ສາຍການບີນ JAL ໄດ້ປະກາດຍົກເລີກການຮ້ອງຜູ້ໂດຍສານວ່າ “ສຸພາບສະຕີ ແລະ ສຸພາບພາບບູລຸດ” ຍ້ອນວ່າຜູ້ໂດຍສານບໍ່ໄດ້ຈຳກັດເພດ


ສາຍການບິນເຈແປນແອລາຍ ຫຼື JAL ອອກຖະແຫຼງການພ້ອມປ່ຽນຄຳວ່າ “ສຸພາບສະຕີ ແລະ ສຸພາບບູລຸດ” ມາເປັນຄຳອື່ນທີ່ລູກເຮືອສາມາດເອີ້ນຜູ້ໂດຍສານໄດ້ຢ່າງເປັນກາງຫຼາຍກວ່າເກົ່າ.​

ການປ່ຽນແປງນີ້ກົງກັບກະແສສະໜັບສະໜູນຄວາມເທົ່າທຽມທາງເພດ ຫຼັງຈາກສາຍການບິນລະດັບໂລກລາຍອື່ນປັບປ່ຽນມາໃຊ້ພາສາທີ່ຄອບຄຸມເພດຫຼາກຫຼາຍຂຶ້ນສຳຫຼັບຜູ້ໂດຍສານຍຸກໃໝ່.

ຈາກຄຳວ່າ ສຸພາບສະຕີ ແລະ ສຸພາບບູລຸດ ສາຍການບິນຈະປະກາດເອີ້ນຜູ້ໂດຍສານທີ່ສະໜາມບິນ ແລະ ຖ້ຽວບິນ ດ້ວຍຄຳໃໝ່ຕັ້ງແຕ່ວັນທີ 1 ຕຸລາ ໂດຍສາຍການບິນຈະຫັນໄປໃຊ້ຄຳວ່າ “ຮຽນຜູ້ໂດຍສານທຸກທ່ານ” ຫຼື “ສະບາຍດີ ຜູ້ໂດຍສານທຸກທ່ານ”

ບໍ່ພຽງແຕ່ສາຍການເປັນ JAL ເທົ່ານັ້ນທີ່ປ່ຽນ ສາຍການບິນຫຼາຍແຫ່ງໃນໂລກກໍໄດ້ລົງມືປ່ຽນແປງຄຳເອີ້ນຜູ້ໂດຍສານໃນລັກສະນະດຽວກັນ ເພື່ອໃຫ້ຄວາມສຳຄັນກັບລູກຄ້າກຸ່ມຄົນຂ້າມເພດ ແລະ ກຸ່ມທີ່ບໍ່ໄດ້ເປັນທັງຊາຍ ແລະ ຍິງ. ຕົວຢ່າງທີ່ຊັດເຈນແມ່ນສາຍການບິນແອແຄນາດາ ແລະ ສາຍການບິນໂລວຄອສຂອງເອີຣົບ EasyJet ເຊິ່ງອອກຖະແຫຼງການປີທີ່ຜ່ານມາວ່າຈະຢຸດການໃຊ້ຄຳວ່າ ສຸພາບສະຕີ ແລະ ສຸພາບບູລຸດ ສຳຫຼັບສາຍການບິນ JAL ມີເປົ້າໝາຍວ່າຈະສາມາດເປັນບໍລິສັດທີ່ສາມາດສ້າງບັນຍາກາດທີ່ດີ ແລະ ປະຕິບັດຕໍ່ທຸກຄົນ ລວມເຖິງລູກຄ້າດ້ວຍຄວາມເຄົາລົບ.

ທີ່ມາ: https://positioningmag.com/1299669