ຈັດລະບຽບເງິນວັດ! ໄທ ບັງຄັບໃຊ້ e-Donation ອັດຊ່ອງໂຫວ່ການສໍ້ໂກງເງິນບໍລິຈາກ
ກົມພາສີ ຂອງ ໄທ ກຽມເຈລະຈາກັບສຳນັກງານພຣະພຸດທະສາດສະໜາແຫ່ງຊາດ ເພື່ອຊີ້ແຈງພັນທະອາກອນຂອງວັດ ແລະ ຍົກລະດັບລະບົບ e-Donation ໃຫ້ຮັດກຸມ ແນໃສ່ອັດຊ່ອງວ່າງການສໍ້ໂກງ, ເພີ່ມຄວາມໂປ່ງໃສໃນການຄຸ້ມຄອງເງິນບໍລິຈາກ ແລະ ຍົກສູງມາດຕະຖານການເງິນທາງສາດສະໜາທົ່ວປະເທດ.
ຕາມການລາຍງານຂອງ The Nation, ທ່ານ ສົມສັກ ອະນັນຕະວັດ, ຫົວໜ້າກົມພາສີໄທ ເປີດເຜີຍວ່າ ການປະຊຸມດັ່ງກ່າວຈະສຸມໃສ່ການສ້າງຄວາມເຂົ້າໃຈກ່ຽວກັບຄວາມຮັບຜິດຊອບດ້ານພາສີ-ອາກອນຂອງວັດ, ຂໍ້ກຳນົດທາງກົດໝາຍຂອງລະບົບບໍລິຈາກເອເລັກໂຕຣນິກ (e-Donation) ພ້ອມທັງມາດຕະການຕິດຕາມເສັ້ນທາງເງິນບໍລິຈາກໃຫ້ມີປະສິດທິພາບສູງສຸດ.
ປັດຈຸບັນ ລະບົບ e-Donation ໄດ້ເລີ່ມບັງຄັບໃຊ້ຢ່າງເຕັມຮູບແບບຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນມາ ໂດຍມີອົງການຈັດຕັ້ງທາງສາດສະໜາລົງທະບຽນແລ້ວກວ່າ 46.000 ແຫ່ງ, ໃນນັ້ນກວມເອົາວັດພຸດທະສາດສະໜາເຖິງ 43.000 ແຫ່ງ ຈາກທັງໝົດປະມານ 45.000 ແຫ່ງທົ່ວປະເທດ. ສຳລັບຍອດເງິນບໍລິຈາກຜ່ານລະບົບດັ່ງກ່າວໃນທຸກພາກສ່ວນ ລວມທັງວັດ, ໂຮງຮຽນ ແລະ ໂຮງໝໍ ບັນລຸເຖິງ 34.000 ຕື້ບາດໃນປີ 2025 ແລະ ຍອດສະສົມຫຼ້າສຸດໃນປີ 2026 ນີ້ສູງເຖິງ 23.000 ຕື້ບາດ.
ມາດຕະການດັ່ງກ່າວມີເປົ້າໝາຍຫຼັກເພື່ອສ້າງຄວາມໂປ່ງໃສ, ໂດຍປີນີ້ຖືເປັນປີທຳອິດທີ່ກົມສັນພາກອນກຳນົດໃຫ້ອົງການກຸສົນສາທາລະນະຕ້ອງຮັບເງິນຜ່ານ e-Donation ເທົ່ານັ້ນ ຈຶ່ງຈະສາມາດນຳໄປຫັກຫຼຸດຢ່ອນພາສີໄດ້ ເຊິ່ງຊ່ວຍໃຫ້ເຈົ້າໜ້າທີ່ກວດສອບໄດ້ຊັດເຈນວ່າເງິນໄດ້ເຂົ້າເຖິງອົງການປາຍທາງແທ້ຫຼືບໍ່.
ພ້ອມດຽວກັນນີ້, ທາງກົມຍັງໄດ້ຊີ້ແຈງຢ່າງຈະແຈ້ງວ່າ “ວັດ” ແລະ “ມູນນິທິ” ຖືເປັນນິຕິບຸກຄົນແຍກຕ່າງຫາກຕາມກົດໝາຍ ເຖິງວ່າຈະມີຜູ້ບໍລິຫານຄົນດຽວກັນກໍຕາມ; ຫາກມູນນິທິໃດທີ່ບໍ່ໄດ້ຮັບຮອງເປັນອົງການກຸສົນສາທາລະນະ ແຕ່ມີລາຍຮັບຈາກຊ່ອງທາງອື່ນນອກເໜືອຈາກເງິນບໍລິຈາກ ຈະຕ້ອງຍື່ນແບບເສຍພາສີ ພ.ງ.ດ.55 ຕາມລະບຽບ, ຂະນະທີ່ວັດເອງກໍມີພັນທະຫັກພາສີ ນະ ທີ່ຈ່າຍ ເມື່ອມີການຈ່າຍຄ່າຈ້າງກໍ່ສ້າງ ຫຼື ຄ່າເຊົ່າຕ່າງໆ.
ສ່ວນກໍລະນີທີ່ມີການສໍ້ໂກງ ຫຼື ຍັກຍອກເງິນ ມູນນິທິຕ້ອງເປັນຜູ້ດຳເນີນຄະດີຕາມກົດໝາຍ ແລະ ກົມສັນພາກອນຈະເຂົ້າໄປກວດສອບວ່າງົບປະມານດັ່ງກ່າວຖືເປັນລາຍໄດ້ຂອງມູນນິທິ ຫຼື ລາຍໄດ້ສ່ວນບຸກຄົນ ເພື່ອປະເມີນພາສີໃຫ້ຖືກຕ້ອງ.
ນອກຈາກຄວາມຄືບໜ້າດ້ານການຈັດລະບຽບການເງິນຂອງວັດແລ້ວ, ພາບລວມການຈັດເກັບລາຍຮັບຂອງກົມສັນພາກອນໃນຮອບ 11 ເດືອນຂອງປີງົບປະມານ 2026 (ຕຸລາ 2025 – ສິງຫາ 2026) ຍັງປະສົບຜົນສຳເລັດຢ່າງໂດດເດັ່ນ ໂດຍສາມາດເກັບໄດ້ເຖິງ 2,16 ລ້ານລ້ານບາດ, ຄິດເປັນ 88,35% ຂອງແຜນການໝົດປີ ແລະ ສູງກວ່າເປົ້າໝາຍ 3,7%, ໂດຍມີລາຍຮັບຫຼັກມາຈາກພາສີເງິນໄດ້ປະມານ 50% ແລະ ພາສີມູນຄ່າເພີ່ມ (VAT) ປະມານ 45%.
ດ້ວຍທ່າອ່ຽງດັ່ງກ່າວ ຄາດວ່າລາຍຮັບໝົດປີຈະລື່ນເປົ້າໝາຍປະມານ 40.000 ຫາ 50.000 ຕື້ບາດ ຫຼື ປະມານ 2% ພ້ອມຕັ້ງເປົ້າໝາຍປີ 2027 ໄວ້ທີ່ 2,5 ລ້ານລ້ານບາດ ເຊິ່ງປັດໄຈສຳຄັນມາຈາກການນຳໃຊ້ຖານຂໍ້ມູນ ແລະ ເຕັກໂນໂລຊີດຶງດູດຜູ້ເສຍພາສີລາຍໃໝ່ເຂົ້າສູ່ລະບົບໄດ້ຫຼາຍກວ່າ 170.000 ລາຍ, ໂດຍສະເພາະກຸ່ມຜູ້ຄ້າຂາຍອອນລາຍທີ່ເຂົ້າສູ່ລະບົບເຖິງ 56.000 ລາຍ.
#LaoXperts #ຂ່າວເສດຖະກິດ #ກົມສັນພາກອນໄທ #ພາສີວັດ #eDonation #ຄວາມໂປ່ງໃສທາງການເງິນ #ເສດຖະກິດໄທ


