ໃນວັນທີ 22 ກຸມພາ Alex Norström ຫົວໜ້າພະແນກທຸລະກິດຂອງ Spotify ໄດ້ກ່າວວ່າ Spotify ກຳລັງຂະຫຍາຍຕະຫຼາດດົນຕີໃຫ້ກວ້າງຂຶ້ນ 80 ແຫ່ງ ໂດຍຮັບຮອງເອົາພາສາໃໝ່ເຖິງ 36 ພາສາ ທັງປະເທດໃນທະວີບອາຟຣິກາຫຼາຍປະເທດ, ແຄຣິບບຽນ, ຢູໂຣບ, ອາເມຣິກາລາຕິນ ແລະ ປະເທດໃນແຖບອາຊີ ເຊິ່ງປະເທດລາວເຮົາເອງກໍເປັນໜຶ່ງໃນນັ້ນພ້ອມ, ເມື່ອລວມກັນແລ້ວ ຕະຫຼາດໃໝ່ແຫ່ງນີ້ມີຄົນທີ່ໃຊ້ອິນເຕີເນັດຢູ່ເຖິງ 1000 ລ້ານຄົນທີ່ສາມາດເຂົ້າເຖິງໄດ້.
![](https://laox.la/wp-content/uploads/2021/02/image-399.png)
ການຂະຫຍາຍຕະຫຼາດດັ່ງກ່າວ ໝາຍຄວາມວ່າ Spotify ຈະມີຕະຫຼາດຫຼາຍເຖິງ 173 ແຫ່ງ, Alex Norström ໄດ້ອະທິບາຍວ່າ “Spotify ຈະເປີດຕົວໃນຕະຫຼາດເຫຼົ່ານີ້ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້…ພ້ອມກັບເນື້ອຫາ ແລະ ຟີເຈີຫຼັກທີ່ຈະພັດທະນາໄປຕາມການເວລາ ເຮົາເຊື່ອວ່າມີຜູ້ໃຊ້ງານ Spotify ຫຼາຍກວ່າ 1000 ລ້ານຄົນໃນນັ້ນ”
![](https://laox.la/wp-content/uploads/2021/02/image-400.png)
ໃນຂ່າວລະບຸວ່າ Spotify ມີແຜນການຈະໃຫ້ບໍລິການຟຣີ ແລະ ພຣີມຽມທີ່ພ້ອມໃຊ້ໃນຕະຫຼາດໃໝ່ໝົດທຸກແຫ່ງ ແລະ ຍັງປະກາດການສະໝັກສະມາຊິກໄຮໄຟໃໝ່ ເຊິ່ງຈະເປີດຕົວໃນບາງຕະຫຼາດໃນປາຍປີນີ້.
Alex Norström ຍັງໄດ້ກ່າວວ່າ “ຄຣີເອເຕີ ແລະ ຜູ້ຟັງຮຸ່ນໃໝ່ກຳລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນ ໂດຍມີຄວາມຫຼົງໄຫຼ ແລະ ຄວາມຄິດສ້າງສັນ ເຊິ່ງໄດ້ຮັບພະລັງຈາກຄວາມກ້າວໜ້າທີ່ຍິ່ງໃຫຍ່ຂອງເທັກໂນໂລຢີ”
ຂອບໃຈຂໍ້ມູນຈາກ: