Xiaomi ເປິດຕົວ Mi 10T Pro 5G Smart Phone ຈໍເທບ 144Hz ກ້ອງ 8K ໃນລາຄາຕະຫຼາດແຕກ.


Xiaomi ເປິດໂຕມືຖື Series ໃໝ່ຫລ້າສຸດ Mi 10T Series ທີ່ຕອບໂຈດ Lifestyle ມາພ້ອມສະໂລແກນ Power your Creativity ຫຼື ປຸກພະລັງຄວາມຄຶດສ້າງສັນໃນຕົວທ່ານ ມາພ້ອມ Features ທີ່ຕອບໂຈດໃນທຸກຄວາມຕ້ອງການໂດຍໄດ້ເປິດໂຕມາ 2 ຮຸ່ນຫຼັກໆຄື Mi 10T ແລະ Mi 10T Pro ເຊິ່ງທັ້ງສອງສາມາດຮອງຮັບ 5G ແລະ ແຕກຕ່າງກັນໃນເລື່ອງຂອງກ້ອງຫຼັກໂດຍຮຸ່ນ Pro ຈະມາພ້ອມກ້ອງຫຼັກ 108 ລ້ານ Pixels ແລະ ຮຸ່ນປົກກະຕິຈະມາພ້ອມກ້ອງຫຼັກ 64 ລ້ານ Pixels.

ສະເປກ ແລະ ຄຸນສົມບັດ

  • CPU Qualcomm Snapdragon 865 5G ຮອງຮັບ Internet 5G ໄດ້ທຸກເຄືອຂ່າຍ
  • Ram 8 GB ແລະ Ram ສູງສຸດ 256 GB
  • ໜ້າຈໍ 6.67 ນິ້ວ FullHD+ ແບບ 144Hz AdaptiveSync ທີ່ປັບຄວາມຖີ່ໜ້າຈໍຕາມ Content ທີ່ເບິ່ງ, ສັດສ່ວນຈໍແມ່ນ 20:9 ຄວາມແຈ້ງ 500 nits ຮອງຮັບ HDR10
  • ກ້ອງຫຼັງ 3 ໂຕ
  • ກ້ອງຫຼັກ Mi 10T Pro ມີຄວາມລະອຽດ 108 ລ້ານPixels f/1.69  ສ່ວນກ້ອງຫຼັກຂອງ Mi 10T  ມີຄວາມລະອຽດ 64 ລ້ານPixels f/1.89 
  • ກ້ອງມຸມກວ້າງ 123 ອົງສາ ມີຄວາມລະອຽດ 13 ລ້ານ f/2.4
  • ກ້ອງ Macro ມີຄວາມລະອຽດ 5 ອົງສາ ລ້ານPixels f/2.4
  • ກ້ອງໜ້າ Selfie ມີຄວາມລະອຽດເຖິງ 20 ລ້ານ Pixels f/2.2
  • ລະບົບສຽງ Dual Speaker ແບບ Stereo
  • Battery 5000 mAh ສາກໄວເຖິງ 33w ມີເຕັກໂນໂລຊີ MMT ທີ່ຊ່ວຍໃຫ້ການສາກ Battery ໄວຂື້ນ ແລະ ເພິ່ມອາຍຸການໃຊ້ງານໄດ້ຫຼາຍກວ່າເກົ່າ ໃຊ້ຫົວສາກ USB-C
  • ເຊື່ອມຕໍ່ 5G ໄດ້ທຸກເຄືອຂ່າຍ ແລະ ຮອງຮັບ WiFi 6
  • ມີແຖບສະແກນລາຍນິ້ວມືເພື່ອປົດລັອກດ້ານຂ້າງຂອງຕົວເຄື່ອງ
  • Mi 10T Pro ມາພ້ອມສີ 3 ສີຄື Lunar Silver, Cosmic Black ແລະ Aurora Blue, ສ່ວນ Mi 10Tມາພ້ອມສີ 2 ສີຄື Lunar Silver ແລະ Cosmic Black

Features ທີ່ໜ້າສົນໃຈ

  • ກ້ອງທີ່ມີPixels ສູງເຖິງ 108 ລ້ານ Pixels ແລະ ມີໂຫມດຕ່າງໆ ທີ່ສາມາດສ້າງສັນໄດ້ແບບອິດສະຫຼະ
  • ໂຫມດ Light Painting ທີ່ສາມາດສ້າງສັນຈິນຕະນາການຜ່ານການລາກແສງເປັນເສັ້ນທີ່ງົດງາມໄດ້
  • ໂຫມດ AI Scaping 3.0 ທີ່ປ່ຽນຮູບ background ອອກມາໃຫ້ສວຍງາມ ແລະ ແຕກຕ່າງ ເພິ່ມສີສັນໃຫ້ກັບຄວາມຄິດສ້າງສັນ
  • ມີລະບົບ Filter ສຳຫຼັບປັບໂທນສີຂອງຮູບໄດ້ 3 ສີ 3 style
  • ໂຫມດ Subject Clone ທີ່ເຮັດໃຫ້ເຮົາສາມາດຖ່າຍຮູບແບບແຍກຮ່າງຫຼາຍໆຄົນໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງຕັດຕໍ່ດ້ວຍຕົນເອງ ທີ່ນອກຈາກເປັນຮູບແລ້ວຍັງສາມາດໂຄນແບບ Video ໄດ້ອີກດ້ວຍ.
  • ສາມາດຖ່າຍ Video ໄດ້ສູງສຸດທີ່ 8k ແລະ ສາມາດ Snap ຮູບອອກມາໄດ້ຄວາມລະອຽດສູງເຖິງ 33 ລ້ານ Pixels
  • ການຖ່າຍຮູບແບບ Dual video ໄດ້ຫຼາຍຮູບແບບ
  • ໜ້າຈໍມີຄວາມຖີ່ 144 Hz ທີ່ມາພ້ອມກັບ Adaptive Sync ເຮັດໃຫ້ໜ້າຈໍສະແດງຜົນ Refresh Rate ທີ່ກົງກັບ content ທີ່ຮັບເບິ່ງຢູ່ເຮັດໃຫ້ບໍ່ເກິດມີຮູບຂາດ ແລະ ປະຢັດ battery ໄດ້ແຖມຍັງສາມາດປັບໄດ້ຫຼາຍລະດັບ ແລະ ມີລະບົບ MEMC ທີ່ຊ່ວຍສ້າງ Frame ຂື້ນມາເພື່ອເຮັດໃຫ້ content ຕື່ນຕາຂື້ນກວ່າເກົ່າ
  • Reading Mode 3.0 ເຮັດໃຫ້ໜ້າຈໍສະແດງຜົນຄືກັບໜ້າປຶ້ມຄືອ່ານຈາກເຈ້ຍຂອງແທ້.
  • ມີແກ້ວ Corning Gorilla Glass5 ພ້ອມເຕັກໂນໂລຊີ Ag+ ທີ່ຢຸດຂະຫຍາຍຕົວ ແລະ ທໍາລາຍແບັກທີເລຍໄດ້ເຖິງ 99.99% ໃສ່ມາທັ້ງ Film ກັນຮອຍ ແລະ ເຄດກັບແຕກ.
  • ປົດລັອກດ້ວຍລະບົບເຊັນເຊີ້ສະແກນລາຍນິ້ວມືທາງດ້ານຂ້າງ
  • ມີລະບົບການບັນທຶກສຽງແບບ 3 ມິຕິ 2 ດ້ານ ແລະ ລຳໂພງເປັນແບບ stereo ຄູ່

ລາຄາ ແລະ ໂປໂມຊັ່ນ

ປິດທ້າຍດ້ວຍລາຄາຂອງ Mi 10T Pro ລຸ້ນ Ram 8 GB Rom 256 GB ມາພ້ອມລາຄາ $569 ສ່ວນຮຸ່ນ Ram 8 GB Rom 128 GB ມາພ້ອມລາຄາ $497

ແລະ ລຸ້ນ Mi 10T ມາພ້ອມລາຄາ $462 .

ຖືໄດ້ວ່າດ້ວຍສະເປັກລະດັບທັອບ ແຕ່ລາຄາມາແບບນີ້ ນອກຈາກຈະກາຍເປັນ Flagship Killer ຂ້າຍີ່ຫໍ້ອື່ນແລ້ວ ຍັງຂ້າ Flagship ຍີ່ຫໍ້ໂຕເອງທີ່ເປີດໂຕມາກ່ອນນີ້ ແລະລາຄາສູງກວ່ານີ້ຫລາຍນຳອີກ.

 ທີ່ມາ: https://www.beartai.com/news/movement-of-thai-it-industry/488400