຼາຍຄົນ
  • ສູບຢາ
  • ມານດາໃຊ້ຍາ Dietillstil bastroll ໃນລະຫວ່າງທີ່ກໍາລັງຕັ້ງຄັນ
  • ມີພູມຕ້ານທານທີ່ບົກພ່ອງ

ແພດບົ່ງມະຕິມະເຮັງປາກມົດລູກແບບໃດ ?

ໃນການບົ່ງມະຕິມະເຮັງປາກມົດລູກນັ້ນ ທ່ານໝໍຈະເຮັດການກວດທາງຊ່ອງຄອດພ້ອມກັບກວດໜ້າທ້ອງລວມເຖິງການກວດທາງທະວານໜັກເພື່ອທີ່ຈະໄດ້ເຫັນຜົນປາກມົດລູກແບບຊັດເຈນ ເພື່ອເປັນການກວດການແຜ່ລາມຂອງໂຣກພາຍໃນອະໄວຍະວະຂ້າງຄຽງດ້ວຍ, ແຕ່ສ່ວນຫຼາຍຈະກວດພົບທາງທະວານໜັກ ຖ້າຫາກພົບກ້ອນເນື້ອ ແລະ ບາດແຜ ທ່ານໝໍກໍຈະເຮັດການຜ່າຕັດກ້ອນເນື້ອເພື່ອກວດທາງພະຍາດວິທະຍາ ສ່ວນໃນກຸ່ມຜູ້ປ່ວຍທີ່ບໍ່ພົບເນື້ອ ຫຼື ບາດແຜທີ່ຊັດເຈນແຕ່ຈາການກວດ ແປບສະເມຍ ມີຄວາມສົງໄສກ່ຽວກັບຄວາມຜິດປົກກະຕິ ທ່ານໝໍກໍອາດເຮັດການກວດເພິ່ມ ດ້ວຍກ້ອງຂະຫຍາຍທີ່ເອີ້ນວ່າ Colposcope ຈາກນັ້ນກໍຈະພິຈາລະນະຕັດກ້ອນເນື້ອໃນສ່ວນທີ່ຜິດປົກກະຕິເພື່ອສົ່ງກວດທາງພະຍາດເພິ່ມເຕີມຕໍ່ໄປ.

ວິທີປ້ອງກັນ ມະເຮັງປາກມົດລູກ

  1. ກວດສຸຂະພາບຫາມະເຮັງປາກມົດລູກປີລະເທື່ອໂດຍສະເພາະຜູ້ຍິງທີ່ອາຍຸ 30 ປີຂື້ນໄປ
  2. ຜູ້ຍິງທີ່ໃຊ້ວິທີຄຸມກຳເນິດດ້ວຍ hormone ເຊັ່ນ: ຢາເມັດຄຸມກຳເນິດ ຄວນກວດຫາມະເຮັງປາກມົດລູກທຸກໆ 6 ເດືອນ
  3. ລົດການດື່ມແອວກໍຮໍ ແລະ ສູບຢາ
  4. ດູແລຮັກສາສຸຂະພາບໃຫ້ແຂງແຮງໝັ່ນສັງເກດອາການຜິດປົກກະຕິຂອງຮ່າງກາຍຢູ່ສະເໝີ
  5. ຂ່າວດີຄືມີວັກຊີນປ້ອງກັນໂຣກມະເຮັງປາກມົດລູກສາມາດຕິດຕໍ່ໂຮງໝໍເພື່ອຂໍສັກວັກຊີນໄດ້ເລີຍ.

ເພາະສະນັ້ນຢ່າລືມກວດສຸຂະພາບເປັນປະຈຳທຸກປີ ແລະ ກວດພາຍໃນເພື່ອຫາມະເຮັງປາກມົດລູກນຳກັນ ເພື່ອໃຫ້ຮູ້ທັນໂຣກ ແລະ ເພື່ອຮັກສາສຸຂະພາບຮ່າງກາຍຂອງທ່ານ.

ທີ່ມາ: https://www.sanook.com/health/2509/