ທ່ານ ບຸນມີ ວັນມະນີ ທູດລາວ ເຂົ້າຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ


ໃນວັນທີ 15 ກຸມພາ 2023 ທີ່ຜ່ານມາ ທີ່ ທໍານຽບປະທານາທິບໍດີ, ນະຄອນຫຼວງ ນິວເດລີ, ສາທາລະນະລັດ ອິນເດຍ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ດຣໍປາດີ ມູມູ (Doupadi Murmu), ປະທານາທິບໍດີແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.

ພິທີຍື່ນສານຕາຕັ້ງ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ສົມກຽດ, ໃນໂອກາດດັ່ງກ່າວ, ທ່ານທູດ ບຸນມີ ວັນມະນີ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ຖືກແຕ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ທ່ານຈະເຮັດສຸດຄວາມສາມາດໃນການເພີ່ມທະວີ, ສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ດີມາແຕ່ດົນນານ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານທູດ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄໍາອວຍ ພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ພະນະທ່ານປະທານາທິບໍດີ ນ. ດຣໍປາດີ ມູມູ ແລະ ຜ່ານພະນະທ່ານໄປຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທຸກຖ້ວນໜ້າ.

ທ່ານ ບຸນມີ ວັນມະນີ

ພ້ອມນີ້, ທ່ານທູດ ບຸນມີ ວັນມະນີ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນອິນເດຍ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຂົງເຂດການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ອື່ນໆ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອໃນຊຸມປີຕໍ່ໜ້າ. ທ່ານ ເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ພະນະທ່ານ ປະທານາທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນອິນເດຍທຸກຖ້ວນໜ້າ.

ທ່ານ ບຸນມີ ວັນມະນີ

ໃນຂະນະດຽວກັນ, ພະນະທ່ານ ນ. ດຣໍປາດີ ມູມູ, ປະທານາທິບໍດີ ອິນເດຍ ໄດ້ສະແດງຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທູດລາວຄົນໃໝ່ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສ. ອິນເດຍ, ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະເປັນຂົວຕໍ່ທີ່ດີເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ໃນອະນາຄົດ, ສະແດງຄວາມຂອບໃຈມາຍັງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນອິນເດຍ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງຢືນຢັນວ່າ ອິນເດຍ ຈະສືບຕໍ່ໃຫ້ການສະໜັບສະໜັນຊ່ວຍເຫຼືອ ແລະ ຮ່ວມມືກັບ ສປປ ລາວ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນໂອກາດດຽວກັນນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກຖ້ວນໜ້າ, ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ການທູດຢູ່ ສ. ອິນເດຍ ໃນຄັ້ງນີ້.

ທ່ານ ບຸນມີ ວັນມະນີ

ສປປ ລາວ ແລະ ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 2 ກຸມພາ 1956; ທັງສອງປະເທດມີສະຖານທູດຂອງຕົນຕັ້ງຢູ່ ນະຄອນຫຼວງ ຂອງກັນ ແລະ ກັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3YFAUIY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/