Lets Go Digital ປ່ອຍຮູບ Concept Render ຂອງ Samsung Galaxy Note 21 Ultra 5G – Smart Phone ຮຸ່ນເຮືອທຸງເອົາໃຈສາຍນັກແຕ້ມນັກຂຽນ


Samsung ເປີດຕົວ Smart Phone ລະດັບເຮືອທຸງປີລະສອງຄັ້ງ ໂດຍ Galaxy S21 Series ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 14 ມັງກອນ 2021 ແລະ Note Series ຮຸ່ນໃໝ່ຄາດວ່າຈະມາໃນຊ່ວງເຄິ່ງຫຼັງຂອງປີ.

ແຕ່ເຖິງຢ່າງໃດກໍຕາມໃນປີນີ້ Samsung ເລືອກໃຊ້ການປ່ຽນແປງທີ່ໜ້າພໍໃຈຫຼາຍ, S series Smart Phone ຮຸ່ນໃໝ່ນີ້ບໍ່ພຽງແຕ່ຈະເປີດຕົວໄວກວ່າປົກກະຕິໜຶ່ງເດືອນ ແຕ່ຮຸ່ນທັອບແບບ Galaxy S21 Ultra ກໍຍັງຮອງຮັບການໃຊ້ງານຮ່ວມກັບບິກ S Pen ເປັນຄັ້ງທຳອິດອີກດ້ວຍ.

ບິກ S Pen ນີ້ເປັນຄຸນສົມບັດຫຼັກຂອງ Samsung Galaxy Note Series ມາຫຼາຍປີແລ້ວ, ແຕ່ປັດຈຸບັນມາຢູ່ໃນຜະລິດຕະພັນ Galaxy ຮຸ່ນອື່ນໆ ເຊັ່ນ: S21 Ultra  ແລະ Smart Phone  ໜ້າຈໍພັບໄດ້ Galaxy Z Fold 3 ທີ່ຄາດວ່າຈະເປີດຕົວໃນປາຍປີນີ້.

ມີຂ່າວລືມາໄດ້ໄລຍະໜຶ່ງແລ້ວວ່າ Samsung ຕ້ອງການທີ່ຈະຍຸຕິການຈຳໜ່າຍ Galaxy Note Series ເມື່ອເດືອນທີ່ຜ່ານມາ  ແຕ່ Lets Go Digital ໄດ້ກ່າວໄປແລ້ວວ່າ Note 21 Series ຈະຍັງປາກົດໃນປີ 2021 ໂດຍໄດ້ຮັບຂໍ້ມູນນີ້ຈາກແຫຼ່ງຂ່າວທີ່ເຊື່ອຖືໄດ້ໃນ ສ.ເກົາຫຼີ ເຊິ່ງມີສ່ວນກ່ຽວຂ້ອງຢ່າງໃກ້ຊິດກັບ Samsung Electronics.

ໃນ 2–3 ມື້ຕໍ່ມາສຳນັກຂ່າວເກົາຫຼີ Yonhap ລາຍງານວ່າເຈົ້າໜ້າທີ່ຂອງ Samsung ທີ່ບໍ່ລະບຸຊື່ໄດ້ເຜີຍວ່າ “ເຮົາກຳລັງກຽມການເປີດຕົວ Galaxy Note Series ໃນປີນີ້”  ຈາກຄຳກ່າວນີ້ສາມາດສະຫຼຸບໄດ້ວ່າໜ້າຈະມີ Samsung Note 21 ແລະ Note 21 Ultra.

ຕອນນີ້ເປັນທີ່ຊັດເຈນແລ້ວວ່າ Smart Phone Note ຮຸ່ນໃໝ່ຈະມາເຖິງໃນປີນີ້ ເຮັດໃຫ້ທາງ LetsGoDigital ໄດ້ຮູບ Concept Render ທີ່ຄາດໄວ້ຂອງ Samsung Note 21 Ultra.

ຮູບເລນເດີ້ 3 ມິຕິໄດ້ຮັບການອອກແບບໂດຍນັກອອກແບບຂອງບໍລິສັດ Giuseppe Spinelli ຫຼື ທີ່ຮູ້ຈັກໃນຊື່ Snoreyn ໂດຍອາໄສຂ່າວລື ແລະ ຂໍ້ມູນທີ່ຫຼຸດມາ.

Galaxy Note 21 Ultra ຈະມາພ້ອມກັບຟັງຊັ່ນໃໝ່ໆຫຼາກຫຼາຍແບບບໍ່ຕ້ອງສົງໄສ ເຊິ່ງສາມາດພົບໄດ້ໃນ S21 Ultra ອຸປະກອນໃນກຸ່ມຜະລິດຕະພັນ Note ມີການອອກແບບທີ່ຂ້ອນຂ້າງເປັນຮູບຊົງສີ່ຫຼຽມ ແລະ ມີລັກສະນະເໝາະກັບສາຍທຸລະກິດເມື່ອທຽບກັບຮຸ່ນ S Series.

ເຖິງແມ່ນວ່າ Galaxy S20 Ultra ຈະມາພ້ອມກັບຈໍສະແດງຜົນຂະໜາດ 6.9 ນິ້ວ ແຕ່ S21 Ultra ມີໜ້າຈໍຂະໜາດ 6.8 ນິ້ວ ທີ່ນ້ອຍກວ່າເລັກນ້ອຍ ສຳລັບ Note 20 Ultra ມີການເລືອກໃຊ້ໜ້າຈໍ 6.9 ນິ້ວ ເຊິ່ງຄາດວ່າຈໍສະແດງຜົນຂອງ Note 21 Ultra  ຈະຍັງມີຂະໜາດເທົ່າກັນກັບຮຸ່ນກ່ອນ.

ໂດຍປົກກະຕິແລ້ວ Samsung ຈະເລືອກໃຊ້ຈໍສະແດງຜົນຂອບໂຄ້ງ AMOLED ຄວາມລະອຽດ QHD+ ມາພ້ອມກັບອັດຕາການ Refresh 120 Hz ແບບ Adaptive Sync  ແລະ ຈະຮອງຮັບຄວາມສະຫວ່າງຢ່າງໜ້ອຍ 1600 nits.

ກ້ອງເຊວຟີ່ຮຸ່ນໃໝ່ ແລະ ກ້ອງຫຼັງສີ່ຕົວໃໝ່

ໂດຍທົ່ວໄປຈະຮູ້ກັນດີວ່າ Samsung ແລະ ຜູ້ຜະລິດ Smart Phone ລາຍອື່ນກຳລັງພັດທະນາກ້ອງເຊວຟີ່ພື້ນໜ້າຈໍ ແຕ່ກໍຍັງບໍ່ຊັດເຈນວ່າຈະໃຊ້ໃນ Note 21 Ultra ຫຼື ບໍ່ ?

ເຖິງຂັ້ນນັ້ນຄຳຖາມກໍຍັງຢູ່ວ່າພັດທະນາການຂອງເຕັກໂນໂລຊີກ້ອງຖ່າຍໃຕ້ຈໍກ້າວໜ້າໄປໄກເທົ່າໃດ ແມ່ນວ່າ ZTE Axon 20 5G ຈະໄດ້ຮັບການເປີດຕົວຢ່າງເປັນທາງການແລ້ວແຕ່ກໍຍັງມີບາງສິ່ງທີ່ຕ້ອງເວົ້າເຖິງກ່ຽວກັບຄຸນະພາບຂອງກ້ອງໃຕ້ຈໍນີ້ ເຊິ່ງ Samsung ອາດຈະສ້າງເຕັກໂນໂລຊີນີ້ໃຫ້ເປັນອຸປະກອນລະດັບເຮືອທຸງກໍຕໍ່ເມື່ອ ບໍລິສັດໝັ້ນໃຈວ່າຍັງຄົງຄຸນະພາບຂອງຮູບທີ່ດີໄວ້ ເຊິ່ງເຮັດໃຫ້  Samsung  ຈະເລືອກໃຊ້ກ້ອງເຈາະຮູທີ່ວາງໄວ້ທາງກາງສຳລັບ Galaxy Note 21.

ກ່ຽວກັບລະບົບກ້ອງຫຼັງ ການອອກແບບດຽວກັນອາດເປັນຄືກັນກັບ S21 series ໂດຍມີໂມດຸນກ້ອງຂະໜາດໃຫຍ່ ຈະມີກ້ອງຫຼັກ 108 ລ້ານພິກເຊວ (ຮຸ່ນທີ່ 2) ພ້ອມເລນ f/1.8, ກ້ອງ Ultra Wide 12 ລ້ານພິກເຊວ (120 ອົງສາ)  ແລະ ກ້ອງ TelePhoto 10 ລ້ານພິກເຊວ ສອງຕົວຮອງຮັບການຊູມ 10 ເທົ່າ ແລະ ການຊູມ 3 ເທົ່າແບບ Optical.

ເຊັ່ນດຽວກັບທຸກໆປີ Samsung ຈະຕິດຕັ້ງໂປເຊັດເຊີໃໝ່ໂດຍຈະເປັນຊິບເຊັດ Qualcomm Snapdragon 888 ແລະ Exynos 2100.

ໂດຍປົກກະຕິ Samsung ຈະຈັດງານ Galaxy Unpacked ປະມານເດືອນສິງຫາ ເພື່ອປະກາດເປີດຕົວ Note Series ຮຸ່ນໃໝ່ຢ່າງເປັນທາງການ.

ຍັງບໍ່ມີຂໍ້ມູນກ່ຽວກັບສີ ແຕ່ Samsung ມັກຈະເລືອກໃຊ້ສີທີ່ເຂົ້າກັບລະດູການ ເຊັ່ນ: ສີ Mystic Bronze ແລະ Mystic Green ສຳລັບ Note 20 Ultra.

ຮູບຜະລິດຕະພັນທີ່ເຫັນນີ້ສ້າງຂຶ້ນໂດຍໃຊ້ການປະສົມປະສານກັບ S21 Ultra ມາໃນສີ Phantom Black, Phantom Silver ແລະ Mystic Bronze, Mystic Green ຂອງ Note 20.

ໂດຍເມື່ອໃກ້ເຖິງມື້ເປີດຕົວ ລາຍລະອຽດເພີ່ມຕື່ມກ່ຽວກັບອຸປະກອນເຮືອທຸງຮຸ່ນໃໝ່ນີ້ຈະປາກົດຂຶ້ນຊັດເຈນກວ່ານີ້ ແລະ ພວກເຮົາຈະລາຍງານໃຫ້ພວກທ່ານໄດ້ຮູ້ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/1594566494132855/posts/2845368389052653/