Oppo ເປິດຕົວ Reno 4z 5G ສຸດຍອດ Smart Phone 5G ໃນລາຄາປະຢັດ


OPPO Reno4 z 5G Smart Phone ຮຸ່ນຫຼ້າສຸດ ສະເປັກລະດັບກາງທີ່ຮອງຮັບເຕັກໂນໂລຊີ 5G ໄດ້ທັ້ງ 2 ໂຫມດຄື SA / NSA ທີ່ຊ່ວຍຈັດສັນພະລັງງານໄດ້ເປັນຢ່າງດີ.

OPPO Reno4 z 5G ມາພ້ອມໜ້າຈໍຂະໜາດ 6.57 ນິ້ວ ແບບ 120Hz Silky Display ໃຫ້ຮູບທີ່ນຸ່ມນວນ ລື່ນໄຫຼ ເຕັມອິ່ມຍິ່ງຂື້ນ ລວມເຖິງມີ Design ໄລ່ໂທນສີ, ບາງຈັບຖະຫນັດມື ໂດດເດັ່ນດ້ວຍການຈັດວາງເລນທີ່ເປັນເອກະລັກເທິງຕົວເຄື່ອງ 2.5D ປົດລັອກດ້ວຍລາຍນິ້ວມືງ່າຍໆຈາກບໍລິເວນດ້ານຂ້າງ.

ສຳຫຼັບປະສິດຕິພາບຂອງກ້ອງມາພ້ອມກ້ອງທັ້ງໝົດ 6 ໂຕ ໂດຍມີກ້ອງໜ້າຄູ່ 16+2 ລ້ານ Pixels ໃຫ້ທ່ານຖ່າຍຮູບບຸກຄົນໄດ້ຢ່າງສວຍງາມ ລະລາຍສາກຫຼັງໃຫ້ blur ງາມແບບເປັນທຳມະຊາດດ້ວຍ Bokeh effect ຈາກ hardware ພ້ອມດ້ວຍ Features Night Mode ແລະ Face Beautification 2.0 ໃຫ້ທຸກ Selfie ຄົມຊັດໃນທີ່ແສງນ້ອຍ ແລະ ໃບໜ້າສະຫວ່າງງາມເປັນທຳມະຊາດ.

ຂະນະທີ່ກ້ອງຫຼັງ 4 ໂຕ ຄວາມລະອຽດສູງສຸດ 48 ລ້ານ Pixels ສາມາດຖ່າຍຮູບໃນບ່ອນທີ່ແສງນ້ອຍໄດ້ຢ່າງຄົມຊັດ ແລະ ລະອຽດຫຼາຍຍິ່ງຂື້ນ ສາມາດເກັບຮູບກວ້າງໄດ້ກວ້າງເຖິິງ 119 ອົງສາ ແລະ ສາມາດຖ່າຍຮູບໄດ້ຫລາກຫລາຍກວ່າເກົ່າດ້ວຍ Filters ແບບ Vintage ທີ່ຖືກຈໍາລອງມາຈາກ Effects ຂອງຮູບ Film ອີກດ້ວຍ.

ໂດຍ OPPO Reno4 z 5G ມີໃຫ້ເລືອກ 2 ສີໄດ້ແກ່ ສີຂາວ Dew White ແລະ ສີດຳ Ink Black ຈະວາງຈຳໜ່າຍໃນລາຄາ $462

ທີ່ມາ: https://www.sanook.com/hitech/1512989/