ແຊ້ມລາວລີກ 1 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ AFC Cup 2024

ແຊ້ມລາວລີກ

ນັບເປັນການເລີ່ມຕົ້ນການພັດທະນາວົງການບານເຕະຂອງລາວ ໄປອີກລະດັບໜຶ່ງ ເນື່ອງຈາກການແຂ່ງຂັນລາວລີກ 1 ຄັ້ງນີ້ ຈະມີການຈັດການແຂ່ງຂັນຢ່າງຈິງຈັງ ແລະ ຍົກລະດັບໃຫ້ເປັນລີກລະດັບເຄິ່ງອາຊີບ ພ້ອມກັບແຊ້ມລາວລີກ 1 ປີນີ້ ອາດຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ AFC Cup 2024.

ໃນວັນທີ 17 ກຸມພາ 2023 ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີຖະແຫຼງຂ່າວເປີດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຂື້ນຢ່າງເປັນທາງການ ທີ່ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

ທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສຕລ ໄດ້ເຜີຍວ່າ: ສະໂມສອນທີ່ໄດ້ເປັນແຊ້ມ ເປບຊີ ລາວລີກ 1 ໃນລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 ເຊິ່ງເປັນການແຂ່ງຂັນຂອງສະໂມສອນ ໃນລະດັບອາຊຽນ (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບເອເຊຍຈຶ່ງສາມາດເຂົ້າຮ່ວມໄດ້) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

ແຊ້ມລາວລີກ

ໂດຍ AFC Cup ເປັນການແຂ່ງຂັນບານເຕະສໍາລັບສະໂມສອນຈາກປະເທດຊາດທີ່ເປັນສະມາຊິກຂອງ AFC. ທີມທີ່ເຂົ້າຮ່ວມແມ່ນມາຈາກອັນດັບ 1 ອັນດັບ 2 ຈາກການແຂ່ງຂັນໃນລີກຂອງແຕ່ລະປະເທດ.

ສ່ວນໃນປີນີ້ ເປບຊີ ລາວລີກ 1 ຈະມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ: ສະໂມສອນ ກິລາບານເຕະ ຊ້າງນ້ອຍ; ສະໂມສອນ ກິລາບານເຕະ ກອງທັບ; ສະໂມສອນ ກິລາບານເຕະ ວຽງຈັນ; ສະໂມສອນ ກິລາບານເຕະ ເອສະຣາ; ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ; ສະໂມສອນ ກິລາບານເຕະ ຫຼວງພະບາງ; ສະໂມສອນ ກິລາບານເຕະ ຈຳປາສັກ ແລະ ສະໂມສອນ ກິລາບານເຕະ ນ້ຳທາ.

ແຊ້ມລາວລີກ

 ເຊິ່ງຈະມີການໃຊ້ 6 ສະໜາມ ແຂ່ງຂັນຄື: ສະໜາມກິລາແຫ່ງຊາດຫຼັກ 16 ສະໜາມໃນ, ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະໜາມກິລາແຂວງຈຳປາສັກ, ສະໜາມກິລາແຂວງຫຼວງພະບາງ ແລະ ສະໜາມກິລາແຂວງຫຼວງນ້ຳທາ.

ສ່ວນຮູບແບບການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນໝົດຈຳນວນ 2  ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ  18 ກຸມພາ  ຫາ ສິງຫາ 2023 ຈຳນວນນັດແຂ່ງຂັນທັງໝົດ 56 ນັດ.

ແຊ້ມລາວລີກ

ສຳລັບແຟນໆບານ ທີ່ຕ້ອງການຮັບຊົມ ແລະ ຊ່ວຍເຊຍທີມທີ່ຕົນເອງມັກ ແມ່ນສາມາດເຂົ້າຊົມທີ່ສະໜາມຕ່າງໆໄດ້ເລີຍໂດຍບໍ່ເສຍຄ່າ ແລະ ສາມາດຮັບຊົມ ການຖ່າຍທອດສົດໄດ້ທີ່ ເຟສບຸກ “Lao League 1 ລາວລີກ 1’”  ແລະ YouTube “LAOFF TV ສະຫະພັນບານເຕະແຫ່ງຊາດລາວ”.

ຂອບໃຈຂໍ້ມູນຈາກ: https://bit.ly/3YGTWyG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/