ຊາວສວນປູກໝາກເຜັດ ບ້ານໜອງເຂັງ ປີນີ້ໄດ້ກໍາໄລດີ ກວ່າປີທີ່ຜ່ານມາ


ຖືໄດ້ວ່າເປັນຂ່າວທີ່ໜ້າຍິນດີ ນໍາຊາວກະສິກໍາປະເທດເຮົາ ທີ່ປີນີ້ໄດ້ຜົນຜະລິດດີ ລາຄາເພີ່ມສູງຂຶ້ນຫຼາຍກວ່າປີທີ່ຜ່ານມາ, ເຊິ່ງລາຄາໝາກເຜັດພໍ່ຄ້າແມ່ຄ້າໄປຊື້ເອງທີ່ສວນໂດຍກົງ ມາຮອດປັດຈຸບັນນີ້ລາຄາສູງເຖິງ 300,000-500,000 ກີບ/ໝື່ນ, ບາງສວນເກັບໄດ້ຕໍ່າສຸດ 5 ໝື່ນ ສູງສຸດແມ່ນ 200 ໝື່ນຕໍ່ການເກັບ 1 ຄັ້ງ (ຕໍ່ອາທິດ), ເຮັດໃຫ້ບາງຄອບຄົວມີລາຍໄດ້ອາທິດໜຶ່ງສູງເຖິງ 100 ລ້ານກີບ.

ຊາວສວນພາກັນຍິ້ມແຍ້ມແຈ່ມໃສ, ເບີກບານມ່ວນຊື່ນ ແຕ່ໃນທາງກົງກັນຂ້າມອາດສົ່ງຜົນກະທົບໃຫ້ກັບຄົວເຮືອນ ແລະ ຜູ່ບໍລິໂພກທົ່ວໄປ. ທີ່ສໍາຄັນທາງພັກ-ລັດ ໄດ້ເອົາໃຈໃສ່ ໃນການສະກັດກັ້ນພືດທີ່ນໍາເຂົ້າມາບໍ່ຖືກຕ້ອງ ເຊິ່ງຊ່ວຍໃຫ້ປະຊາຊົນມີລາຍໄດ້ສູງຂຶ້ນ, ຖືໄດ້ວ່າທໍາລາຍສະຖິຕິສູງສຸດ ທີ່ຊາວສວນໄດ້ລາຄາສູງ.

ສ່ວນບັນຫາຂອງຊາວສວນກໍຈະຄືກັບທ້ອງຖິ່ນອື່ນໆເຊິ່ງມີຢູ່ 3 ປັດໄຈຕົ້ນຕໍເຊັ່ນ: ປັດໄຈທາງດ້ານເຕັກນິກວິຊາການ ເພາະທີ່ຜ່ານມາຍັງໃຊ້ວິທີແບບດັ້ງເດີມມາຕະຫຼອດ ເຊິ່ງຍັງບໍ່ມີວິຊາການໂດຍສະເພາະ, ປັດໄຈທາງດ້ານທຶນຮອນ ເຂົ້າຮັບໃຊ້ໃນການຜະລິດ ແລະ ສຸດທ້າຍແມ່ນຄວາມແນ່ນອນຂອງຕະຫຼາດ ເຊິ່ງຍັງບໍ່ມີຄວາມແນ່ນອນ ໝາຍຄວາມວ່າລາຄາສິນຄ້ານີ້ແມ່ນຂຶ້ນກັບພໍ່ຄ້າຄົນກາງຫຼາຍກວ່າ. ຖ້າວ່າໃນອະນາຄົດມີທຸກປັດໄຈທີ່ກ່າວມານີ້ ທາງຊາວສວນເອງກໍຄົງດີໃຈຈົນສຸດຂີດ ແລະ ພາຍພາກໜ້າການປູກຝັງອາດຈະເຮັດຫຼາຍກວ່າເກົ່າກໍເປັນໄດ້.

ປັດໄຈສໍາຄັນ ທີ່ຊາວສວນບາງຄອບຄົວຍັງມີຜົນກະທົບຈະແມ່ນ ເລື່ອງຂອງການລົງທຶນ ເພາະທີ່ຜ່ານມາບາງຄອບຄົວກໍຫາກູ້ຢືມເອົາ (ດອກເບ້ຍສູງ) ຫຼື ໃຊ້ທຶນຂອງຕົນເອງ. ສະນັ້ນແລ້ວ ຈຶ່ງຢາກໃຫ້ທາງພາກສ່ວນພັກ-ລັດ ໃຫ້ເຂົ້າເຖິງກັບບັນຫານີ້ ໃຫ້ທຸກພາກສ່ວນຮ່ວມມືຊ່ວຍກັນ ເພາະການເຮັດກະສິກໍາຖ້າເຮັດເປັນຫຼາຍກຸ່ມຫຼາຍພາກສ່ວນສະໜັບສະໜູນກັນ ຍິ່ງເປັນຜົນດີໃຫ້ແກ່ປະຊາຊົນຊາວສວນ ພ້ອມທັງໃຫ້ເຮັດປະເທດເຮົາພົ້ນອອກຈາກການນໍາເຂົ້າສິນຄ້າວັດຖຸດິບຈາກປະເທດອື່ນ.

ຂອບໃຈຂໍ້ມູນຈາກ:

ຄະນະສົ່ງເສີມທຸລະກິດກະສິກໍາ ສະພາການຄ້າ ນ/ວ [24-02-2021]

ຄໍາສໍາພາດໂດຍ:

ທ່ານ ບຸນທ່ຽງ ລັດຕະນະວົງ (ຄະນະສົ່ງເສີມທຸລະກິດກະສິກໍາ ສະພາການຄ້າ-ອຸດສາຫະກໍາແຫ່ງຊາດລາວ)