ໂຮງງານປະເທດກຳປູເຈຍ ຖືກປິດລົງປະມານ 500 ແຫ່ງ

ໂຮງງານປະເທດກຳປູເຈຍ-ຖືກປິດລົງ

ກຳປູເຈຍ ປະເທດໜຶ່ງໃນອາຊຽນທີ່ມີຄວາມຈະເລີນຫຼາຍດ້ານພໍສົມຄວນ ໂດຍສະເພາະທາງດ້ານເສດຖະກິດດ້ານອຸດສາຫະກຳ, ແຕ່ເມື່ອບໍ່ດົນມານີ້ ມີການລາຍງານວ່າ ເສດຖະກິດທາງດ້ານອຸດສາຫະກຳ ໃນປີ 2022 ຖືກລະງັບສັນຍາຈ້າງພະນັງານເປັນຈຳນວນຫຼາຍມີທັງໝົດ 32,023 ຄົນ ບໍລິສັດປະມານ 500 ແຫ່ງ ຖືກປິດ ເຊິ່ງມີໂຮງງານຕັດຫຍິບ 100 ແຫ່ງ ເນື່ອງຈາກບໍ່ມີຄົນຊື້.

ນອກຈາກນີ້ ກໍຍັງມີໂຮງງານບາງແຫ່ງທີ່ປິດລົງ ແລະ ຍົກເລີກສັນຍາຈ້າງ ຕາມລາຍງານທັງໝົດໃນປີ 2022 ໂຮງງານຖືກເປີດໃໝ່ 4.000 ແຫ່ງໃນປະເທດກຳປູເຈຍ ແລະ ປິດ 500 ແຫ່ງ ເຮັດໃຫ້ອັດຕາການວ່າງງານສູງຂຶ້ນ ພະນັກງານຕາມໂຮງງານມີລາຍໄດ້ປະມານ 7.000-12.000 ບາດ/ຕໍ່ເດືອນ ເຊິ່ງຫຼາຍຄົນກໍມີພາລະໃນການລ້ຽງດູເບິ່ງແຍງຄອບຄົວ.

ຂອບໃຈຂໍ້ມູນຈາກ:

https://bit.ly/3YzCz1T

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/