8 ວິທີລະງັບອາລົມໂມໂຫ ລົດອາລົມຮ້ອນໄດ້ໄວທັນໃຈ.


ໃນສັງຄົມດຽວນີ້ເຕັມໄປດ້ວຍຄົນເລືອດຮ້ອນທີ່ບຶດຮ້າຍບຶດກໍວ່າໃຜເຮັດຫຍັງບໍ່ຖືກໃຈບໍ່ໄດ້ດັ່ງໃຈກໍຫົວຮ້ອນຖ້າຫາກທ່ານມີອາການແບບນີ້ພວກເຮົາມີເຄັດລັບງ່າຍໆມາໃຫ້ລອງເຝຶກແອບກັນເບິ່ງ.

1.ການນັບ 1 ຫາ 10

ເຄີຍໄດ້ຍິນກັນບໍ່ວ່າເວລາຈະຊ່ວຍຢຽວຢາທຸກຢ່າງ ຖ້າເວລາເຮັດໃຫ້ຄົນຜິດຫວັງກັບຄວາມຮັກ ຄືນມາເຂັ້ມແຂງຄືເກົ່າໄດ້ເວລາກໍຈະຊ່ວຍໃຫ້ເຮົາໃຈເຢັນລົງໄດ້ຄືກັນ. ວິທີງ່າຍໆຄື ກ່ອນທີ່ເຮົາຈະເອີ່ຍປາກດ່າ ຫຼື ເຂົ້າໄປທຳຮ້າຍໃຜແບບທີ່ສະໝອງສັ່ງລອງບັງຄັບຕົນເອງຫັນໃຈເຂົ້າເລິກໆ ແລ້ວນັບ 1 ຫາ 10 ຊ້າໆ ເພື່ອດຶງເອົາສະຕິກັບຄືນມາ.

2. ເຮັດຫູທວນລົມ

ໃນລະຫວ່າງທີ່ເຮົາກຳລັງໃຫ້ເວລາຢຽວຢາປັດເປົ່າຄວາມໂມໂຫ ອີກຝ່າຍອາດມາຍົວະເຮົາຫຼາຍຂື້ນດ້ວຍຄຳເວົ້າ ແລະ ການກະທຳທີ່ຫຍາບຄາຍເພິ່ມເຕີມ ດັ່ງນັ້ນຖ້າຢູ່ໃນສະຖານະການນັ້ນເຮົາສາມາດປິດຫູປິດຕາເຮັດຄືບໍ່ໄດ້ຍິນເພື່ອໃຫ້ມັນຜ່ານໄປບໍ່ຕ້ອງໄປເອົາໃຈໃສ່ໃນຄຳເວົ້າຂອງອີກຝ່າຍ.

3. ເຮັດກິດຈະກຳໃຫ້ຊ້າລົງ

ຈາກເຫດການຮຸນແຮງທີ່ເກິດຂື້ນອາດເປັນເພາະເຮົາຫຸນຫັນ ປ່ອຍໃຫ້ອາລົມຄວບຄຸມການກະທຳທຸກຢ່າງໂດຍບໍ່ໄດ້ຜ່ານໄຕ່ຕອງໃຫ້ດີ ເພາະສະນັ້ນລອງເຮັດກິດຈະກຳທີ່ເຮັດໃຫ້ເກິດອາລົມໂມໂຫໃຫ້ຊ້າລົງເຊັ່ນ: ເວົ້າໃຫ້ຊ້າລົງ,​ ຍ່າງໃຫ້ຊ້າລົງ, ລົງມືຊ້າລົງ ຕໍ່ໃຫ້ໂມໂຫຂະໜາດໃດກໍ່ຕ້ອງບັງຄັບຕົວເອງໃຫ້ເວົ້າຊ້າລົງທຸກໆ ຄຳເວົ້າທີ່ເວົ້າພະຍາຍາມກັ່ນຕອງຄຳອອກມາຈາກສະໝອງທີ່ຄຶດດ້ວຍສະຕິໃຫ້ດີສາກ່ອນ.

4. ຄິດເຫັນຄົນອື່ນ ນອກຈາກຕົນເອງ

ເມື່ອມີອາລົມໂມໂຫເຮົາມັກຄຶດເຖິງແຕ່ຕົນເອງໂດຍບໍ່ສົນໃຈຜູ້ອື່ນ ນອກຈາກບໍ່ສົນໃຈຄູ່ກໍລະນີວ່າເຂົາຈະມີເຫດຜົນໃດໆທີ່ເຮົາບໍ່ຮູ້ແລ້ວຍັງລືມນຶກເຖິງຄົນທີ່ເຮົາຮັກອີກຫຼາຍຄົນ ທີ່ຈະໄດ້ຮັບຄວາມເດືອດຮ້ອນຈາກການກະທຳຂອງເຮົາເຊັ່ນ: ພໍໍ່ ແມ່ ພີ່ນ້ອງ ໝູ່ເພື່ອນຄົນສະຫນິດຕ່າງໆ. ອາດຈະໄດ້ຮັບຄວາມອັບອາຍຈາກການກະທຳທີ່ພວກເພິ່ນບໍ່ໄດ້ມີຄວາມກ່ຽວຂ້ອງ.

5. ຂໍເວລາສະຫງົບສະຕິອາລົມ

ຫາກໃນສະຖານະກາານຕໍ່ໜ້າບໍ່ຊ່ວຍໃຫ້ເຮົາເຮັດຫຍັງເຫຼົ່ານັ້ນໄດ້ ອາດຈະລອງຂໍໂຕຍ່າງອອກໄປຈາກເຫດການນັ້ນ ເພື່ອຫາບ່ອນມິດໆເພື່ອຢູ່ຄົນດຽວ ຫຼື ກັບຄົນທີ່ເຮົາໄວ້ໃຈ ແລ້ວເຮັດທຸກຢ່າງຕາມຂໍ້ 1 ຫາ 4 ທີ່ຜ່ານມາ.

6. ການຂໍໂທດ ຕ້ອງໃຊ້ໃຫ້ເປັນ

ເປັນຄຳງ່າຍໆທີ່ຫຼາຍຄົນມັກບໍ່ຄອຍເວົ້າເພາະມີອັກຄະຕິສູງ ເພາະການເວົ້າຂໍໂທດບໍ່ໄດ້ໝາຍຄວາມວ່າເປັນຝ່າຍຜິດໃນເຫດການນັ້ນສະເໝີໄປ ແຕ່ການຂໍໂທດເປັນສິ່ງທີ່ດີທີ່ສຸດເພື່ອສະແດງເຖິງການເຄົາລົບ ແລະໃຫ້ກຽດອີກຝ່າຍ ຫຼື ເປັນການລົດຄວາມຜິດໄດ້ໃນລະດັບໜື່ງ.

7. ຮູ້ຈັກໃຫ້ອະໄພ

ເມື່ອເຫດການທີ່ເກິດຂຶ້ນມາແລ້ວອີກຝ່າຍຮູ້ສຶກຜິດແລ້ວໄດ້ມາຂໍໂທດເຮົາກໍຄວນຮັບຄຳຂໍໂທດຂອງພວກເຂົາ ແລະ ໃຫ້ອາໄພເພື່ອບໍ່ໃຫ້ມີອັກຄະຕິຕໍ່ກັນ.

8. ປ່ອຍໃຫ້ກົດໝາຍຈັດການ

ການໃຊ້ອາລົມຢູ່ເໜືອກົດໝາຍມັນຄືນິໄສນັກເລງບ້ານເມືອງເຮົາມີກົດໝາຍທີ່ສາມາດເອົາຜິດຜູ້ເຮັດຄວາມຜິດໄດ້ຫາກເຮົາໝັ້ນໃຈວ່າເຮົາບໍ່ຜິດຫຍັງ ເຮົາຄວນປ່ອຍໃຫ້ກົດໝາຍຈັດການຜູ້ຜິດເອງ.

ທີ່ມາ: https://www.sanook.com/health/5321/