ສະມາຄົມ LAOSME ຈັດງານຖະແຫຼງຂ່າວເປີດຕົວຢ່າງເປັນທາງການ ປະຈຳປີ 2021 ພ້ອມຊຸກຍູ້ທຸລະກິດ SME ໃຫ້ເຕີບໂຕ


ເມື່ອວັນທີ 17 ກຸມພາ 2021 ທີ່ຜ່ານມາ, ທິ່ພັດທະຄານ ເຊັນພິລາ ສະມາຄົມສົ່ງເສີມຜູ່ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໄດ້ຈັດງານເປີດຕົວສະມາຄົມຂຶ້ນຢ່າງເປັນທາງການ.

ສະມາຄົມ LAOSME ສ້າງຕັ້ງຈາກການລວມໂຕຂອງບັນດາຜູ່ປະກອບກິດຈະການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກຫຼາຍຂະແໜງການ ແລະ ເປັນຜູ່ທີ່ມີອຸດົມການທີ່ຄືກັນ, ຮ່ວມມືກັນປັບປຸງ ຜັນຂະຫຍາຍໃຫ້ວິສາຫະກິດໃນປະເທດເຮົາ ເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພັດທະນາໄປສູ່ຄວາມຄວາມຮຸ່ງເຮືອງສີວິໄລລະດັບພາກພື້ນ ແລະ ສາກົນ.

ສະມາຄົມ ໄດ້ກໍານົດແຜນໃນປີ 2021 ໂດຍເນັ້ນເຖິງການຂະຫຍາຍສະມາຊິກ ລວມເຖິງການຊ່ວຍເຫຼືອບັນດາຜູ່ປະກອບການ MSME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຈະຊ່ວຍໃຫ້ຜູ່ປະກອບການສາມາດເຂົ້າເຖິງແຫຼ່ງທຶນ ຍົກລະດັບຄວາມສາມາດຂອງທຸລະກິດພວກເຂົາ ໂດຍສະເພາະໃຫ້ຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ່ປ່ອຍກູ້ໄດ້.

ກິດຈະກໍາໃນແຜນປະຈໍາປີ 2021 ມີດັ່ງຕໍ່ໄປນີ້:

  • ສຸມໃສ່ການຮ່ວມມືນໍາສະມາຄົມການເງິນຈຸລະພາກ ແລະ ສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວຢີ່ປຸ່ນ ເພື່ອຊ່ວຍບັນດາສະມາຊິກ ແລະ ຜູ່ປະກອບການ MSME ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແລະ ຜົນກະທົບຈາກສະພາບເສດຖະກິດກໍາລັງຈະລົດໜ້ອຍຖອຍລົງ ທີ່ກໍາລັງຈະເກີດຂຶ້ນໃນປີ 2021.
  • ຈັດລາຍການສໍາພາດ (ສຸດຍອດ LAOSME) ເພື່ອນໍາສະເໜີ ຜູ່ປະກອບກິດຈະການ MSME ທີ່ໂດດເດັ່ນໃນການຜ່ານຜ່າວິກິດການທີ່ເກີດຂຶ້ນໃນປີ 2020.
  • ຈັດງານວາງສະແດງສິນຄ້າ LAOSME ປະຈໍາປີ 2021 ພ້ອມງານເວທີເສວະນາ LAOSME ເພື່ອແລກປ່ຽນບົດຮຽນເຮັດທຸລະກິດໃນປີ 2020 ແລະ ແຜນການຮັບມືສະພາບເສດຖະກິດໃນປີ 2021.
  • ຈັດງານປະກວດ MSME innovation in New Normal ແລະ ມອບລາງວັນດີເດັ່ນ LAOSME ໃຫ້ແກ່ຜູ່ຊະນະປະກວດ ແລະ ສະມາຊິກ LAOSME ທີ່ຜົນງານພົ້ນເດັ່ນໃນປີ 2021.

ນອກຈາກນີ້ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມທັງ ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ, ລວມທັງ ທ່ານ ຮອງສາສະດາຈານ ປ.ອ ບຸນລ້ວນ ດ້ວງເງິນ ຜູ່ອໍານວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ໄດ້ກ່າວປະໂຫຍກທີ່ຄ້າຍຄືກັນວ່າ: ການເປີດໂຕ ສະມາຄົມສົ່ງເສີມຜູ່ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ-ກາງ ໃນປະເທດລາວຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນຢ່າງຍິ່ງ ພ້ອມທັງຍັງສອດຄ່ອງກັບຈຸດສຸມພັດທະນາຂອງລັດຖະບານ ເປັນທ່າແຮງໜຶ່ງໃນການຊຸກຍູ້ສົ່ງເສີມທຸລະກິດລາວ ໃຫ້ສາມາດແຂ່ງຂັນກັບຕະຫຼາດໄດ້ ພ້ອມທັງພັດທະນາຊັບພະຍາກອນມະນຸດໃຫ້ກ້າວໜ້າຂຶ້ນ ແລະ ດີໃຈຢ່າງສຸດຊຶ້ງທີ່ໄດ້ຮ່ວມງານກັບ LAOSME.

ຂອບໃຈຂໍ້ມູນຈາກ: https://laosme.la/archives/1493