SONY ກຽມນຳເອົາເລື່ອງລາວຊີວິດຕັ້ງແຕ່ຍັງນ້ອຍຂອງ Messi ມາສ້າງເປັນອະນິເມຊັນ

SONY

SONY MUSIC ຄ້າຍຮູບເງົາຊື່ດັງຂອງໂລກທີ່ສ້າງອະນິເມຊັນລະດັບໂລກມາແລ້ວຫຼາກຫຼາຍເລື່ອງ ໄດ້ມີໄອເດຍທີ່ຈະນຳເອົາຊີວິດຂອງ ລີໂອເນວ ເມສຊີ່ (Lionel Messi) ໜຶ່ງໃນນັກເຕະທີ່ຖືກຍ້ອງວ່າເກັ່ງທີ່ສຸດໃນໂລກ ມາສ້າງເປັນອະນິເມຊັນ.

ໂດຍ ເມສຊີ່ ນັ້ນຖືວ່າເປັນໜຶ່ງນັກເຕະທີ່ປະສົບຄວາມສຳເລັດມາແລ້ວກັບທຸກໆການແຂ່ງຂັນທີ່ລົງຫຼິ້ນ ເປັນໜຶ່ງນັກເຕະທີ່ແຟນບານ ຫຼື ນັກເຕະເອງ ຍົກໃຫ້ເປັນເທບພະເຈົ້າຂອງວົງການບານເຕະ ເພາະດ້ວຍຄວາມສາມາດ-ພອນສະຫວັນທີ່ລົ້ນເຫຼືອ ໂດດເດັ່ນຈາກຄົນອື່ນຢ່າງຊັດເຈນ ແລະ ໃນປີ 2022 ທີ່ຜ່ານມາ ຖືໄດ້ວ່າເປັນປີທີ່ເຕີມເຕັມຊີວິດການເປັນນັກເຕະຂອງເມສຊີ່ໄດ້ຢ່າງແທ້ຈິງ ຈາກຜົນງານອັນໜ້າປະທັບໃຈ ນຳທັບທີມຊາດ ອາເຈນຕິນາ ຄວ້າແຊ້ມບານໂລກ 2022 ທີ່ປະເທດກາຕ້າໄດ້ສຳເລັດ.

SONY

ໂດຍ ເມສຊີ່ ໄດ້ເຜີຍໃຫ້ຮູ້ເຖິງການຮ່ວມງານກັບ SONY ຄັ້ງນີ້ໄວ້ວ່າ: “ຕັ້ງແຕ່ຕອນຍັງນ້ອຍ ຂ້ອຍມັກເບິ່ງອະນິເມຊັນມາຕະຫຼອດ ລູກໆຂອງຂ້ອຍກໍເປັນແຟນຂອງອະນິເມຊັນ ເຊັ່ນກັນ ການໄດ້ຮ່ວມກັບໂຄງການນີ້ ເຮັດໃຫ້ຂ້ອຍມີຄວາມສຸກ ເພາະມັນເຕີມເຕັມຄວາມຝັນຢ່າງໜຶ່ງຂອງຂ້ອຍ”.

“ຂ້ອຍຢາກຂອບໃຈ SONY ທີ່ດຶງຂ້ອຍເຂົ້າມາຮ່ວມໃນໂຄງການນີ້ ແລະ ຫວັງວ່າທຸກຄົນຈະມັກໂຄງການນີ້ຄືກັບຂ້ອຍ ໂດຍສະເພາະໜຸ່ມສາວໃນສະໄໝນີ້”.

SONY

ແຕ່ຢ່າງໃດກໍຕາມ ທາງ SONY ຍັງບໍ່ທັນໄດ້ເປີດເຜີນລາຍລະອຽດກ່ຽວກັບອະນິເມຊັນເລື່ອງນີ້ ອອກມາແຕ່ຢ່າງໃດ ວ່າຈະມີການໃສ່ຊື່ຂອງ ລີໂອເນວ ເມສຊີ່ ເລີຍຫຼືບໍ່ ຫຼື ຈະເປັນການດຳເນີນເລື່ອງໃນອີກຕົວລະຄອນໜຶ່ງໂດຍອີງໃສ່ເລື່ອງລາວຂອງ ຕຳນານທີມຊາດ ອາເຈນຕິນາ. ແຕ່ຈະເປັນໂຄງການທີ່ຍິ່ງໃຫຍ່ແນ່ນອນ ເພາະ SONY ຖືເປັນຄ້າຍຮູບເງົາຊັ້ນນຳຂອງໂລກ ແລະ ມີການປະກາດອອກມາແລ້ວ ວ່າຈະມີໃນຮູບແບບພາສາຕ່າງໆ ທັງອັງກິດ, ສະເປນ ແລະ ອື່ນໆ.

ສຳລັບ ເມສຊີ່ ແມ່ນເຄີຍມີສາລະຄະດີຢ່າງເປັນທາງການຂອງຕົນເອງຄັ້ງທຳອິດມາແລ້ວ ເມື່ອປີ 2014 ອອກສາຍທາງ AMAZON Prime Video ທີ່ຕອນນັ້ນໃຊ້ຊືື່ສາລະຄະດີວ່າ MESSI ແລະ ໄດ້ຄະແນນ IMDB ໄປ 7.2.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/