ອົງການກວດສອບແຫ່ງລັດ ເລັ່ງແກ້ໄຂບັນຫາຄວາມຫຍຸ້ງຍາກ ແລະ ສະເໜີຮ່າງກົດໝາຍໃໝ່

ອົງການກວດສອບແຫ່ງລັດ

ຕອນບ່າຍວັນທີ 15 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ປະທານອົງການກວດສອບແຫ່ງລັດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບແຫ່ງລັດ ໃນໄລຍະຜ່ານມາ ປາກົດເຫັນວ່າການກໍານົດເນື້ອໃນບາງມາດຕາ ຍັງບໍ່ຄົບຖ້ວນ, ບໍ່ຮັດກຸມ, ບໍ່ຈະແຈ້ງ ເຮັດໃຫ້ການຕີຄວາມໝາຍຕໍ່ບາງເນື້ອໃນ ບໍ່ເປັນເອກະພາບກັນ ຫຼື ບໍ່ໄປໃນທິດທາງດຽວກັນ, ການກໍານົດສາຍພົວພັນ, ພາລະບົດບາດ ລະຫວ່າງອົງການກວດສອບແຫ່ງລັດ ແລະ ບາງອົງການອໍານາດລັດ ທີ່ເຄື່ອນໄຫວໃນວຽກງານທີ່ກ່ຽວພັນກັນ ໂດຍສະເພາະໃນວຽກງານແກ້ໄຂຜົນການກວດສອບຍັງບໍ່ຈະແຈ້ງ ເຮັດໃຫ້ການນໍາໄປຈັດຕັ້ງຜັນຂະຫຍາຍພົບຂໍ້ຫຍຸ້ງຍາກ ຫຼື ບໍ່ໄດ້ດີເທົ່າທີ່ຄວນ ເຊັ່ນ:

ອົງການກວດສອບແຫ່ງລັດ

1) ມາດຕາ 5 ກ່ຽວກັບຫຼັກການການເຄື່ອນໄຫວວຽກງານກວດສອບແຫ່ງລັດ ຍັງບໍ່ຄົບຖ້ວນ;

2) ມາດຕາ 6 ກ່ຽວກັບມາດຕະຖານ ການກວດສອບແຫ່ງລັດ ກຳນົດບໍ່ຈະແຈ້ງ, ບໍ່ຮັດກຸມ ເຮັດໃຫ້ການຜັນຂະຫຍາຍ ເປັນນິຕິກໍາໃຕ້ກົດໝາຍ ມີຂໍ້ຈຳກັດ;

3) ມາດຕາ 10 ກ່ຽວກັບ ຂັ້ນຕອນການເຄື່ອນໄຫວວຽກງານກວດສອບແຫ່ງລັດ ບໍ່ໄດ້ກຳນົດກ່ຽວກັບຂັ້ນຕອນການສ້າງ ແລະ ການດັດແກ້ແຜນການກວດສອບ, ໃນກໍລະນີ ມີເຫດການບໍ່ຄາດຄິດບັງເອີນເກີດຂຶ້ນກະທົບໃສ່ແຜນການເຄື່ອນໄຫວ ເຮັດໃຫ້ບໍ່ສາມາດບັນລຸຕາມຈຳນວນເປົ້າໝາຍ ທີ່ໄດ້ກໍານົດໄວ້ເບື້ອງຕົ້ນ;

4) ມາດຕາ 16 ກ່ຽວກັບການສ້າງບົດບັນທຶກຜົນການກວດສອບ ເຫັນວ່າຍັງມີຄວາມຊັກຊ້າ, ແກ່ຍາວເວລາ, ຄຸນະພາບຜົນການກວດສອບ ຍັງບໍ່ທັນຮັບປະກັນເທົ່າທີ່ຄວນ;

5) ມາດຕາ 17 ແລະ ມາດຕາ 32 ຂໍ້ 17 ກ່ຽວກັບການສ້າງ ແລະ ສົ່ງບົດສະຫຼຸບຜົນການກວດສອບ ຍັງບໍ່ກຳນົດຢ່າງຈະແຈ້ງ ກ່ຽວກັບປະເພດບົດສະຫຼຸບຜົນການກວດສອບ ເຮັດໃຫ້ການສ້າງ ແລະ ສົ່ງ ລວມທັງການຮັບຮອງເອົາບົດສະຫຼຸບຜົນການກວດສອບໃນແຕ່ລະໄລຍະ ບໍ່ເປັນເອກະພາບກັນ;

6) ມາດຕາ 19 ກ່ຽວກັບການແກ້ໄຂຜົນການກວດສອບ ໂດຍສະເພາະແມ່ນ ຂໍ້ທີ 2 ແລະ ຂໍ້ທີ 3 ຍັງກຳນົດເນື້ອໃນບໍ່ຈະແຈ້ງ ເຮັດໃຫ້ມີຄວາມເຂົ້າໃຈຄາດເຄື່ອນໃນການຈັດຕັ້ງປະຕິບັດ, ສ່ວນໃຫຍ່ເຂົ້າໃຈວ່າ ແມ່ນອົງການກວດສອບແຫ່ງລັດ ເປັນຜູ້ແກ້ໄຂຜົນການກວດສອບ ຫຼື ດໍາເນີນການຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອແກ້ໄຂຕາມກົດໝາຍ;

ອົງການກວດສອບແຫ່ງລັດ

7) ມາດຕາ 26 ກ່ຽວກັບເປົ້າໝາຍຖືກກວດສອບ ຍັງມີບາງເນື້ອໃນບໍ່ທັນຄົບຖ້ວນ, ບໍ່ຈະແຈ້ງ ເຮັດໃຫ້ບາງເປົ້າໝາຍຖືກກວດສອບ ບໍ່ຢາກໃຫ້ອົງການກວດສອບແຫ່ງລັດ ດຳເນີນການກວດສອບ, ເຮັດໃຫ້ການສ້າງແຜນການກວດສອບຈຳນວນໜຶ່ງ ບໍ່ຖືກຈຸດສຸມ;

8. ມາດຕາ 27 ກ່ຽວກັບກຳນົດເວລາກວດສອບ ກຳນົດບໍ່ຈະແຈ້ງ, ເຖິງວ່າເປົ້າໝາຍທີ່ຈະດໍາເນີນການກວດສອບ ມີທັງບ່ອນສະດວກ ແລະ ຫຍຸ້ງຍາກ ກໍກໍານົດເວລາກວດສອບແບບຕາຍຕົວ ຫຼື ແບບດຽວກັນ ໃນລະຫວ່າງ 15 ຫາ 30 ວັນ ຕໍ່ໜຶ່ງເປົ້າໝາຍ ເຊິ່ງບາງຄັ້ງກໍບໍ່ພຽງພໍ;

9) ມາດຕາ 51 ກ່ຽວກັບຜູ້ຮ່ວມງານກວດສອບ ຍັງບໍ່ທັນກວມເອົາ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈາກພາຍໃນ ແລະ ຕ່າງປະເທດ, ຜ່ານມາກຳນົດໃຫ້ຮ່ວມງານໄດ້ກັບແຕ່ ວິສາຫະກິດກວດສອບ ເຊິ່ງດໍາເນີນການກວດສອບແຕ່ເອກະສານລາຍງານການເງິນ ຫຼື ກວດສອບບັນຊີ, ບໍ່ລົງເລິກກວດສອບການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ, ບໍ່ລົງເລິກ ໃນການກວດສອບດ້ານຄຸນະພາບ ເຮັດໃຫ້ການນໍາໃຊ້ຜູ້ຮ່ວມງານ ຈາກຂະແໜງວິຊາຊີບຕ່າງໆ ໃນການດໍາເນີນການກວດສອບຜົນການຈັດຕັ້ງຕິບັດ ພົບຄວາມຫຍຸ້ງຍາກ;

ອົງການກວດສອບແຫ່ງລັດ

10) ງົບປະມານຮັບໃຊ້ ໃນການເຄື່ອນໄຫວກວດສອບ ມີຈຳກັດເກີນຄວນ ເຮັດໃຫ້ຂາດເຂີນທຶນຮອນວັດຖຸອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃນການເຄື່ອນໄຫວວຽກງານກວດສອບແຫ່ງລັດ.

ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.

ອົງການກວດສອບແຫ່ງລັດ

ຂອບໃຈຂໍ້ມູນຈາກ:

https://bit.ly/3W1MPiS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/