ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສຳນັກຂ່າວນິກເກອິ (Nikkei Inc.) ປະເທດຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມ ແລະ ຂຶ້ນກ່າວປາໄສໃນ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ (Nikkei Forum: Future of Asia) ຄັ້ງທີ 31 ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ລະຫວ່າງວັນທີ 10-11 ມິຖຸນາ 2026 ນີ້.
ກອງປະຊຸມອັນຊົງກຽດໃນປີນີ້ ຖືກຈັດຂຶ້ນພາຍໃຕ້ຫົວຂໍ້: “ການເຮັດວຽກຮ່ວມກັນ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຍິ່ງຂຶ້ນຂອງອາຊີ” (Working together for more resilient and prosperous Asia) ເພື່ອຊອກຫາທິດທາງໃນການຮັບມືກັບສິ່ງທ້າທາຍ ແລະ ສ້າງຄວາມເຂັ້ມແຂງຮ່ວມກັນໃນພາກພື້ນ.
ນອກເໜືອຈາກການຂຶ້ນເວທີເພື່ອກ່າວປາໄສແລ້ວ, ທ່ານ ສອນໄຊ ສີພັນດອນ ຍັງມີກຳນົດການທີ່ສຳຄັນ ຄືການພົບປະສອງຝ່າຍກັບ ການນໍາຂັ້ນສູງ ແລະ ຂະແໜງການກ່ຽວຂ້ອງຂອງຍີ່ປຸ່ນ ຈໍານວນໜຶ່ງ.
ພ້ອມດຽວກັນນັ້ນ, ທ່ານຍັງຈະໃຫ້ກຽດເປັນປະທານໃນ ງານພົບປະແລກປ່ຽນ ລະຫວ່າງ ວິສາຫະກິດຂອງລາວ ແລະ ຍີ່ປຸ່ນ ເພື່ອຊຸກຍູ້ການລົງທຶນ ແລະ ການຮ່ວມມືທາງດ້ານທຸລະກິດ ລະຫວ່າງສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ສຳລັບກອງປະຊຸມສາກົນ “ອະນາຄົດຂອງອາຊີ” ນັ້ນ ແມ່ນໜຶ່ງໃນເວທີປາໄສລະດັບພາກພື້ນທີ່ສຳຄັນທີ່ສຸດໃນທະວີບອາຊີ ເຊິ່ງຈັດຂຶ້ນເປັນປະຈຳທຸກປີ ໂດຍສຳນັກຂ່າວ Nikkei ທີ່ເປັນສື່ມວນຊົນຊັ້ນນຳທາງດ້ານເສດຖະກິດ-ການເງິນຂອງຍີ່ປຸ່ນ ໂດຍໄດ້ເລີ່ມຈັດຂຶ້ນຄັ້ງທຳອິດນັບຕັ້ງແຕ່ປີ 1995 ເປັນຕົ້ນມາ.
ເວທີດັ່ງກ່າວເປັນສູນລວມທີ່ສຳຄັນຂອງບັນດາຜູ້ນຳລະດັບປະເທດ, ຜູ້ບໍລິຫານລະດັບສູງຈາກພາກທຸລະກິດຂ້າມຊາດ ແລະ ນັກວິຊາການຊັ້ນນຳຈາກທົ່ວພາກພື້ນອາຊີ-ປາຊີຟິກ ທີ່ມາຮ່ວມກັນແລກປ່ຽນວິໄສທັດ, ປຶກສາຫາລືກ່ຽວກັບທິດທາງການພັດທະນາທາງດ້ານເສດຖະກິດ, ການເມືອງ ແລະ ກຳນົດບົດບາດຂອງອາຊີໃນເວທີໂລກ.
ການເດີນທາງໄປເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ ຖືວ່າມີຄວາມໝາຍຄວາມສຳຄັນທາງດ້ານຍຸດທະສາດຢ່າງຍິ່ງຕໍ່ ສປປ ລາວ ເພາະເປັນໂອກາດອັນດີເລີດໃນການຍົກລະດັບບົດບາດໃນເວທີສາກົນ ເພື່ອສະແດງວິໄສທັດ, ນະໂຍບາຍ ແລະ ເນັ້ນຢ້ຳເຖິງຄວາມພະຍາຍາມຂອງລາວ ໃນການເຊື່ອມໂຍງ-ເຊື່ອມຈອດພາກພື້ນ.
ໃນຂະນະດຽວກັນ, ການທີ່ທ່ານນາຍົກເປັນປະທານງານພົບປະວິສາຫະກິດ ລາວ-ຍີ່ປຸ່ນ ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຍີ່ປຸ່ນ ເຊິ່ງເປັນຄູ່ຮ່ວມມືຍຸດທະສາດລາຍໃຫຍ່ຂອງລາວ, ຊ່ວຍເປີດໂອກາດໃຫ້ທຸລະກິດລາວໄດ້ຈັບຄູ່ຮ່ວມມື, ດຶງດູດເອົາເຕັກໂນໂລຊີ ແລະ ທຶນຮອນໃໝ່ໆເຂົ້າມາຊຸກຍູ້ເສດຖະກິດພາຍໃນ.
ສິ່ງສຳຄັນອີກປະການໜຶ່ງ, ໂດຍສອດຄ່ອງກັບຫົວຂໍ້ກອງປະຊຸມ, ສປປ ລາວ ຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນກັບບັນດາປະເທດຊັ້ນນຳ ໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ເພື່ອຮັບມືກັບຄວາມຜັນຜວນຂອງເສດຖະກິດໂລກ ແລະ ກ້າວໄປສູ່ການພັດທະນາແບບຍືນຍົງຢ່າງແທ້ຈິງ.
#LaoX #ສອນໄຊສີພັນດອນ #ນາຍົກລັດຖະມົນຕີລາວ #ສປປລາວ #ຂ່າວພົ້ນເດັ່ນ #ລາວຍີ່ປຸ່ນ #FutureOfAsia #NikkeiForum #Laos #Japan

