Qualcomm | Google | Microsoft ຍື່ນຟ້ອງຄະນະກຳມະການເພື່ອຄັດຄ້ານການເທັກໂອເວີ ARM ຂອງ NVIDIA


CNBC ໄດ້ລາຍງານວ່າ Qualcomm ໄດ້ຍື່ນເລື່ອງໄປຫາໜ່ວຍງານກຳກັບການເບິ່ງແຍງຂອງປະເທດຕ່າງໆ ບໍ່ວ່າຈະເປັນ Federal Trade Commission, European Commission, Competition and Market Authority ຂອງສະຫະຣາຊະອານາຈັກ ແລະ State Administration for Market Regulation ຂອງຈີນ ເພື່ອຄັດຄ້ານການເທັກໂອເວີ ARM Holdings ຂອງ NVIDIA ເນື່ອງຈາກເບິ່ງແລ້ວວ່າຫາກການດີວນີ້ສຳເລັດຂຶ້ນມາແທ້ໆ NVIDIA ອາດຈະກີດກັນບໍ່ໃຫ້ບໍລິສັດຊິບອື່ນໆ ເຊັ່ນ: Qualcomm, MediaTek ຫຼື ແມ່ນແຕ່ Samsung ເອງກໍເຂົ້າເຖິງຊັບສິນທາງປັນຍາຂອງ ARM ໄດ້.

ເມື່ອປາຍປີທີ່ຜ່ານມາ ມີຂ່າວອອກມາວ່າ NVIDIA ໄດ້ຕົກລົງເຂົ້າເທັກໂອເວີບໍລິສັດ ARM Holdings ຜູ້ຖືສິດທິບັດ Semiconductor ທົ່ວໂລກ ເປັນຈຳນວນເງິນທັງໝົດ 4 ພັນລ້ານຫຼຽນສະຫະລັດ. ແຕ່ຫຼ້າສຸດ Qualcomm ໄດ້ລວມທີມກັບ Google ແລະ Microsoft ອອກມາຕໍ່ຕ້ານໃນການຈັດການຄັ້ງນີ້ ພ້ອມກັບຟ້ອງຮ້ອງເຖິງໜ່ວຍງານຕ່າງໆ ຂັດຂວາງບໍ່ໃຫ້ຊື້ຂາຍກັນສຳເລັດ, ເນື່ອງຈາກວ່າ ຖ້າ NVIDIA ຍຶດກິດຈະການ ARM ຂຶ້ນມາແທ້ໆອາດເກີດການຜູກມັດຕະຫຼາດໄດ້.

ໃນປັດຈຸບັນໜ່ວຍງານ Federal Trade Commission ຂອງສະຫະລັດອາເມຣິກາໄດ້ຮັບຄຳຟ້ອງຂອງ Qualcomm ກ່ຽວກັບການຍຶດກິດຈະການ ARM ຂອງ NVIDIA ແລ້ວ ໂດຍຕອນນີ້ຈະຢູ່ໃນຂັ້ນຕອນທີສອງຂອງການພິຈາລະນາຄະດີ ເຊິ່ງ FTC ໄດ້ຕິດຕໍ່ຂໍຂໍ້ມູນເພີ່ມຕື່ມໄປຫາ NVIDIA , SoftBank ແລະ ARM ຮຽບຮ້ອຍແລ້ວ. ແຕ່ເຖິງຢ່າງໃດກໍຕາມ ທາງ NVIDIA ກໍເປີດເຜີຍຜ່ານສື່ CNBC ວ່າພວກເຂົາໝັ້ນໃຈວ່າການຊື້ກິດຈະການ ARM Holdings ໜ້າຈະຜ່ານການຮັບຮອງຈາກໜ່ວຍງານຕ່າງໆ ແລະ ກຽມຈະພັດທະນາ CPU ຂອງຕົວເອງຂຶ້ນມາໂດຍການໃຊ້ເທັກໂນໂລຢີ ແລະ ສິດທິບັດຕ່າງໆຂອງ ARM ນັ້ນເອງ.

ນອກຈາກ Qualcomm ແລ້ວ ກໍຍັງມີ Tech Giants ຄື Google ແລະ Microsoft ລວມເຖິງ Graphcore  ບໍລິສັດ AI ຊິບລະດັບ Start-up ຈາກອັງກິດກໍໄດ້ອອກມາຕໍ່ຕ້ານການຈັດການໃນຄັ້ງນີ້ຄືກັນ  ເນື່ອງຈາກພວກເຂົາຢ້ານວ່າ NVIDIA ອາດຈະຫຼິ້ນເກມໃນມຸມຂັດຂວາງບໍລິສັດອື່ນໆ ຫຼື ຕັ້ງເງື່ອນໄຂບໍ່ໃຫ້ພວກເຂົາເຂົ້າເຖິງເທັກໂນໂລຢີຂອງ ARM ໄດ້ແບບງ່າຍໆ.

ຕອນນີ້ມີບໍລິສັດຫລາຍກວ່າ 500 ແຫ່ງທົ່ວໂລກທີ່ຍັງຕ້ອງເພິ່ງພາການໃຊ້ເທັກໂນໂລຢີຈາກ ARM ຢູ່, ເຊິ່ງຖ້າ NVIDIA ມີການສໍ້ໂກງແບບນັ້ນຂຶ້ນມາແທ້ອາດຈະສົ່ງຜົນກະທົບເປັນວົງກວ້າງໄດ້.

ຂອບໃຈຂໍ້ມູນຈາກ: