ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສໃນເວທີລະດັບພາກພື້ນ ໂດຍປຸກລະດົມໃຫ້ອາຊຽນເລັ່ງຮັດຄວາມສາມັກຄີ, ເຊື່ອມໂຍງພາກພື້ນ ແລະ ນຳໃຊ້ປັນຍາປະດິດ (AI) ຢ່າງຊານສະຫຼາດ ເພື່ອຮັບມືກັບສິ່ງທ້າທາຍໃໝ່ ແນໃສ່ຮັບປະກັນການພັດທະນາທີ່ຍືນຍົງ ແລະ ສ້າງອະນາຄົດທີ່ເຂັ້ມແຂງໃຫ້ແກ່ປະຊາຊົນ.
ເມື່ອບໍ່ດົນມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ທີ່ຮ່າໂນ້ຍ, ສສ ຫວຽດນາມ ເພື່ອຮ່ວມກຳນົດວິໄສທັດປະຊາຄົມອາຊຽນ 2045 ພາຍໃຕ້ຄໍາຂວັນ “ການສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນເປັນແກນກາງ”.
ກອງປະຊຸມລະດັບພາກພື້ນທີ່ຈັດຂຶ້ນລະຫວ່າງວັນທີ 9-10 ມິຖຸນາ 2026 ນີ້ ແມ່ນຈັດຂຶ້ນຕາມການເຊື້ອເຊີນຂອງ ທ່ານ ເລ ມີງ ຮຶງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເຊິ່ງຖືເປັນເວທີສຳຄັນໃນການລະດົມແນວຄວາມຄິດ ເພື່ອຮັບມືກັບສິ່ງທ້າທາຍ ແລະ ກ່ຽວຂ້ອງກັບທິດທາງການພັດທະນາຂອງອາຊຽນ ທ່ວງທັນກັບການປ່ຽນແປງຂອງໂລກ ເປັນຕົ້ນແມ່ນການສົ່ງເສີມຄວາມສາມັກຄີ, ການແກ້ໄຂຂໍ້ຂັດແຍ່ງ, ການນຳໃຊ້ປັນຍາປະດິດ (AI) ໂດຍບໍ່ຖິ້ມໃຜໄວ້ທາງຫຼັງ ຕະຫຼອດຮອດການສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ ໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045.
ໃນພິທີເປີດກອງປະຊຸມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີລາວ ໄດ້ຮ່ວມກ່າວສະແດງທັດສະນະ ແລະ ວິໄສທັດຮ່ວມກັບຜູ້ນຳຈາກ ຫວຽດນາມ, ກຳປູເຈຍ, ໄທ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮັກສາຄວາມສາມັກຄີ ແລະ ຄວາມເປັນແກນກາງຂອງອາຊຽນ ເພື່ອເປັນກຳລັງແຮງໃນການຜ່ານຜ່າວິກິດການໂລກ ທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງ.
ພ້ອມກັນນັ້ນ ທ່ານຍັງໄດ້ສະເໜີໃຫ້ອາຊຽນເລັ່ງໝູນໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ ເຂົ້າໃນຂົງເຂດການພັດທະນາກະສິກຳອັດສະລິຍະ ເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນໄລຍະຍາວ, ຄວບຄູ່ໄປກັບການຍົກສູງການເຊື່ອມໂຍງ-ເຊື່ອມຈອດດ້ານການຄ້າ ແລະ ພະລັງງານຢ່າງຮອບດ້ານ.
ນອກຈາກວາລະກອງປະຊຸມໃຫຍ່ແລ້ວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຖືໂອກາດນີ້ເຄື່ອນໄຫວຢ້ຽມຢາມທາງການ ເພື່ອພົບປະຫາລືກັບຜູ້ນຳ ສສ ຫວຽດນາມ ໃນການຮັດແໜ້ນການຮ່ວມມືສອງຝ່າຍໃຫ້ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຍິ່ງຂຶ້ນ.
#LaoX #ASEANFutureForum2026 #ASEAN2045 #ສປປລາວ #ຫວຽດນາມ #ອາຊຽນ #ການທູດລາວ


