ນະວັດຕະກຳໃຫມ່ ສະບູທີ່ບໍ່ມີມື້ຫມົດ


ຈະດີເທົ່າໃດ ຖ້າຫາກວ່າສະບູທີ່ເຮົາໃຊ້ ຢູ່ນັ້ນບໍ່ມີວັນໝົດ ຄົງຈະເປັນສະຫວັນຂອງຄົນທີ່ມັກອາບນ້ຳເລີຍ! ໂດຍສະເພາະໃນຍາມທີ່ອາກາດຮ້ອນ ຖືວ່າເໝາະກັບປະເທດລາວຫຼາຍ.

ສະບູດັ່ງກ່າວມີຊື່ວ່າ Amco Rub-Away ເປັນສະບູສະແຕນເຫຼດ ທີ່ຈະເຮັດໃຫ້ມືຂອງເຮົານັ້ນ ໄຮ້ກິ່ນກະທຽມ, ຫອມບົ່ວ, ກິ່ນຄາວປາ ແລະ ອື່ນໆ ເວົ້າງ່າຍໆກໍຄື ມັນຈະເຮັດໃຫ້ກິ່ນຄົວກິນບໍ່ຕິດມືເຮົານັ້ນເອງ.

ເປັນຫຍັງຈຶ່ງເນັ້ນໃສ່ກິ່ນກະທຽມ, ຫອມບົ່ວ, ກິ່ນຄາວປາ… ເພາະວ່າກິ່ນເຫຼົ່ານີ້ ມີສ່ວນປະກອບທາງເຄມີບາງຕົວທີ່ເຮັດໃຫ້ສະບູທົ່ວໄປລ້າງອອກບໍ່ໝົດ, ເຊິ່ງສານເຫຼົ່ານີ້ສາມາດຕິດມືເຮົາໄດ້ດີ ລວມເຖິງຍັງລະລາຍນ້ຳອອກໄດ້ຍາກຫຼາຍ ເວລາເຮົາລ້າງອອກດ້ວຍນ້ຳ ຫຼື ສະບູ ກິ່ນມັນຈະຍັງຕິດຢູ່, ໂດຍສະເພາະກະທຽມທີ່ມີອົງປະກອບ Sulfur ອາດຈະປ່ຽນໄປເປັນ Sulfric Acid ເມື່ອຖືກນ້ຳມັນຈະຕິດທົນຫຼາຍກວ່າເກົ່າ.

ເມື່ອອົງປະກອບເຫຼົ່ານັ້ນສຳຜັດກັບໂລຫະທີ່ໃຊ້ເຮັດສະບູສະແຕນເຫຼດ ກິ່ນຂອງມັນຈະຫາຍໄປ ເນື່ອງຈາກເຫຼັກສະແຕນເຫຼດສ້າງແຮງດຶງດູດທາງໄຟຟ້າເຮັດໃຫ້ສານດັ່ງກ່າວສາມາດຈັບກັບໂລຫະ ແລະ ຖືກດຶງອອກມາຈາກມືໄດ້.

https://www.facebook.com/1523107561151019/posts/3328401880621569/?d=n