ການແຂ່ງກິລາແລ່ນ-ລານ ທົ່ວປະເທດ ກຽມຈັດຂຶ້ນລະຫວ່າງວັນທີ 28-30 ມັງກອນ ປະຈໍາປີ 2021


ໃກ້ເຂົ້າມາແລ້ວ! ສໍາລັບກິລາແລ່ນ-ລານ ປະຈໍາປີ 2021 ເຊິ່ງການແຂ່ງຂັນຈະເປີດຢ່າງເປັນທາງການລະຫວ່າງວັນທີ 28-30 ເດືອນມັງກອນ. ສະຖານທີ່ແມ່ນຈັດຂຶ້ນທີ່ສະຖາບັນກິລາ-ກາຍະກໍາ “ບ້ານສີເກີດ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ”

      ການແຂ່ງຂັນຈັດຂຶ້ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆ ສໍາຄັນໃນການຈັດກິດຈະກໍາຄັ້ງນີ້ເປັນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.

ມີການຊິງຮາງວັນທັງໝົດແມ່ນ 41 ລາຍການ

ປະເພດລານມີຄື:

  • ຊຸກນ້ຳໜັກເຍົາວະຊົນ ຍິງ-ຊາຍ
  • ຊຸກນ້ຳໜັກທົ່ວໄປ ຍິງ-ຊາຍ
  • ຊັດຫຼາວເຍົາວະຊົນ ຍິງ-ຊາຍ
  • ຊັດຫຼາວທົ່ວໄປຍິງ-ຊາຍ.

ສ່ວນປະເພດແລ່ນແມ່ນມີ:

  • ແລ່ນ 100 ແມັດເຍົາວະຊົນ ຍິງ-ຊາຍ
  • ແລ່ນ 100 ແມັດທົ່ວໄປ ຍິງ-ຊາຍ
  • ແລ່ນ 200 ແມັດເຍົາວະຊົນ ຍິງ-ຊາຍ
  • ແລ່ນ 200 ແມັດ ທົ່ວໄປຍິງ-ຊາຍ
  • ແລ່ນ 400 ແມັດຂ້າມຮົ້ວເຍົາວະຊົນ ຍິງ-ຊາຍ
  • ແລ່ນ 400 ແມັດຂ້າມຮົ້ວທົ່ວໄປ ຍິງ-ຊາຍ
  • ແລ່ນ 400 ແມັດ ເຍົາວະຊົນ ຍິງ-ຊາຍ
  • ແລ່ນ 400 ແມັດ ທົ່ວໄປຍິງ-ຊາຍ

ນອກນີ້ຍັງມີ:

  • ເຕັ້ນຍາວທົ່ວໄປ ຍິງ-ຊາຍ
  • ເຕັ້ນຍາວເຍົາວະຊົນ ຍິງ-ຊາຍ
  • ເຕັ້ນ 3 ກ້າວເຍົາວະຊົນ ຍິງ-ຊາຍ
  • ແລ່ນ 800 ແມັດ ເຍົາວະຊົນ ຍິງ-ຊາຍ
  • ແລ່ນ 800 ແມັດ ທົ່ວໄປ ຍິງ-ຊາຍ
  • ຍ່າງ 3.000 ແມັດຍິງ
  • ຍ່າງ 5.000 ແມັດ ເຍົາວະຊົນ ຍິງ-ຊາຍ
  • ແລ່ນ 4X100 ແມັດ ປະສົມ ເຍົາວະຊົນ ຍິງ-ຊາຍ
  • ແລ່ນ 4X100 ແມັດ ປະສົມ ທົ່ວໄປ ຍິງ-ຊາຍ

ຂໍຂອບໃຈຂໍ້ມູນເບື້ອງຕົ້ນ: https://www.facebook.com/lnrlao/posts/2706825792961298

ຂໍຂອບໃຈຮູບພາບຈາກ:

https://www.facebook.com/jeabchalern/photos/303561150554544