ລອງນຶກພາບເບິ່ງເດີ້… ທ່ານຍ່າງເຂົ້າໄປໃນສຳນັກໝໍດູແຫ່ງໜຶ່ງ ທີ່ອົບອວນໄປດ້ວຍກິ່ນທູບແລະແສງໄຟສະຫຼົວໆ ສ້າງບັນຍາກາດໃຫ້ຮູ້ສຶກເຖິງພະລັງງານບາງຢ່າງທີ່ລຶກລັບ.
ໝໍດູຈັບມືທ່ານຂຶ້ນມາເບິ່ງ ແລ້ວຫຼັບຕາເຮັດໜ້າເຄັ່ງຂຶມກ່ອນຈະປ່ອຍປະໂຫຍກເດັດອອກມາວ່າ: “ລູກເອີຍ… ເບິ່ງຈາກເສັ້ນລາຍມືແລ້ວ ລູກເປັນຄົນທີ່ມັກຊ່ວຍເຫຼືອຄົນອື່ນເດີ້ ແຕ່ເຮັດຄຸນກັບຄົນບໍ່ຂຶ້ນເລີຍ ຊ່ວຍເຂົາແລ້ວເຂົາກໍມອງຂ້າມ. ອີກຢ່າງໜຶ່ງ ລູກເປັນຄົນເບິ່ງຄືເຂັ້ມແຂງຢູ່ພາຍນອກ ແຕ່ເລິກໆແລ້ວແອບອ່ອນໄຫວແລະຕ້ອງການຄົນເຂົ້າໃຈແມ່ນບໍ່?”
ພໍໄດ້ຍິນແນວນັ້ນ ທ່ານກໍອາດຈະຕາລຸກວາວ ຂົນຄີງລຸກພ້ອມກັບຮ້ອງໃນໃຈວ່າ “ປ໊າດໂທ້! ຄືມາຮູ້ດີແທ້ ຄືຈັ່ງມາລີ້ຢູ່ກ້ອງຕຽງນອນເຮົານີ້ລະ!” ຈົນຟ້າວຈົກເງິນໃສ່ພານຄາຍແຖບບໍ່ທັນ. ແຕ່ຊ້າກ່ອນ!
ກ່ອນທີ່ທ່ານຈະມອບກາຍຖວາຍຊີວິດໃຫ້ກັບຄຳທຳນາຍນັ້ນ ຂໍບອກໃຫ້ຮູ້ກ່ອນວ່າ ໝໍດູອາດຈະບໍ່ໄດ້ມີຕາທິບ ຫຼື ລ່ວງຮູ້ອະດີດຕະຊາດຂອງທ່ານແຕ່ຢ່າງໃດ ພຽງແຕ່ເພິ່ນກຳລັງໃຊ້ຫຼັກການທາງຈິດຕະວິທະຍາທີ່ແນບນຽນທີ່ສຸດທີ່ເອີ້ນວ່າ “Barnum Effect” ເຊິ່ງກຳລັງເຮັດວຽກກັບສະໝອງຂອງທ່ານຢູ່ນັ້ນເອງ.
ປາກົດການ Barnum Effect ຫຼື ທີ່ນັກວິຊາການທາງດ້ານຈິດຕະວິທະຍາເອີ້ນວ່າ Forer Effect ແມ່ນຄວາມລຳອຽງທາງສະຕິປັນຍາ ປະເພດໜຶ່ງ ທີ່ເຮັດໃຫ້ມະນຸດເຮົາມີທ່າອ່ຽງທີ່ຈະເຊື່ອ ແລະ ຍອມຮັບເອົາຄຳອະທິບາຍກ່ຽວກັບບຸກຄະລິກກະພາບຂອງຕົນເອງວ່າເປັນຄວາມຈິງທີ່ຊັດເຈນທີ່ສຸດ, ທັງໆທີ່ໃນຄວາມເປັນຈິງແລ້ວ ຄຳອະທິບາຍເຫຼົ່ານັ້ນລ້ວນແຕ່ເປັນພຽງປະໂຫຍກກວ້າງໆ ທີ່ສາມາດນຳໄປໃຊ້ໄດ້ກັບທຸກຄົນເທິງໂລກໃບນີ້. ປຽບເໝືອນກັບການທີ່ເຮົາໄປຊື້ເສື້ອຍືດແບບ Free Size ທີ່ຫຍິບມາແບບຫຼວມໆ ເພື່ອໃຫ້ທຸກຄົນໃສ່ໄດ້ ແຕ່ພໍເຮົາເອົາມາໃສ່ ເຮົາພັດຈິນຕະນາການໄປເອງວ່າ ຊ່າງຕັດເສື້ອຄົນນີ້ຕ້ອງວັດແທກຕົວເຮົາໄປຕັດໃຫ້ໂດຍສະເພາະແນ່ນອນ.
ເພື່ອເປັນການຢັ້ງຢືນເຖິງຄວາມມະຫັດສະຈັນຂອງປາກົດການນີ້ດ້ວຍຫຼັກຖານທີ່ຈັບຕ້ອງໄດ້, ຕ້ອງຢ້ອນກັບໄປໃນປີ ຄ.ສ 1948 ເມື່ອນັກຈິດຕະວິທະຍາຊື່ດັງ Bertram R. Forer ໄດ້ທຳການທົດລອງອັນລືລັ່ນ ໂດຍການໃຫ້ນັກສຶກສາຈຳນວນ 39 ຄົນ ເຮັດແບບທົດສອບບຸກຄະລິກກະພາບ. ຫຼັງຈາກນັ້ນ, ລາວໄດ້ແຈກຢາຍຜົນການທົດສອບໃຫ້ແຕ່ລະຄົນ ໂດຍອ້າງວ່າເປັນຜົນການວິເຄາະສະເພາະບຸກຄົນ ແຕ່ຄວາມຈິງແລ້ວ ລາວໄດ້ກັອບປີ້ເອົາຂໍ້ຄວາມດຽວກັນໝົດທີ່ຕັດແປະມາຈາກປຶ້ມໂຫລາສາດ ມາແຈກໃຫ້ທຸກຄົນ ເຊິ່ງຂໍ້ຄວາມນັ້ນກໍມີລັກສະນະດຽວກັນກັບຄຳເວົ້າຂອງໝໍດູທີ່ຍົກຕົວຢ່າງໄປຂ້າງຕົ້ນ.
ຫຼັງຈາກນັ້ນ ລາວໄດ້ໃຫ້ນັກສຶກສາໃຫ້ຄະແນນຄວາມແມ່ນຍຳຂອງຜົນທົດສອບ ຈາກລະດັບ 0 (ບໍ່ກົງເລີຍ) ຫາ 5 (ກົງທີ່ສຸດ). ຜົນປາກົດອອກມາໜ້າຕື່ນຕະລຶງຫຼາຍ ເມື່ອຄະແນນສະເລ່ຍທີ່ນັກສຶກສາໃຫ້ແມ່ນສູງເຖິງ 4.26 ຫຼື ຄິດເປັນຄວາມແມ່ນຍຳປະມານ 85.2% ເຊິ່ງເປັນຕົວເລກທີ່ສູງຫຼາຍ ແລະ ເປັນຂໍ້ພິສູດທາງວິທະຍາສາດທີ່ຊັດເຈນວ່າ ຄົນເຮົາມັກຈະຕີຄວາມໝາຍຂອງຄຳເວົ້າກວ້າງໆ ໃຫ້ເຂົ້າກັບສະຖານະການຂອງຕົນເອງສະເໝີ
ສາເຫດທີ່ເຮັດໃຫ້ສະໝອງຂອງເຮົາຕົກຫຼຸມພາງນີ້ຢ່າງຈັງ ແມ່ນເກີດຈາກກົນໄກການເຮັດວຽກທີ່ເອີ້ນວ່າ Subjective Validation ຫຼື ການໃຫ້ຄຸນຄ່າແລະຄວາມໝາຍຈາກມຸມມອງສ່ວນຕົວຂອງເຮົາເອງ. ເມື່ອເຮົາໄດ້ຍິນຄຳທຳນາຍທີ່ອອກແນວເປັນທາງບວກ ຫຼື ເປັນການຍົກຍ້ອງຄວາມສຳຄັນຂອງຕົວເຮົາ, ສະໝອງຈະເກີດຄວາມເພິ່ງພໍໃຈ ແລະ ພະຍາຍາມຄົ້ນຫາເຫດການໃນອະດີດມາສະໜັບສະໜູນຄຳເວົ້ານັ້ນໂດຍອັດຕະໂນມັດ.
ມັນຄືກັບການທີ່ເຮົາໃສ່ແວ່ນຕາສີບົວແລ້ວແນມເບິ່ງໂລກ ເຮົາກໍຈະເຫັນທຸກຢ່າງເປັນສີບົວໄປໝົດ. ໝໍດູມືອາຊີບຈະຮູ້ຈັກວິທີການໃຊ້ພາສາທີ່ຄຸມເຄືອ ແຕ່ແຝງໄປດ້ວຍຄວາມເຂົ້າໃຈອົກເຂົ້າໃຈໃຈ ເຊັ່ນການໃຊ້ປະໂຫຍກທີ່ຄວບຄຸມທຸກຄວາມເປັນໄປໄດ້ ເຊັ່ນ: “ທ່ານເປັນຄົນມັກສັງຄົມ ແຕ່ບາງຄັ້ງກໍຕ້ອງການຄວາມສະຫງົບສ່ວນຕົວ”. ປະໂຫຍກແບບນີ້ ເວົ້າໄປແນວໃດກໍບໍ່ມີທາງຜິດ ເພາະມັນຄອບຄຸມທຳມະຊາດຂອງມະນຸດທຸກຄົນຢູ່ແລ້ວ.
ນອກຈາກນີ້, ສະຖານະການທີ່ພາໄປ ກໍມີສ່ວນສຳຄັນທີ່ເຮັດໃຫ້ Barnum Effect ເຮັດວຽກໄດ້ດີຂຶ້ນ. ເມື່ອເຮົາຈ່າຍເງິນເຂົ້າໄປຫາໝໍດູ ເຮົາມີຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງລ່ວງໜ້າໄປແລ້ວວ່າຈະໄດ້ຮັບຄຳຕອບສຳລັບບັນຫາຊີວິດ ດັ່ງນັ້ນ ກຳແພງປ້ອງກັນທາງດ້ານເຫດຜົນຂອງເຮົາຈຶ່ງຫຼຸດຕໍ່າລົງ ເຮັດໃຫ້ເຮົາພ້ອມທີ່ຈະເຊື່ອມໂຍງທຸກຄຳເວົ້າຂອງໝໍດູ ໃຫ້ກາຍເປັນເລື່ອງລາວຊີວິດຂອງເຮົາເອງຢ່າງບໍ່ຮູ້ຕົວ.
ສະຫຼຸບແລ້ວ, ການທີ່ໝໍດູສາມາດທັກຈຸດຕ່າງໆ ໃນຊີວິດເຮົາໄດ້ຢ່າງແທງໃຈດຳນັ້ນ ບໍ່ແມ່ນຍ້ອນເວດມົນຄາຖາ ຫຼື ພະລັງງານລຶກລັບໃດໆ ແຕ່ມັນຄືສິລະປະໃນການນຳໃຊ້ຈິດຕະວິທະຍາບວກກັບທຳມະຊາດຂອງມະນຸດທີ່ຕ້ອງການຄວາມສົນໃຈ ແລະ ການຍອມຮັບ.
ການເບິ່ງດວງບໍ່ແມ່ນເລື່ອງທີ່ຜິດ ເພາະໃນບາງຄັ້ງມັນກໍເຮັດໜ້າທີ່ຄືກັບເຄື່ອງຊ່ວຍປອບປະໂລມຈິດໃຈ ໃນຍາມທີ່ເຮົາອ່ອນແອ ຫຼື ຕ້ອງການບ່ອນເພິ່ງພາ. ແຕ່ສິ່ງສຳຄັນທີ່ສຸດຄື ການມີສະຕິ ແລະ ຮູ້ເທົ່າທັນກົນໄກຂອງສະໝອງຕົນເອງ ເພື່ອບໍ່ໃຫ້ເຮົາຫຼົງງົມງວາຍຈົນປ່ອຍໃຫ້ປະໂຫຍກກວ້າງໆ ມາກຳນົດເສັ້ນທາງຊີວິດ ແລະ ການຕັດສິນໃຈທີ່ສຳຄັນຂອງເຮົາ.
ເພາະໃນທ້າຍທີ່ສຸດແລ້ວ ຜູ້ທີ່ກຳນົດຊະຕາກຳຊີວິດຢ່າງແທ້ຈິງ ກໍຄືຕົວເຮົາເອງທີ່ກຳລັງຢືນຢູ່ເທິງພື້ນຖານຂອງການລົງມືເຮັດໃນໂລກແຫ່ງຄວາມເປັນຈິງ ບໍ່ແມ່ນຄຳທຳນາຍຈາກໃບເຊຍຊີ ຫຼື ເສັ້ນລາຍມືໃດໆ.
ຂໍ້ມູນ: The fallacy of personal validation: A classroom demonstration of gullibility


