ທຸລະກິດໃໝ່ສຸດແປກ “ຮັບຈ້າງໃສ່ບາດແທນ”


ຖ້າເຮົາໄດ້ມີໂອກາດໄປແຂວງຫຼວງພະບາງເຮົາຈະເຫັນທຸລະກິດໜຶ່ງ ເຊິ່ງເປັນການຂາຍຊຸດໃສ່ບາດ ທີ່ຄົນຂາຍຈະກຽມເຄື່ອງໃສ່ບາດໄວ້ໃຫ້ເຮົາທຸກຢ່າງ, ແຕ່ປັດຈຸບັນ ມີທຸລະກິດໃໝ່ທີ່ເກີດຂຶ້ນ ເອີ້ນວ່າທຸລະກິດ “ຮັບຈ້າງໃສ່ບາດແທນ” ນອກຈາກຈະກຽມເຄື່ອງໃສ່ບາດໃຫ້ແລ້ວ ຍັງໃສ່ບາດໃຫ້ພ້ອມ! ຈະຢູ່ບ່ອນໃດຂອງມຸມໂລກກໍໃສ່ບາດໄດ້ແລ້ວ!!!

ເຊິ່ງທຸລະກິດດັ່ງກ່າວເກີດຂຶ້ນທີ່ປະເທດໄທ  ເມື່ອເພຈ “•• บุญบังใบ สังฆภัณฑ์ ••”  ໄດ້ໂພສກ່ຽວກັບການຮັບຈ້າງໃສ່ບາດ ສຳລັບຄົນທີ່ຢາກໃສ່ບາດແຕ່ບໍ່ມັກຕື່ນເຊົ້າ, ຄົນເມົາຄ້າງ,​ ຄົນທີ່ຢູ່ຕ່າງປະເທດ… ພຽງແຕ່ລູກຄ້າໂອນເງິນ ແລະ ບອກຊື່ແທ້-ນາມສະກຸນ ກໍມີທີມງານທີ່ພ້ອມຈະຈັດການທຸກຢ່າງໃຫ້ ພ້ອມທັງຖ່າຍຮູບ ແລະ ວີດີໂອ ລູກຄ້າເຫຼືອພຽງຕື່ນມາຢາດນ້ຳເອງກໍສຳເລັດແລ້ວ!!

ສ່ວນເລື່ອງລາຄາແມ່ນຊຸດລະ 35,000 ກີບ ປະກອບດ້ວຍ ອາຫານໜຶ່ງຢ່າງ+ເຂົ້າ+ເຂົ້າໜົມ+ນ້ຳ ເພີ່ມດອກໄມ້ຊຸດລະ 3,500 ກີບ ບໍ່ມີຂັ້ນຕ່ຳ ຊຸດດຽວກໍຮັບ.

ຖືວ່າເປັນທຸລະກິດໃໝ່ສຸດແປກເລີຍ ໂພສດັ່ງກ່າວມີຄົນເຂົ້າໄປສະແດງຄວາມຄິດເຫັນເປັນຈຳນວນຫຼາຍ, ຫຼາຍຄົນກໍບອກວ່າມັນຄັກດີ ເປັນເລື່ອງທີ່ແປກ ແລະ ຫຼາຍຄົນກໍຢາກລອງເຮັດທຸລະກິດແບບນີ້ເບິ່ງ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/brandnameforgod/posts/190101016208436