ສີ ຈິ້ນຜິງ ໄດ້ຮັບຄັດເລືອກເປັນປະທານາທິບໍດີ ສະໄໝທີ 3 ຢ່າງເປັນທາງການ ຈາກສະພາປະຊາຊົນ ແບບເອກະສັນ ດ້ວຍຄະແນນ 2.952 ຕໍ່ 0

ສີ-ຈິ້ນຜິງ-ໄດ້ຮັບຄັດເລືອກ

ວັນທີ 10 ມີນາ ໃນກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ (NPC) ໄດ້ລົງມະຕິຮັບຮອງໃຫ້ ສີຈິ້ນຜິງ (Xi jinping) ຂຶ້ນດໍາລົງຕໍາແໜ່ງເປັນປະທານາທິບໍດີ  ສະໄໝທີ 3 ຢ່າງເປັນທາງການ ແບບເອກະສັນ ດ້ວຍຄະແນນ 2.952 ຕໍ່ 0 ສົ່ງຜົນໃຫ້ ສີຈິ້ນຜິງ ເປັນຜູ້ນໍາຈີນສະໄໝໃໝ່ ທີ່ດໍາລົງຕໍາແໜ່ງຍາວນານທີ່ສຸດ ແລະ ມີອໍານາດສູງສຸດນັບແຕ່ຍຸກຂອງ ເໝົາເຈີຕຸງ ນັກປະຕິວັດຄົນສໍາຄັນ ແລະ ເປັນຜູ້ນໍາສູງສຸດຄົນທໍາອິດຂອງສາທາລະນະລັດປະຊາຊົນຈີນ.

ການຮັບຕໍາແໜ່ງຂອງສີຈິ້ນຜິງນີ້ໄດ້ປູທາງທາງໄວ້ແລ້ວ ເມື່ອ 5 ປີກ່ອນ ໂດຍ ເມື່ອປີ 2018 ພັກຄອມມູນິດຈີນ ໄດ້ສະເໜີໃຫ້ມີການແກ້ໄຂ ລັດຖະທໍາມະນູນສໍາຄັນ ນັ້ນກໍຄືການຕໍ່ອາຍຸໃຫ້ປະທານາທິບໍດີ ສາມາດດໍາລົງຕໍາແໜ່ງໄດ້ເກີນ 2 ວາລະ ຫຼື ຫຼາຍກວ່າ 10 ປີ. ກ່ອນທີ່ກອງປະຊຸມສະພາ ປະຊາຊົນແຫ່ງຊາດ ຈະລົງມະຕິເຫັນດີ ປົດລັອກໃຫ້ສີຈິ້ນຜິງສາມາດກຸມອໍານາດໄວ້ໄດ້ແບບຍາວນານເທົ່າທີ່ເຂົາຕ້ອງການ ຫຼື ອາດຈະຢູ່ໃນອໍານາດໄດ້ຕະຫຼອດຊີວິດ ຕາມທີ່ສື່ຕາເວັນຕົກຄາດການ.

ຕໍ່ມາໃນກອງປະຊຸມໃຫຍ່ຂອງພັກຄອມມູນິດເມື່ອເດືອນ ຕຸລາ 2022 ສີຈິ້ນຜິງ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງ 2 ຕໍາແໜ່ງສໍາຄັນ ໄດ້ແກ່ ປະທານຄະນະກໍາມາທິການທະຫານສ່ວນກາງ ແລະ ເລຂາທິການພັກຄອມມູນິດສະໄໝ ທີ 3 ເຊິ່ງປູທາງສູ່ຕໍາແແໜ່ງ ຕໍ່ມານັ້ນກໍຄື ປະທານາທິບໍດີສະໄໝທີ 3 ດັ່ງທີ່ໄດ້ມີການປະກາດໃນມື້ນີ້.

ສີ-ຈິ້ນຜິງ-ໄດ້ຮັບຄັດເລືອກ

ສີຈິ້ນຜິງ ໄດ້ຮັບການຮັບໃຫ້ເຂົ້າຮ່ວມເປັນສະມາຊິກພັກຄອມມູນິດ ໃນປີ 1974 ແລະ ເຮັດວຽກຢ່າງໜັກເພື່ອກ້າວເຂົ້າສູ່ເສັ້ນທາງການເມືອງ ໂດຍເລີ່ມຈາກຕໍາແໜ່ງຫົວໜ້າສາຂາຂອງພັກໃນບ້ານແຫ່ງໜຶ່ງ ໄຕ່ເຕົ້າສູ່ຕໍາແໜ່ງຜູ້ວ່າລາຊະການ ມົນທົນຝູຈ້ຽນໃນປີ 1999 ກ່ອນຈະກາຍເປັນຫົວໜ້າສາຂາຂອງພັກປະຈໍາມົນທົນເຈີ້ຈຽງໃນປີ 2002 ແລະ ຫົວໜ້າສາຂາພັກປະຈໍາຊຽງໄຮ້ ສູນກາງທາງການເງິນ ແລະ ນະຄອນໃຫຍ່ອັນດັບ 2 ຂອງຈີນ. ຜົນງານຂອງ ສີຈິ້ນຜິງ ພາຍໃນພັກຄອມມູນິດເພີ່ມຂື້ນແບບຕໍ່ເນື່ອງ ຈົນກາຍເປັນແຮງຊຸກຍູ້ໃຫ້ເຂົາກ້າວເຂົ້າສູ່ການເປັນຄະນະກໍາມະການປະຈໍາເມືອງ (Standing Committee of the politburo) ເຊິ່ງເປັນໜ່ວຍງານທີ່ມີໜ້າທີ່ຕັດສິນໃນໃນລະດັບສູງສຸດ ຈົນມາຮອດປີ 2012 ຈຶ່ງໄດ້ຮັບເລືອກໃຫ້ກາຍເປັນປະທານາທິບໍດີຄົນທີ 7 ຂອງຈີນ ແທນທີ່ປະທານາທິບໍດີ ຫູຈິ່ນເທົາ.

ສີ-ຈິ້ນຜິງ-ໄດ້ຮັບຄັດເລືອກ

ສີ ຈິ້ນຜິງ ຖືເປັນຜູ້ນຳຂອງຈີນທີ່ຊົງອິດທິພົນທີ່ສຸດໃນປະຫວັດສາດປະເທດຈີນ ດ້ວຍຜົນງານທີ່ໂດດເດັ່ນ ໃນການນຳພາປະຊາຊົນຈີນ ຫຼຸດພົ້ນອອກຈາກຄວາມທຸກຍາກ,​ ນຳພາໃຫ້ປະເທດຈີນມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ, ໂຄງການລິເລີ່ມ 1 ແລວ 1 ເສັ້ນທາງ ທີ່ແຜ່ອິດທິພົນໄປທົ່ວໂລກ ຈົນປັດຈຸບັນ ເອີ້ນໄດ້ຢ່າງເຕັມປາກວ່າ ຈີນໄດ້ກ້າວຂຶ້ນມາເປັນອີກໜຶ່ງປະເທດທີ່ມີສັກກະຍະພາບພຽງພໍ ໃນການດຸນດ່ຽງຂວັ້ນອຳນາດເກົ່າ ຢ່າງ ສະຫະລັດ ອາເມຣິກາ ແລະ ຢູໂຣບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/