ເກັ່ງສົມຊື່! ກະຊວງປ້ອງກັນປະເທດ ຄອງແຊ້ມຫຼຽນຄຳອັນດັບ 1 ກິລາຍິງປືນ ໃນຊຽງຂວາງເກມ 2022

ເກັ່ງສົມຊື່-ກະຊວງປ້ອງກັນປະເທດ

ການແຂ່ງຂັນກິລາຍິງປືນ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ໄດ້ປິດສາກລົງຢ່າງເປັນທາງການແລ້ວ ພາຍຫຼັງເລີ່ມແຂ່ງຂັນກັນມາຕັ້ງແຕ່ວັນທີ 14 ພະຈິກ ເຊິ່ງໃນປີນີ້ ກໍເປັນທັບນັກກິລາຈາກ ກະຊວງ ປ້ອງກັນປະເທດ ທີ່ເຮັດຜົນງານໄດ້ຢ່າງໂດດເດັ່ນ ກວາດເອົາ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ ຍາດເອົາຕໍາແໜ່ງແຊ້ມ ຫຼຽນຄໍາ ກິລາຍິງປືນ ໃນການແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ນີ້ໄປຄອງໄດ້ສຳເລັດ.

ເກັ່ງສົມຊື່-ກະຊວງປ້ອງກັນປະເທດ

ໂດຍກິລາຍິງປືນ ເປັນກິລາທີ່ແຂ່ງຂັນກ່ອນໝູ່ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໂດຍແບ່ງການແຂ່ງຂັນອອກເປັນ 3 ໄລຍະ, ແຂ່ງຂັນຢູ່ 2 ສະຖານທີ່ ຄື: ໄລຍະທີ 1 ເລີ່ມແຕ່ວັນທີ 14-20 ພະຈິກ ແລະ ໄລຍະທີ 2 ເລີ່ມແຕ່ວັນທີ 24-29 ພະຈິກ, ແຂ່ງຂັນທີ່ສະໜາມກິລາຍຶງປືນ 5 ເມສາ,  ນະຄອນຫຼວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-15 ທັນວານີ້ ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ, ມີນັກກິລາຈາກ 2 ກະຊວງ, 6 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນປະເທດ,  ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ສະຫວັນນະເຂດ ແລະ ແຂວງຊຽງຂວາງ ເຈົ້າພາບ ໂດຍມີຊິງໄຊ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ເກັ່ງສົມຊື່-ກະຊວງປ້ອງກັນປະເທດ

ຜ່ານການແຂ່ງຂັນຕົວຈິງທັງ 3 ໄລຍະຂອງກິລາຍິງປືນ ສາມາດສະຫຼຸບຜົນງານໄດ້ດັ່ງນີ້:

– ອັນດັບທີ 1: ກະຊວງປ້ອງກັນປະເທດ 11 ຫຼຽນຄໍາ, 14 ຫຼຽນເງິນ ແລະ 12 ຫຼຽນທອງ, ລວມ 37 ຫລຽນ.

– ອັນດັບທີ 2: ກະຊວງ ປ້ອງກັນຄວາມສະຫງົບ 11ຫຼຽນຄໍາ, 11 ຫຼຽນເງິນ ແລະ 14 ຫຼຽນທອງ, ລວມ 36 ຫຼຽນ.

– ອັນດັບທີ 3: ນະຄອນຫຼວງວຽງຈັນ 6 ຫຼຽນຄໍາ, 2ຫຼຽນເງິນ, 17 ຫຼຽນທອງ, ລວມ 25 ຫຼຽນ.

– ອັນດັບທີ 4: ແຂວງ ຊຽງຊວາງ 2 ຫຼຽນຄໍາ, 1 ຫຼຽນເງິນ, 7 ຫຼຽນທອງ, ລວມ 10 ຫຼຽນ.

– ອັນດັບທີ 5: ແຂວງ ຫຼວງພະບາງ 1 ຫຼຽນຄໍາ, 2 ຫຼຽນ ເງິນ, 8 ຫຼຽນທອງ, ລວມ 11 ຫຼຽນ.

– ອັນດັບທີ 6: ແຂວງ ຄໍາມ່ວນ 1 ຫຼຽນຄໍາ, 2 ຫຼຽນເງິນ, 6 ຫຼຽນທອງ, ລວມ 9 ຫຼຽນ.

– ອັນດັບທີ 7: ມີ 2 ແຂວງ ຄື: ແຂວງ ຜົ້ງສາລີ ແລະ ແຂວງ ຫົວພັນ ໄດ້ແຂວງລະ 1 ຫຼຽນຄໍາ, 1 ຫຼຽນເງິນ, 1 ຫຼຽນທອງ, ລວມແຂວງລະ 3 ຫຼຽນ

– ອັນດັບທີ 9: ແຂວງ ສະຫວັນນະເຂດ 2 ຫຼຽນທອງ, ລວມ 2 ຫຼຽນ.

ເກັ່ງສົມຊື່-ກະຊວງປ້ອງກັນປະເທດ

ຂອບໃຈຂໍ້ມູນຈາກ: https://bit.ly/3Yu1VPR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/