ຮູ້ຫຼືບໍ່? ນັກສະແດງ Park Seo-Joon ກັບນັກເຕະ Son Heung-min ເປັນໝູ່ສະໜິດກັນ

ຮູ້ຫຼືບໍ່-ນັກສະແດງ-park-seo-joon

ສຳລັບແຟນບານ ແລະ ແຟນຊີຣີ້ ຄົງຈະດີໃຈບໍ່ໜ້ອຍ ເມື່ອສອງໜຸ່ມນັກເຕະຊື່ດັງ ແລະ ນັກສະແດງຊື່ດັງ ເປັນໝູ່ສະໜິດກັນ. Park Seo-joon ເປັນນັກສະແດງເກົາຫຼີໃຕ້ ທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນ ມີຫຼາຍເລື່ອງທີ່ມ່ວນຕິດຕາ ແລະ ຕິດໃຈ ໄປພ້ອມໆກັນ. ສ່ວນ Son Heung-min ກໍເປັນນັກເຕະຂອງສະໂມສອນ Tottenham Hotspur ລະດັບການເຕະກໍບໍ່ທຳມະດາ.

ຄວາມສຳພັນທັງສອງ ຖືໄດ້ວ່າມີຄວາມສຳພັນທີ່ດີ ເປັນເພື່ອນມິດທີ່ແຕກຕ່າງທາງອາຊີບ ແຕ່ກໍສະໜັບສະໜູນກັນຢູ່ສະເໝີ, ມີບາງຄັ້ງທີ່ Son ມີແຂ່ງ Seo-joon ກໍເຄີຍໄປຊົມໄປເຊຍຕິດຂອບສະໜາມມາແລ້ວ. ນອກຈາກນີ້ ກໍຍັງມີລາຍການທີ່ເຄີຍຮ່ວມນຳກັນອີກດ້ວຍ.

ຮູ້ຫຼືບໍ່-ນັກສະແດງ-park-seo-joon

Park Seo-joon ເປັນໜຶ່ງໃນພະເອກເກົາຫຼີຄົນໜຶ່ງທີ່ໄດ້ຮັບຄວາມນິຍົມ ທັງຢູ່ໃນເກົາຫຼີ ແລະ ຕ່າງປະເທດ ມີຜົນງານການສະແດງໃຫ້ຊົມເປັນຈຳນວນຫຼາຍ ຕົວລະຄອນຊີຣີ້ທີ່ໂດ່ງດັງຫຼາຍກໍຄື “ພັກແຊຣອຍ” ໃນເລື່ອງ Itaewon Class ແລະ ກໍມີເລື່ອງແນວໂຣແມນຕິກ “ເລຂາຄິມ” ຊື່ທີ່ຄຸ້ນຫູ ໃຜໄດ້ຍິນກໍຮູ້ວ່າແມ່ນເລື່ອງທີ່ Seo-joon ສະແດງ ເປັນເລື່ອງມ່ວນ, ຕະຫຼົກ ແລະ ໂຣແມນຕິກ ເຊິ່ງໄດ້ຮັບຄວາມນິຍົມຫຼາຍພໍສົມຄວນ ແລະ ມີອີກຫຼາຍໆເລື່ອງ. Park Seo-joon ເປັນນັກສະແດງທີ່ຫຼາຍຄົນເບິ່ງວ່າ ເປັນນັກສະແດງທີ່ມີຄວາມສາມາດສະແດງໄດ້ດີເຖິງອາລົມ ໂດຍສະເພາະແນວຕະຫຼົກ ເພາະໃນຊີວິດຈິງແລ້ວ ຜູ້ຊາຍຄົນນີ້ຈະອອກແນວຕະຫຼົກເຮຮາ ສາມາດເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກນຳໄດ້ຕະຫຼອດເວລາ.

ຮູ້ຫຼືບໍ່-ນັກສະແດງ-park-seo-joon

ສ່ວນ Son Heung-min ກໍເປັນນັກເຕະທີ່ໂດ່ງດັງຂອງຊາວເອເຊຍ ເຊິ່ງຜ່ານມາໄດ້ພັດທະນາຄວາມສາມາດຢູ່ຕະຫຼອດ. ປີ 2010 ກໍສ້າງປະຫວັດສາດເປັນນັກເຕະອາຍຸນ້ອຍທີ່ສຸດຂອງ ສະໂມສອນຮຳບູ (Hamburger SV) ຍິງປະຕູໃຫ້ບຸນເດສລີກາໄດ້ດ້ວຍອາຍຸ 18 ປີ. ລະດູ 2012-2013 ກໍຄອງຕໍາແໜ່ງດາວຊັນໂວປະຈໍາທີມ ຫຼັງຈາກຍິງໄປໄດ້ 12 ປະຕູ ແລະ ມີຄ່າຕົວແພງທີ່ສຸດຂອງສະໂມສອນໃນເວລານັ້ນ.

ຮູ້ຫຼືບໍ່-ນັກສະແດງ-park-seo-joon

ດ້ານຜົນງານທີມຊາດ ແລະ ໃນລີກ ກໍບໍ່ທຳມະດາ ຍັງຄົງເປັນນັກເຕະທີ່ມີການພັດທະນາ, ມີຄວາມສາມາດການເຕະທີ່ໂດດເດັ່ນຢູ່ສະເໝີ ຍິງໄດ້ຫຼາຍປະຕູດ້ວຍກັນ ບໍ່ວ່າຈະເປັນບານໂລກຢູ່ບຣາຊິວ, ບານໂລກຢູ່ ຣັດເຊຍ ກໍໄດ້ສ້າງຕຳນານຢູ່ເປັນປະຈຳ ເພາະສາມາດຍິງປະຕູໃຫ້ກັບທີມໄດ້ຢ່າງສວຍງາມ. ນອກຈາກນີ້ ກໍຍັງຫຼິ້ນໃຫ້ກັບໂອລິມປິກອີກດ້ວຍ ສາມາດຊ່ວຍໃຫ້ເກົາຫຼີຄວ້າແຊ້ມກຸ່ມໄດ້.

ຮູ້ຫຼືບໍ່-ນັກສະແດງ-park-seo-joon

ຜົນງານ: ຮອງແຊ້ມຢູຟ່າ ແຊ້ມປຽນລີກ ລະດູການ 2018-2019, ຜູ້ຫຼິ້ນດີເດັ່ນປະຈຳສະໂມສອນ ລະດູການ 2019-2020, ຜູ້ຫຼິ້ນດີເດັ່ນພຣີເມຍລີກ ປະຈໍາເດືອນກັນຍາ 2016 ເດືອນເມສາ 2017 ແລະ ເດືອນຕຸລາ 2020, ປະຕູດີເດັ່ນຂອງພຣີເມຍລີກ ລະດູການ 2019-2020 ແລະ ຕິດທີມດີເດັ່ນພຣີເມຍລີກຂອງພີເອຟເອ 2020-2021.

ຮູ້ຫຼືບໍ່-ນັກສະແດງ-park-seo-joon

ຂອບໃຈຂໍ້ມູນຈາກ: https://cutt.ly/C1CLErC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/