ສປປ ລາວ ກຽມສ້າງຂົວຂ້າມທາງ ເຂດໂຮງຮຽນລາວ-ຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ

ສປປ ລາວ

ເພື່ອເປັນການອຳນວຍຄວາມສະດວກແກ່ການຍ່າງຂ້າມທາງຂອງຜູ້ຄົນ ບໍ່ໃຫ້ກະທົບກັບການສັນຈອນ ທັງມີຄວາມປອດໄພຕໍ່ຜູ້ມີຈຸດປະສົງຈະຂ້າມທາງ, ນະຄອນຫຼວງມີແຜນຈະສ້າງຂົວຂ້າມຖະໜົນແຫ່ງໃໝ່ຢູ່ເຂດຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ມີກຳນົດໃຫ້ສຳເລັດພາຍໃນ 4 ເດືອນ.

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງ ບັນດາສໍານັກງານ, ອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ ນັບທັງພໍ່ແມ່ປະຊາຊົນ, ນັກທຸລະກິດ, ຊາວຄ້າຂາຍ ແລະ ຜູ້ນໍາໃຊ້ລົດໃຊ້ຖະໜົນທັງໝົດ ກ່ຽວກັບການກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະໜົນ ໄກສອນ ພົມວິຫານ (ຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ).

ສປປ ລາວ

ແຈ້ງການລະບຸວ່າ ເນື່ອງຈາກວ່າສະພາບການສັນຈອນຕົວຈິງເສັ້ນທາງຖະໜົນ ໄກສອນ ພົມວິຫານ ແມ່ນໜາແໜ້ນ ແລະ ສັບສົນ ເປັນຕົ້ນແມ່ນໂມງເຂົ້າການ ແລະ ເລີກການ ແມ່ນມີລົດມາຈອດແຄມທາງເພື່ອຮັບສົ່ງນັກຮຽນ ມີນັກຮຽນ ຍ່າງຂ້າມທາງ ເພື່ອເປັນການຊ່ວຍລົດຜ່ອນ ແລະ ແກ້ໄຂການສັນຈອນແອອັດ, ແນໃສ່ເຮັດໃຫ້ການສັນຈອນໄປມາ ຂອງພາຫະນະມີຄວາມສະດວກວ່ອງໄວ ແລະ ໃຫ້ມີຄວາມປອດໄພ.

ສປປ ລາວ

ດັ່ງນັ້ນ, ນັບແຕ່ວັນທີ 08 ມີນາ 2023 ຈະໄດ້ເລີ່ມລົງມືກໍ່ສ້າງຂົວຄົນຍ່າງຂ້າມທາງຢູ່ຖະໜົນໄກສອນ ພົມວິຫານ (ຫຼັກ 5 ຕໍ່ໜ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ) ເປັນຕົ້ນໄປ ມີກໍານົດ 4 ເດືອນ ໃນນັ້ນຈະໄດ້ອ້ອມຮົ້ວບໍລິເວນຕີນເສົາ 2 ເບື້ອງ ທີ່ມີການກໍ່ສ້າງເປັນໄລຍະເວລາ 4 ເດືອນ.

ພ້ອມດຽວກັນນີ້ ຈະໄດ້ອ້ອມຝາ ກັ້ນດ້ວຍອາລູຊິງນໍ້າໜຶ່ງເວລາປະກອບຂາງຂົວ ເປັນໄລຍະເວລາ 10 ວັນ ແມ່ນສໍາເລັດ ບໍ່ພຽງເທົ່ານີ້ຍັງຈະໄດ້ຕັນດອນກາງທາງບ່ອນລົດລ້ຽວກັບ ເປັນການຊົ່ວຄາວໃນໄລຍະເວລາມີການກໍ່ສ້າງຕື່ມອີກ ສະນັ້ນຂໍໃຫ້ນັກຂັບຂີ່ທຸກຄົນຕ້ອງໄດ້ປະຕິບັດຕາມລະບຽບ ແລະ  ປະຕິບັດຕາມການລະບາຍລົດຂອງເຈົ້າໜ້າທີ່ຕາມຈຸດຕ່າງໆ.
ໄລຍະເວລາມີການກໍ່ສ້າງປະເພດລົດຂົນສົ່ງສິນຄ້າ ແລະ ໂດຍສານຂະຫນາດໃຫຍ່ ບໍ່ມີຄວາມຈໍາເປັນຫ້າມບໍ່ໃຫ້ມາ ນໍາໃຊ້ເສັ້ນທາງນີ້ ໃຫ້ໄປນໍາໃຊ້ເສັ້ນທາງອື່ນແທນ ຈົນກວ່າການກໍ່ສ້າງສໍາເລັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/