ບໍ່ແມ່ນພະຍານາກ! ຮູ້ຈັກກັບງູແຮດ “Rhinoceros ratsnake” ງູທີ່ມີນໍຄ້າຍຄືກັບແຮດ ມີຖິ່ນອາໄສຢູ່ໃນປ່າຝົນເຂດເຄິ່ງຮ້ອນ

ບໍ່ແມ່ນພະຍານາກ-ຮູ້ຈັກກັບງູແຮດ

ຫຼາຍໆຄົນທີ່ເຫັນງູຊະນິດນີ້ ທຳອິດອາດຈະຈິນຕະນາການໄປຕ່າງໆນານາວ່າມັນເປັນ “ພະຍານາກ” ຫຼື “ງູສັກສິດ” ແລ້ວກໍຮີບພາກັນເອົາດອກໄມ້ທູບທຽນມາບູຊາ ເພື່ອສະແດງຄວາມເຄົາລົບນັບຖືແລະຂໍໂຊກຂໍພອນນຳງູ ແຕ່ຮູ້ບໍ່ວ່າແທ້ຈິງແລ້ວງູຊະນິດນີ້ມີຊື່ວ່າ ງູ Rhinoceros ratsnake (ຊື່ວິທະຍາສາດ Gonyosoma boulengeri) ຫຼືເອີ້ນວ່າງູແຮດ ຫຼືງູດັງຍາວຫວຽດນາມ (Vietnamese longnose snake).

ບໍ່ແມ່ນພະຍານາກ-ຮູ້ຈັກກັບງູແຮດ

ໂດຍງູຊະນິດນີ້ເປັນງູບໍ່ມີພິດສະປີຊີໜຶ່ງໃນວົງ Colubridae ແລະສາມາດພົບພວກມັນໄດ້ຕັ້ງແຕ່ທາງຕອນເໜືອຂອງປະເທດຫວຽດນາມ ໄປຈົນເຖິງຕອນໃຕ້ຂອງປະເທດຈີນ ໂດຍລັກສະນະເດັ່ນຂອງມັນແມ່ນ ມັນມີສ່ວນທີ່ຍາວອອກມາທາງໜ້າຂອງດັງມັນ ແລະ ມີເກັດຫຸ້ມອ້ອມສ່ວນນັ້ນຢູ່. ດັ່ງນັ້ນມັນຈຶ່ງຖືກເອີ້ນຊື່ວ່າ ງູແຮດ ຕາມລັກສະນະຂອງນໍແຮດ.

ບໍ່ແມ່ນພະຍານາກ-ຮູ້ຈັກກັບງູແຮດ

ທັງນີ້ ໂຕທີ່ໃຫຍ່ເຕັມໄວຂອງງູແຮດແມ່ນມີຄວາມຍາວຕັ້ງແຕ່ນໍຈົນຮອດປາຍຫາງສະເລ່ຍຢູ່ທີ່ 100-160 ຊັງຕີແມັດ ແລະຖ້າເຮົານັບຈໍານວນເກັດທີ່ດ້ານຫຼັງສ່ວນກາງລໍາຕົວຂອງມັນຈະນັບໄດ້ 19 ແຖວ ງູແຮດນັ້ນມີຖິ່ນອາໄສຢູ່ໃນປ່າຝົນເຂດເຄິ່ງຮ້ອນທີ່ມີລະດັບຄວາມສູງ 300 ເຖິງ 1.100 ແມັດ ແລະ ພື້ນທີ່ປ່າດັ່ງກ່າວມັກຈະເປັນພູທີ່ມີແມ່ນ້ຳ. ປົກກະຕິມັນຈະຢູ່ເທິງຕົ້ນໄມ້ ແລະສ່ວນໃຫຍ່ແມ່ນອອກຫາກິນໃນເວລາກາງຄືນ ເຊິ່ງອາຫານຂອງມັນຈະເປັນໜູໂຕນ້ອຍໆ, ນົກ ແລະສັດມີກະດູກສັນຫຼັງອື່ນໆ.

ບໍ່ແມ່ນພະຍານາກ-ຮູ້ຈັກກັບງູແຮດ

ງູແຮດແມ່ນຈະອອກລູກເປັນໄຂ່ ແລະມີລະດູປະສົມພັນລະຫວ່າງເດືອນເມສາໄປຈົນເດືອນພຶດສະພາ ໂດຍມັນຈະອອກໄຂ່ 5-10 ໜ່ວຍຕໍ່ໜຶ່ງຄັ້ງ ແລະຫຼັງຈາກ 60 ມື້ລູກງູກໍຈະອອກຈາກໄຂ່ໂດຍມີຄວາມຍາວ 30-35 ຊັງຕີແມັດ ມີສີເທົາອົມນ້ຳຕານ ແລະຂອບສີເຂັ້ມຢູ່ເທິງເກັດດ້ານຫຼັງບາງສ່ວນ ເມື່ອຜ່ານໄປ 12-14 ເດືອນ ງູແຮດຈະປ່ຽນເປັນສີເທົາ ແລະສ່ວນຫຼາຍຈະປ່ຽນເປັນສີຂຽວຫຼືຂຽວອົມຟ້າເມື່ອເປັນໂຕໃຫຍ່ເຕັມໄວອາຍຸ 24 ເດືອນ.

ບໍ່ແມ່ນພະຍານາກ-ຮູ້ຈັກກັບງູແຮດ

ແລະຈາກການສຶກສາຂອງນັກວິໄຈຈາກມະຫາວິທະຍາໄລ Bangor University ໃນສະຫະລາຊະອານາຈັກ ໄດ້ສະເໜີທິດສະດີອອກມາວ່າ ສ່ວນທີ່ເດ່ອອກມາຈາກດັງຂອງງູນັ້ນມີໄວ້ສຳລັບການປະສົມພັນ ໂດຍງູຕົວຜູ້ຈະໃຊ້ສ່ວນນີ້ສູ້ກັບງູຕົວຜູ້ທີ່ເປັນຄູ່ແຂ່ງເພື່ອຍາດເອົາຕົວເມຍ ແຕ່ຈາກການສຶກສາອື່ນໆແມ່ນບໍ່ພົບເຖິງຄວາມສຳພັນລະຫວ່າງການໃຊ້ສ່ວນທີ່ເດ່ອອກມາຈາກດັງນີ້ ກັບການສະແດງອອກໃນເວລາທີ່ພວກມັນສືບພັນ ເຮັດໃຫ້ຕອນນີ້ຍັງຄົງເປັນປິດສະໜາຢູ່ວ່າສ່ວນທີ່ເດ່ອອກມາຂອງງູແຮດນັ້ນມັນມີໄວ້ເພື່ອເຮັດຫຍັງແທ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/