Apple ກຽມຟ້ອງ ບໍລິສັດຮັບ Recycle ຫຼັງຖືກລັກໄປຂາຍຫລາຍນັບແສນເຄື່ອງ.


Apple ກຽມຟ້ອງບໍລິສັດ Recycle ສັນຊາດແຄນນາດາ GEEP Canada ທີ່ຖືກຈ້າງໃຫ້ແຍກຊິ້ນສ່ວນຂອງ iPhone, iPad ແລະ Apple Watch ຫຼັງກວດສອບພົບວ່າເຄື່ອງຖືກສົ່ງໄປເພື່ອ Recycle ນັ້ນກັບມາມີສະຖານະໃຊ້ງານຫຼາຍກວ່າ 103,845 ເຄື່ອງ.

ສ່ວນທາງດ້ານ GEEP ບໍ່ໄດ້ມີການປະຕິເສດຂໍ້ກ່າວຫາແຕ່ຢ່າງໃດ ມີແຕ່ບອກວ່າ ບໍລິສັດບໍ່ມີສ່ວນກ່ຽວຂ້ອງກັບເຫດການທີ່ເກີດຂຶ້ນ ແຕ່ເປັນພະນັກງານໃນບໍລິສັດພຽງແຕ່ 3 ຄົນເທົ່ານັ້ນທີ່ລັກເຮັດໂດຍບໍລິສັດບໍ່ຮູ້ນຳ. ຫລ້າສຸດທາງ Apple ໄດ້ເຂົ້າໄປກວດສອບເພີ່ມຕື່ມແລະພໍ້ວ່າພະນັກງານ 3 ຄົນດັ່ງກ່າວເປັນເຖິງຂັ້ນລະດັບຜູ້ຈັດການອາວຸໂສ.

ໃນເທື່ອນີ້ Apple ໄດ້ເອີ້ນຄ່າເສຍຫາຍເປັນເງິນທັ້ງໝົດທີ່ໄດ້ຈາກການລັກລອບຂາຍ iPhone, iPad, ແລະ Apple Watch ບວກກັບຄ່າປັບໄຫມ ລວມເປັນເງິນ 31 ລ້ານຫຼຽນແຄນນາດາ.

ໃນການກວດສອບ Apple ພົບພຽງ 18% ເທົ່ານັ້ນ ຫຼື ປະມານ 103,845 ເຄື່ອງທີ່ມີການ online ເທິງເຄືອຂ່າຍໂດຍການກວດສອບຈາກ Serial Number ຂອງເຄື່ອງທີ່ຖືກສົ່ງໃຫ້ GEEP ເພື່ອເຮັດການ Recycle ທາງ Apple ຍັງໄດ້ລະບຸວ່າ ນີ້ອາດເປັນພຽງສ່ວນໜື່ງເທົ່ານັ້ນ ເພາະມີສະເພາະເຄື່ອງທີ່ຮອງຮັບ LTE ເທົ່ານັ້ນສ່ວນເຄື່ອງ Wi-Fi ຍັງກວດຫາບໍ່ທັນພົບ.

ທີ່ມາ: https://www.sanook.com/hitech/1512905/