ຮອງປະທານສະພາຢູໂຣບ ແລະ ພັກພວກອີກ 3 ຄົນ ຖືກຈັບໃນຂໍ້ຫາຮັບສິນບົນຈາກປະເທດກາຕ້າ

ຮອງປະທານສະພາຢູໂຣບ

ເມື່ອວັນທີ 11 ທັນວາ 2022 BBC ໄດ້ລາຍງານວ່າ ຜູ້ພິພາກສາຂອງປະເທດເບລຢຽມ ໄດ້ຕັ້ງຂໍ້ຫາກັບ 4 ຜູ້ຕ້ອງສົງໄສທີ່ກ່ຽວຂ້ອງກັບຄະດີການຮັບສິນບົນຈາກຊາດອ່າວອາຣັບ ພ້ອມນັ້ນຜູ້ຕ້ອງສົງໄສຍັງມີຂໍ້ຫາຮ່ວມໃນອົງກອນອາຊະຍາກຳ, ຟອກເງິນ ແລະ ຄໍຣັບຊັ່ນ. ທັງນີ້ຜູ້ພິພາກສາລະບຸວ່າຊາດອ່າວອາຣັບທີ່ມີຄວາມກ່ຽວພັນກັບການໃຫ້ສິນບົນນັ້ນແມ່ນປະເທດ “ກາຕາ”.

ຮອງປະທານສະພາຢູໂຣບ

ຕາມການເປີດເຜີຍຂອງສຳນັກໄອຍະການກາງເບລຢຽມ ໄດ້ລະບຸວ່າທາງເຈົ້າໜ້າທີ່ຕຳຫຼວດໄດ້ຢຶດເງິນປະມານ 600.000 ຢູໂຣໄດ້ລະຫວ່າງການປະຕິບັດການກວດຄົ້ນ 16 ຈຸດໃນນະຄອນບຣັສເຊລເມື່ອວັນສຸກທີ 9 ທັນວາ ທີ່ຜ່ານມາ ພ້ອມນັ້ນຍັງສາມາດຢຶດຄອມພິວເຕີ ແລະ ໂທລະສັບມືຖືໄດ້ຫຼາຍໜ່ວຍ ເພື່ອກວດສອບເນື້ອຫາພາຍໃນ. ຈາກນັ້ນເຈົ້າໜ້າທີ່ກໍໄດ້ເຮັດການຈັບກຸມຕົວຜູ້ຕ້ອງສົງໄສ 6 ຄົນ ກ່ອນທີ່ໃນເວລາຕໍ່ມາ 2 ຜູ້ຕ້ອງສົງໄສໃນນັ້ນຈະຖືກປ່ອຍຕົວອອກມາ.

ຮອງປະທານສະພາຢູໂຣບ

ທັງນີ້ ໜຶ່ງໃນຜູ້ທີ່ຖືກຈັບກຸມຕົວແລະຖືກຕັ້ງຂໍ້ຫາແມ່ນ ນາງ ອີວາ ໄຄລີ ຮອງປະທານສະພາຢູໂຣບ ແລະສະມາຊິກຫົວສັງຄົມນິຍົມຈາກປະເທດກຣີຊ ໂດຍຫຼັງຈາກເກີດເລື່ອງ ນາງ ອີວາ ແມ່ນຖືກພັກຈາກການປະຕິບັດໜ້າທີ່ໃນກຸ່ມພັນທະມິດແລະປະຊາທິປະໄຕກ້າວໜ້າ (S&D) ໃນລັດຖະສະພາຢູໂຣບ ແລະຖືກຂັບອອກຈາກພັກ ປາຊອກ ສາຍກາງຊ້າຍໃນປະເທດກຣີຊອີກພ້ອມ.

ໄອຍະການເບລຢຽມລະບຸອີກວ່າ ເຈົ້າໜ້າທີ່ສືບສວນສົງໄສວ່າປະເທດໃນອ່າວອາຣັບໜຶ່ງຊາດພະຍາຍາມໃຊ້ເງິນຫຼືຂອງຂວັນ ເພື່ອເຂົ້າມາມີອິດທິພົນໃນການຕັດສິນທັງການເມືອງ ແລະ ທາງເສດຖະກິດຂອງລັດຖະສະພາຢູໂຣບມາດົນນານຫຼາຍເດືອນແລ້ວ.

ຮອງປະທານສະພາຢູໂຣບ

ໃນສ່ວນຂອງສື່ທ້ອງຖິ່ນເບລຢຽມລະບຸວ່າ ປະເທດຕ້ອງສົງໄສດັ່ງກ່າວຄື ກາຕ້າ ແຕ່ຢ່າງໃດກໍຕາມທາງດ້ານໂຄສົກລັດຖະບານກາຕ້າກໍໄດ້ອອກມາປະຕິເສດຂໍ້ກ່າວຫາຜ່ານສື່ໂດຍລະບຸວ່າ ເຮົາບໍ່ຮູ້ລາຍລະອຽດໃດໆ ກ່ຽວກັບການສືບສວນ, ຄໍາກ່າວອ້າງໃດໆ ຫຼື ເລື່ອງການກະທຳຜິດກ່ຽວກັບການປະພຶດໃນທາງທີ່ຜິດຂອງລັດກາຕ້າ ແມ່ນທຸກຝ່າຍໄດ້ຮັບຂໍ້ມູນທີ່ຜິດພາດຢ່າງຮ້າຍແຮງ ເພາະກາຕ້ານັ້ນເປັນປະເທດທີ່ບໍລິຫານໂດຍເຮັດຕາມຂໍ້ບັງຄັບແລະກົດໝາຍລະຫວ່າງປະເທດຢ່າງເຕັມທີ່.

ຮອງປະທານສະພາຢູໂຣບ

ສຳລັບ ນາງ ອີວາ ໄຄລີ ນັ້ນມີໜ້າທີ່ຮັບຜິດຊອບໃນຖານະຮອງປະທານລັດຖະສະພາຢູໂຣບໃນຫຼາຍພາກພື້ນ ລວມເຖິງໃນຕາເວັນອອກກາງ ແລະ ເມື່ອເດືອນກ່ອນ ນາງ ອີວາ ກໍເຄີຍອອກມາກ່າວປົກປ້ອງກາຕ້າຈາກການທີ່ຖືກກ່າວຫາວ່າ ລະເມີດສິດທິມະນຸດລະຫວ່າງການກວດສອບພ້ອມຈັດການແຂ່ງຂັນບານໂລກ ເຊິ່ງເປັນສາເຫດເຮັດໃຫ້ແຮງງານເສຍຊີວິດຫຼາຍຮ້ອຍຄົນໃນໂປຣເຈັກສ້າງສະໜາມກິລາ ແລະອື່ນໆ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/