ປົກເວັບ 2026 09 11T140319 100

ຫວຽດນາມ ຕິດອັນດັບ 3 ອາຊຽນ ດ້ານຈຳນວນບໍລິສັດບລັອກເຊນ ກວາດເງິນລະດົມທຶນຕິດອັນດັບ 2 ໃນພາກພື້ນ

ຫວຽດນາມ ກຳລັງກ້າວຂຶ້ນສູ່ການເປັນສູນກາງເຕັກໂນໂລຊີແຫ່ງໃໝ່ ຫຼັງຄອງອັນດັບ 3 ໃນອາຊຽນ ດ້ານຈຳນວນບໍລິສັດບລັອກເຊນ ແລະ ຄວ້າອັນດັບ 2 ດ້ານມູນຄ່າການລະດົມທຶນ ເຊິ່ງເປັນສັນຍານສະທ້ອນເຖິງການເຕີບໂຕຢ່າງກ້າວກະໂດດຂອງເສດຖະກິດດິຈິທັລ ແຕ່ຍັງຕ້ອງປະເຊີນສິ່ງທ້າທາຍເລື່ອງການກະຈາຍຕົວຂອງເມັດເງິນລົງທຶນ.

Vnexpress ໄດ້ລາຍງານ ຊຂໍ້ມູນຈາກ Tracxn ແພລັດຟອມວິເຄາະຂໍ້ມູນສະຕາດອັບ ແລະ ເຕັກໂນໂລຊີຊັ້ນນຳ ໂດຍລະບຸວ່າ ປັດຈຸບັນ ຫວຽດນາມ ມີບໍລິສັດບລັອກເຊນທີ່ຕັ້ງຢູ່ໃນປະເທດເຖິງ 322 ແຫ່ງ ເປັນຮອງພຽງ ສິງກະໂປ ແລະ ອິນໂດເນເຊຍ ເທົ່ານັ້ນ ເຖິງວ່າຊ່ອງຫວ່າງເມື່ອທຽບກັບຜູ້ນຳຢ່າງ ສິງກະໂປ ທີ່ມີເຖິງ 2,341 ແຫ່ງ ຈະຍັງຫ່າງກັນຫຼາຍກວ່າ 7 ເທົ່າກໍຕາມ ໂດຍບັນດາບໍລິສັດເຫຼົ່ານີ້ສ່ວນໃຫຍ່ແມ່ນກະຈຸກຕົວຢູ່ໃນສອງສູນກາງເສດຖະກິດຫຼັກ ຄື ນະຄອນໂຮ່ຈິມິນ 119 ແຫ່ງ ແລະ ນະຄອນຫຼວງຮ່າໂນ້ຍ 105 ແຫ່ງ ເຊິ່ງມີ 103 ບໍລິສັດທີ່ເຄີຍໄດ້ຮັບເງິນລົງທຶນມາແລ້ວ.

ໃນແງ່ຂອງເມັດເງິນລົງທຶນ, ຫວຽດນາມ ສາມາດດຶງດູດເງິນລະດົມທຶນໄດ້ລວມປະມານ 395 ລ້ານໂດລາສະຫະລັດ ຈາກ 36 ຮອບການລະດົມທຶນ ຄິດເປັນ 6.8% ຂອງມູນຄ່າລວມໃນພາກພື້ນ ສົ່ງຜົນໃຫ້ຫວຽດນາມຍຶດອັນດັບ 2 ຂອງອາຊຽນ ຕາມຫຼັງພຽງ ສິງກະໂປ ທີ່ກວາດລາຍໄດ້ສູງເຖິງ 5.1 ຕື້ໂດລາສະຫະລັດ ແລະ ແຊງໜ້າ ອິນໂດເນເຊຍ ທີ່ຢູ່ອັນດັບ 3 ດ້ວຍມູນຄ່າ 263 ລ້ານໂດລາສະຫະລັດ.

ເຖິງຢ່າງໃດກໍຕາມ, ໂຄງສ້າງເງິນທຶນໃນຫວຽດນາມຍັງພົບບັນຫາການກະຈຸກຕົວຢ່າງໜັກ ເນື່ອງຈາກເງິນທຶນເກືອບ 79% ຫຼື ປະມານ 311 ລ້ານໂດລາສະຫະລັດ ຕົກໄປຢູ່ກັບບໍລິສັດຍັກໃຫຍ່ພຽງແຫ່ງດຽວຄື Sky Mavis ເຮັດໃຫ້ບໍລິສັດບລັອກເຊນອື່ນໆ ທັງໝົດໃນປະເທດມີເງິນທຶນລວມກັນພຽງ 84 ລ້ານໂດລາສະຫະລັດເທົ່ານັ້ນ.

ໂຕເລກນັ້ນສະທ້ອນໃຫ້ເຫັນວ່າສະຕາດອັບຂະໜາດກາງ ແລະ ນ້ອຍຍັງເຂົ້າເຖິງແຫຼ່ງທຶນໄດ້ຍາກ ປະກອບກັບຫວຽດນາມຍັງບໍ່ທັນມີ “ຢູນິຄອນ” (Unicorn) ດ້ານບລັອກເຊນທີ່ມີສຳນັກງານໃຫຍ່ຕັ້ງຢູ່ພາຍໃນປະເທດຢ່າງເປັນທາງການ ເນື່ອງຈາກ Sky Mavis ເຖິງຈະມີຜູ້ບໍລິຫານເປັນຄົນຫວຽດນາມ ແຕ່ໄດ້ຈົດທະບຽນຕັ້ງສຳນັກງານໃຫຍ່ຢູ່ສິງກະໂປ.

ສຳລັບພາບລວມທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີບໍລິສັດບລັອກເຊນລວມກັນທັງໝົດ 3,736 ແຫ່ງ ພ້ອມມູນຄ່າລະດົມທຶນສະສົມ 5.8 ຕື້ໂດລາສະຫະລັດ ເຖິງແມ່ນວ່າກະແສເງິນລົງທຶນຈະເລີ່ມຊະລໍຕົວລົງຢ່າງເຫັນໄດ້ຊັດຈາກຍຸກຟອງສະບູ່ທີ່ເຄີຍແຕະ 2.1 ຕື້ໂດລາສະຫະລັດ ໃນປີ 2022 ແຕ່ໃນໄລຍະເຄິ່ງທຳອິດຂອງປີ 2026 ຕະຫຼາດກໍເລີ່ມສົ່ງສັນຍານຟື້ນຕົວຄືນໃໝ່ດ້ວຍຍອດລະດົມທຶນສູງເຖິງ 552 ລ້ານໂດລາສະຫະລັດ ສະທ້ອນໃຫ້ເຫັນວ່າ ເຕັກໂນໂລຊີໂຄງສ້າງພື້ນຖານບລັອກເຊນ, ສັນຍາອັດສະລິຍະ (Smart Contracts), ຊັບສິນດິຈິທັລ ແລະ ນະວັດຕະກຳການເງິນ ຍັງຄົງເປັນຂະແໜງການຍຸດທະສາດທີ່ນັກລົງທຶນທົ່ວໂລກໃຫ້ຄວາມສົນໃຈໃນໄລຍະຍາວ.

#LaoXperts #ບລັອກເຊນ #ເຕັກໂນໂລຊີ #ເສດຖະກິດດິຈິທັລ #ຫວຽດນາມ #ອາຊຽນ #ສະຕາດອັບ #Blockchain #TechNews

Comments are disabled