ນິວຢອກກຽມແບນການຂາຍ ໝາ, ແມວ, ກະຕ່າຍ ໃນຮ້ານສັດລ້ຽງ ເພື່ອຫວັງປົກປ້ອງສະຫວັດດີພາບຂອງສັດເລີ່ມຕົ້ນປີ 2024 ນີ້

ນິວຢອກກຽມແບນການຂາຍ-ໝາ

ເມື່ອວັນພະຫັດທີ 15 ທັນວາ 2022 ທີ່ຜ່ານມາ ນາງ Kathy Hochul ເຊິ່ງເປັນຜູ້ວ່າການລັດນິວຢອກຂອງສະຫະລັດອາເມຣິກາໄດ້ລົງນາມກົດໝາຍວ່າດ້ວຍແບນການຂາຍສັດລ້ຽງເຊັ່ນ ໝາ, ແມວ ແລະ ກະຕ່າຍ ໃນຮ້ານສັດລ້ຽງ ເລີ່ມບັງຄັບໃຊ້ປີ 2024 ນີ້ ໂດຍກົດໝາຍສະບັບດັ່ງກ່າວແມ່ນມີຂື້ນເພື່ອຫວັງປົກປ້ອງສະຫວັດດີພາບສັດ ແລະ ເປັນການກໍາຈັດໂຮງງານຜະລິດລູກໝາ ພ້ອມກັບເປັນການສະໜັບສະໜູນໃຫ້ຜູ້ຄົນຮັບລ້ຽງໝາຈາກສູນພັກພິງໝາແທນການໄປຊື້ມາ.

ນິວຢອກກຽມແບນການຂາຍ-ໝາ

Kathy Hochul ເປີດເຜີຍວ່າ ການຫ້າມຮ້ານສັດລ້ຽງຂາຍສັດຈະຊ່ວຍປົກປ້ອງສະຫວັດດີພາບຂອງສັດ ແລະ ປາບປາມຜູ້ເພາະພັນສັດທີ່ບໍ່ເໝາະສົມ “ໝາ, ແມວ ແລະ ກະຕ່າຍ ທົ່ວນິວຢອກຄວນໄດ້ຮັບບ້ານທີ່ເຕັມໄປດ້ວຍຄວາມຮັກແລະການດູແລ ແລະ ມີມະນຸດສະທຳ” Kathy ກ່າວ.

ນິວຢອກກຽມແບນການຂາຍ-ໝາ

ພາຍໃຕ້ກົດໝາຍນີ້ແມ່ນຈະຖືກບັງຄັບໃຊ້ພາຍໃນປີ 2024 ໂດຍຮ້ານຂາຍສັດລ້ຽງໃນນິວຢອກແມ່ນຍັງຄົງຂາຍສິນຄ້າກ່ຽວກັບສັດລ້ຽງໄດ້ຕໍ່ໄປ ພ້ອມກັນນັ້ນຍັງເປີດໂອກາດໃຫ້ກັບຮ້ານຂາຍສັດລ້ຽງເຮັດວຽກລວມກັບສູນພັກພິງສັດ ເພື່ອສະໜັບໜູນການຮັບລ້ຽງ ແລະ ອຸປະຖຳສັດ.

ແຕ່ຖ້າຫາກບັນດາເຈົ້າຂອງຮ້ານຂາຍສັດຍັງບໍ່ປະຕິບັດຕາມແລະເຮັດການລະເມີດກົດໝາຍແມ່ນຈະຕ້ອງຖືກປັບໃໝເປັນເງິນໝູນຄ່າ 1,000 ໂດລາ.

ນິວຢອກກຽມແບນການຂາຍ-ໝາ

ສຳລັບກົດໝາຍສະບັບນີ້ແມ່ນໄດ້ຮັບການຮຽກຮ້ອງ ແລະ ສະໜັບສະໜູນຈາກນັກເຄື່ອນໄຫວດ້ານສັດມາເປັນເວລາຫຼາຍປີແລ້ວ ໂດຍພວກເຂົາອ້າງວ່າ ຮ້ານຂາຍສັດມັກຈະປ່ອຍໝາທີ່ຖືກເພາະພັນຂຶ້ນມາ ແລະ ຖືກທຳຮ້າຍໄວ້ທີ່ “ໂຮງເພາະພັນລູກໝາ” ແລະ ສູນເພາະພັນອື່ນໆ.

Michael Gianaris ສະມາຊິກວຸດທິສະພາແຫ່ງລັດນິວຢອກ ເຊິ່ງເປັນໜຶ່ງໃນຜູ້ຮ່ວມສະໜັບສະໜູນກົດໝາຍນີ້ກໍໄດ້ອອມມາກ່າວວ່າ ໂຮງງານເພາະພັນລູກໝາເປັນທີ່ຮູ້ກັນດີວ່າ ມັນເປັນສະຖານທີ່ກັກຂັງສັດທີ່ບໍ່ຖືກສຸກຂະລັກສະນະ ເພາະພວກມັນຖືກທຳຮ້າຍ ແລະ ຖືກຖິ້ມ.

ນິວຢອກກຽມແບນການຂາຍ-ໝາ

ທາງດ້ານອົງກອນ ASPCA ກໍໄດ້ອອກມາເປີດເຜີຍວ່າ ພາຍໃນປີ 2022 ນີ້ 1 ໃນ 4 ຂອງລູກໝາທີ່ຖືກສົ່ງໄປຍັງຮ້ານຂາຍສັດລ້ຽງແມ່ນມາຈາກນາຍໜ້າຊື້ຂາຍໝາທີ່ຊື້ລູກໝາຈາກຜູ້ເພາະພັນທີ່ມີໃບອະນຸຍາດ ແລະບໍ່ໄດ້ຮັບການຄວບຄຸມ. ພ້ອມນີ້ ASPCA ຍັງໄດ້ຊຸກຍູ້ ແລະ ຮຽກຮ້ອງໃຫ້ຜູ້ວ່າການລັດ ແລະ ຜູ້ນຳຂອງລັດອື່ນໆ ໃນສະຫະລັດອາເມຣິກາ ດຳເນີນການກ່ຽວກັບເລື່ອງນີ້ຫຼາຍຂຶ້ນ ເພື່ອຕໍ່ຕ້ານ ແລະ ກຳຈັດໂຮງງານຜະລິດລູກໝາ.

ທັງນີ້ ໃນສະຫະລັດອາເມຣິກາໄດ້ມີກົດໝາຍການຫ້າມຂາຍສັດລ້ຽງໃນລັກສະນະດຽມກັນ ໃນລັດອື່ນໆມາກ່ອນໜ້ານີ້ແລ້ວເຊັ່ນ: ລັດແຄລິຟໍເນຍ, ອິລລີນອຍ, ແມຣີແລນ, ເມນ ແລະ ວໍຊິງຕັນ.

ນິວຢອກກຽມແບນການຂາຍ-ໝາ

ຢ່າງໃດກໍຕາມ ໃນອີກດ້ານໜຶ່ງເຈົ້າຂອງຮ້ານຂາຍສັດລ້ຽງບາງຄົນໄດ້ວິຈານພ້ອມກັບສະແດງຄວາມບໍ່ພໍໃຈຜູ້ວ່າການລັດ ແລະ ສະພານິຕິບັນຍັດຂອງລັດກ່ຽວກັບຮ່າງກົດໝາຍດັ່ງກ່າວ ໂດຍລະບຸວ່າ ການເຄື່ອນໄຫວດັ່ງກ່າວເຮັດໃຫ້ທຸລະກິດຂອງພວກເຂົາເສຍຫາຍ ໂດຍທີ່ບໍ່ໄດ້ຮັບການແກ້ໄຂທີ່ຕົ້ນຕໍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/