ໂມງ Smart Watch ຕົວຊ່ວຍເຝົ້າລະວັງໂຄວິດ-19 ໄດ້ດ້ວຍ Feature ວັດລະດັບອົກຊີແຊນ SpO2


Smart Watch ຫຼື Smart Band ທຸກມື້ນີ້ຕ້ອງບອກວ່າມີການໃສ່ເຊັນເຊີເຂົ້າມາໃຫ້ຫຼາກຫຼາຍ ສາມາດກວດວັດຄ່າຕ່າງໆໄດ້ຫຼາຍຢ່າງ ເຊິ່ງໜຶ່ງໃນ Feature ທີ່ຫຼາຍຄົນອາດເບິ່ງຂ້າມ ຫຼື ໃຊ້ພຽງແຕ່ກວດສອບຄຸນະພາບຂອງການນອນ ຕົວຢ່າງເຊັ່ນເຊັນເຊີວັດລະດັບອົກຊີແຊນໃນເລືອດ (SpO2) ມື້ນີ້ໜ້າຈະເລີ່ມໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ເມື່ອອົກຊີແຊນໃນເລືອດທີ່ລົດລົງອາດບົ່ງບອກເຖິງການຕິດເຊື້ອ COVID – 19 ກໍເປັນໄດ້.

ເຫດຜົນທີ່ເປັນເຊັ່ນນັ້ນ ເລີ່ມຕົ້ນຈາກເມື່ອວັນທີ 2 ມັງກອນ 2021 ທີ່ຜ່ານມາ  ມີລາຍງານວ່າພົບຜູ້ປ່ວຍ COVID-19 ທີ່ກວດພົບອົກຊີແຊນໃນເລືອດຕ່ຳໂດຍບໍ່ໄດ້ມີອາການໃດໆທີ່ບົ່ງບອກເຖິງພາວະອົກຊີແຊນໃນເລືອດຕ່ຳເລີຍ  ທັ້ງທີ່ໂດຍປົກກະຕິແລ້ວຮ່າງກາຍຄົນເຮົາຈະຕ້ອງຕອບສະໜອງດ້ວຍການຫາຍໃຈໄວຂຶ້ນ ຍາວຂຶ້ນ ເພື່ອຮັກສາລະດັບອົກຊີແຊນໃນຮ່າງກາຍໄປແລ້ວ ເຊິ່ງມີການເອີ້ນພາວະນີ້ວ່າ: Silent hypoxia ຫຼື Happy hypoxia

HAPPY HYPOXIA ອາການຮ້າຍແຮງຈາກໂຄວິດ-19 ທີ່ມາແບບມິດໆ

Happy hypoxia ສົ່ງຜົນແນວໃດຕໍ່ຮ່າງກາຍ? ປົກກະຕິແລ້ວເມື່ອອົກຊີແຊນໃນຮ່າງກາຍລົດລົງຈົນເຖິງຈຸດໆໜຶ່ງຈະເກີດການກະຕຸ້ນສ່ວນທີ່ເອີ້ນວ່າ Carotid body ເຊິ່ງຢູ່ໃກ້ກັບຫຼອດເລືອດແດງໃຫຍ່ບໍລິເວນຄໍ ການກະຕຸ້ນນີ້ຈະສົ່ງຜົນໃຫ້ຮ່າງກາຍຕອບສະໜອງດ້ວຍອາການ “ຫິວອາກາດຫາຍໃຈ” ຄືຜູ້ປ່ວຍຈະມີອາການຫາຍໃຈໄວ ແລະ ຮູ້ສຶກຫາຍໃຈບໍ່ອິ່ມ  (Dyspnea)  ເຊິ່ງອາການເຫຼົ່ານີ້ຈະພົບໄດ້ໃນຜູ້ປ່ວຍໂຣກປອດບວມ ຫຼື ຜູ້ປ່ວຍທີ່ມີພາວະທາງເດີນຫາຍໃຈລົ້ມເຫຼວ ແລະ ສຳຄັນຄືມັນໜ້າຈະພົບໃນຜູ້ປ່ວຍໂຄວິດ-19 ນຳອີກ.

ແລະ  ບັນຫາມັນກໍຢູ່ບ່ອນທີ່ວ່າຜູ້ປ່ວຍໂຄວິດ-19 ບາງຄົນອາດຈະບໍ່ມີອາການຫິວອາກາດຫາຍໃຈເລີຍ ແຖມຍັງໃຊ້ຊີວິດໄດ້ບໍ່ຕ່າງຈາກຄົນປົກກະຕິຈົນລະດັບອົກຊີແຊນໃນເລືອດລົດລົງຕ່ຳຫຼາຍຈົນຮ່າງກາຍບໍ່ສາມາດທົນໄດ້ແລ້ວຈຶ່ງສະແດງອາການອອກມາຢ່າງຊັດເຈນ  ແລະ ອາການເຫຼົ່ານັ້ນຍັງມີຄວາມຮຸນແຮງຈົນອາດເຮັດໃຫ້ເຖິງແກ່ຊີວິດໄດ້ເລີຍ.

ຂະນະນີ້ນັກວິທະຍາສາດຍັງບໍ່ຮູ້ວ່າເຫດຜົນໃດຜູ້ປ່ວຍໂຄວິດ-19 ຈຶ່ງບໍ່ສະແດງອາການຂອງພາວະອົກຊີແຊນໃນເລືອດຕ່ຳແຕ່ມີຫຼັກຖານຫຼາຍພໍທີ່ບົ່ງຊີ້ວ່າການຕິດເຊື້ອໂຄໂຣນ່າມີສ່ວນເຮັດໃຫ້ Carotid body ເຮັດວຽກຜິດພ້ຽນ ແລະ ບໍ່ເກີດການຕອບສະໜອງຕໍ່ລະດັບອົກຊີແຊນໃນເລືອດທີ່ລົດລົງ.

 ເຊັນເຊີ SPO2 ໃນໂມງຊ່ວຍເຝົ້າລະວັງໂຣກໂຄວິດ-19

ເຫດໃດ Smart Watch ຫຼື Smart Band ທີ່ມາພ້ອມ Feature ວັດປະລິມານອົກຊີແຊນໃນເລືອດ ຈຶ່ງມີປະໂຫຍດໃນຊ່ວງການລະບາດຂອງໂຣກໂຄວິດ-19 ?

ຈາກຄວາມສ່ຽງໃນການເກີດພາວະ Happy hypoxia ຂອງຜູ້ປ່ວຍໂຄວິດ-19 ທີ່ໄດ້ກ່າວໄວ້ໃນເບື້ອງຕົ້ນເຮັດໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ຫຼື ຜູ້ຕິດເຊື້ອ ສາມາດເຝົ້າລະວັງຄວາມຮຸນແຮງຂອງໂຣກໄດ້ຈາກລະດັບອົກຊີແຊນໃນເລືອດ ດ້ວຍເຊັນເຊີ SpO2 ໃນ Smart Watch ຫຼື Smart Band ຢ່າງໜ້ອຍມັນກໍຊ່ວຍເຕືຶອນໃຫ້ທ່ານໄປກວດເຊັກຊ້ຳກັບໃນໂຮງໝໍເພື່ອດຳເນີນການກວດຫາເຊື້ອໄດ້ຢ່າງທັນທ່ວງທີ.

ນອກຈາກນີ້  ເນື່ອງຈາກການວັດອຸນຫະພູມໃນຮ່າງກາຍອາດຈະບໍ່ສາມາດບົ່ງບອກເຖິງການຕິດເຊື້ອໄດ້ເພາະເຄື່ອງວັດອຸນຫະພູມມີຄວາມຄາດເຄື່ອນໄດ້ຈາກຫຼາຍປັດໄຈເຊັ່ນ: (ອຸນຫະພູມໃນສິ່ງແວດລ້ອມລົບກວນການກວດ)  ຫຼື ຜູ້ປ່ວຍອາດຈະບໍ່ມີໄຂ້ຂຶ້ນເລີຍເຮັດໃຫ້ການວັດອຸນຫະພູມຮ່າງກາຍຍັງບໍ່ຄ່ອຍພຽງພໍຕໍ່ການຄັດກອງ.

ຈາກລາຍງານຂອງໜ່ວຍບໍລິການສຸຂະພາບແຫ່ງຊາດໃນປະເທດອັງກິດ ຈຶ່ງເພີ່ມວິທີການຄັດກອງໂດຍໃຊ້ເຊັນເຊີ SpO2 ວັດລະດັບອົກຊີແຊນໃນເລືອດ ແລະ ຍັງແນະນຳໃຫ້ປະຊາຊົນຊື້ຕິດຕົວ ເພື່ອເອົາໄວ້ຄັດກອງບຸກຄົນໃນຄອບຄົວທີ່ມີຄວາມສ່ຽງຕໍ່ການຕິດເຊື້ອໂຣກໂຄວິດ-19 ດ້ວຍ. ຫາກລະດັບອົກຊີແຊນໃນເລືອດເລີ່ມລົດລົງເລື້ອຍໆໃຫ້ສົງໄສວ່າຄົນໆນັ້ນອາດຕິດເຊື້ອໂຣກໂຄວິດ-19 ຈຳເປັນຕ້ອງສົ່ງກວດເພີ່ມເຕີມ ແລະ ຕິດຕາມອາການແບບໃກ້ຊິດ (ເຖິງແມ່ນວ່າເຂົາຈະບໍ່ສະແດງອາການໃດໆອອກມາເລີຍ).
ການເຮັດວຽກຂອງເຊັນເຊີ SpO2

ການເຮັດວຽກຂອງເຊັນເຊີວັດອົກຊີແຊນໃນເລືອດ  ໃນSmart Watch ຫຼື Smart Band ຈະໃຊ້ຫຼັກການສະທ້ອນຂອງແສງຫາກສັງເກດດີໆເຊັນເຊີຈະປ່ອຍແສງສີແດງ  (ບາງແບຣນອາດເປັນສີຂຽວ)  ພ້ອມຄື້ນອິນຟາເຣດທີ່ຕາມະນຸດບໍ່ສາມາດເບິ່ງເຫັນໄດ້ອອກມາພ້ອມກັນ ແສງສີແດງ ອາດທະລຸຜ່ານສະເພາະເມັດເລືອດແດງທີ່ມີອົກຊີແຊນຫຼາຍ ໃນຂະນະທີ່ຄື້ນ ອິນຟາເຣດ ຈະທະລຸຜ່ານສະເພາະເມັດເລືອດແດງທີ່ມີອົກຊີແຊນໜ້ອຍ

ຄວາມອິ່ມຕົວຂອງອົກຊີແຊນຈະກຳນົດການດູດກືນແສງ

ດັ່ງນັ້ນ  ການປະເມີນລະດັບອົກຊີແຊນໃນຮ່າງກາຍຈະເບິ່ງຈາກປະລິມານແສງສີແດງທີ່ສະທ້ອນກັບສູ່ອຸປະກອນຂອງທ່ານນັ້ນເອງ. ເຊິ່ງອຸປະກອນວັດລະດັບອົກຊີແຊນປາຍນິ້ວທີ່ນິຍົມໃຊ້ກັນໃນໂຮງໝໍ ກໍອາໄສຫຼັກການສະທ້ອນຂອງແສງເຊັ່ນດຽວກັນ.

ຕົວຢ່າງ SMART WATCH ແລະ SMART BAND ທີ່ມີ FEATURE ວັດລະດັບອົກຊີແຊນໃນເລືອດ.

ສຳຫຼັບ Smart Watch ຫຼື Smart Band ທີ່ມາພ້ອມ Feature ວັດລະດັບອົກຊີແຊນໃນເລືອດມີຢູ່ຫຼາກຫຼາຍແບຣນຫຼາຍຮຸ່ນດັ່ງນີ້:

Apple:

  • Apple Watch Series 6

Huawei:

  • Huawei Honor Band 5 SpO2
  • Huawei Watch Fit 2020
  • Huawei GT2 Pro/GT2e

Garmin:

  • Garmin Forerunner
  • Garmin Vivoactive 4

Fitbit:

  • Fitbit Versa 3
  • Fitbit Sense

Xiaomi:

  • Mi Watch

Samsung:

  • Samsung Galaxy Watch 3

SpO2 ນັບວ່າເປັນ Feature ທີ່ມີປະໂຫຍດແບບຄາດບໍ່ເຖິງໂດຍສະເພາະໃນສະຖານະການການລະບາດຂອງ Covid-19.

ທີ່ມາ: https://droidsans.com/smart-watch-spo2-detects-covid/